ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະ­ຈຳ ​ສະ­ຫະ​ພັນ​ຣັດ​ເຊຍ ເຂົ້າຍື່ນສານຕາຕັ້ງ

 

WhatsApp Image 2022 04 20 at 044645

        ວັນ​ທີ 19 ເມສາ 2022 ຜ່ານມາ, ທ່ານ ນາງ ວິ­ລາ­ວັນ ເຍ່ຍ​ປໍ​ເຮີ່, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະ­ຈຳ ​ສະ­ຫະ​ພັນ​ຣັດ​ເຊຍ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Kassym-Jomart Tokayev, ປະ­ທາ­ນາ­ທິບໍດີ ແຫ່ງ ສາ­ທາລະ­ນະ​ລັດກາຊັກສະຖານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາ­ທາ­ລະ­ນະ​ລັດກາຊັກສະຖານ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງມົດສະກູ, ສ. ຣັດເຊຍ.

 

        ໃນພິ­ທີ​ຍື່ນ​ສານ ໄດ້​ມີ​​ບັນດາເອກອັກຄະລັດຖະທູດປະເທດຕ່າງໆ ​ເຂົ້າ​ຮ່ວມ​ທັງຫມົດ 10 ປະເທດ, ຊຶ່ງລວມມີ ປະເທດ ກູບາ, ສປປ ລາວ, ໂດມານີແກນ, ອາເຈນຕິນາ, ບັງກາລາເທດ, ເປຣູ, ຣູອານດາ, ເບນິນ, ນີເກເຣຍ ແລະ ຈາດ.

 

        ກ່ອນ​ໜ້າ­ມື້ຍື່ນ​ສານ​ຕາ​ຕັ້ງ​ຢ່າງເປັນ​ທາງ​ການ, ​ວັນ​ທີ 18 ເມສາ 2022 ທ່ານ ທູດເຮົາ ໄດ້​ເຂົ້າ​ຢ້ຽມຂໍ່ານັບ​ ທ່ານ Adil Kapanovich Tursunov, ຮອງລັດຖະມົນຕິກະຊວງການຕ່າງປະເທດ ກາຊັກສະຖານ ​ເພື່ອ​ຍື່ນ​ສຳ​ເນົາ​ສານ​ຕາ​ຕັ້ງ ແລະ ໃນໂອກາດດັ່ງກ່າວນັ້ນ, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ-ກາຊັກສະຖານ ແລະ ໄດ້ປຶກສາຫາລື ກ່ຽວກັບແຜນການພົວພັນ ໃນຕໍ່ຫນ້າ.

 

        ໃນ​ໂອ­ກາດ​ການ​ຍື່ນ​ສານຕາຕັ້ງ, ທ່ານ Kassym-Jomart Tokayev, ປະ­ທາ­ນາ­ທິບໍດີ ແຫ່ງ ສາ­ທາລະ­ນະ​ລັດກາຊັກສະຖານ ໄດ້​ອອກ​ຄຳ​ເຫັນ ແລະ ໄດ້​ເນັ້ນ​ຫນັກເຖິງ ສະພາບ​ການ​ທາງດ້ານ​ພູມ​ສາດ-​ການ​ເມືອງ ​ແລະ ພື້ນຖານ​ເສດຖະກິດ​ໃນ​ທົ່ວໂລກ​ ໃນໄລຍະຜ່ານ​ມາ ເຫັນວ່າພົບຄວາມ​ຫຍຸ້ງຍາກ​ທີ່​ສຸດ, ເນື່ອງຈາກ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ກາຍເປັນບົດທົດສອບທີ່ຮ້າຍແຮງ ສໍາລັບປະເທດຂອງພວກເຮົາ.ຄຽງ​ຄູ່​ກັນ​ນັ້ນ, ຄວາມ​ເຄັ່ງ​ຕຶງ​ທີ່ກຳລັງ​ເກີດ​ຂຶ້ນ ທີ່ກ່ຽວພັນກັບ​ການ​ພົວພັນ​ສາກົນ​ໃນປັດຈຸບັນ ກໍ່​ໄດ້ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພັດທະນາ​ໃນທົ່ວໂລກ. ​ພ້ອມນັ້ນ, ທ່ານ​ ປະທານາທິບໍດີກາຊັກສະຖານ ກໍ່​ໄດ້​ສະ​ແດງ​ຄວາມ​ມຸ້ງຫວັງ​ ໃຫ້ມີການແກ້​ໄຂ​ຂໍ້ຂັດ​ແຍ່ງ​ທີ່ກຳລັງເກີດຂື້ນ​ຢ່າງ​ຮີບດ່ວນ ​ແລະ ຍຸຕິ​ທຳ​ ໂດຍອີງຕາມ​ກົດ​ບັດຂອງອົງການ ສປຊ. ໃນໂອກາດດຽວກັນ ທ່ານ Kassym-Jomart Tokayev ໄດ້ກ່າວວ່າ: ກາຊັກສະຖານ ແມ່ນກຽມພ້ອມທີ່ຈະໃຫ້ການຊ່ວຍເຫຼືອ ແລະ ສະຫນັບສະໜູນ ຢ່າງເຕັມທີ່. ສະນັ້ນ, ​ເພື່ອ​ເປັນການກໍ່ສ້າງ​ລັດ ໃນສະພາບການທີ່ມີ​​ການ​ແຂ່ງຂັນ, ມີປະຊາທິປະ​ໄຕ ​ແລະ ມີສັງຄົມ​ຢ່າງ​ແທ້​ຈິງ, ພວກເຮົາ ຈຶ່ງມີຄວາມຈຳເປັນທີ່ຈະກ້າວໄປສູ່​ການ​ພັດທະນາ​ສາຍພົວພັນ​ມິດຕະພາບ​ ທີ່​ເປັນ​ມູນ​ເຊື້ອ ແລະ ເສີມສ້າງມິດຕະພາບ ​ກັບ​ບັນດາ​ປະ​ເທດຕ່າງໆ​ໃນທົ່ວ​ໂລກ. ພ້ອມທັງໄດ້ກ່າວເຖິງຜົນສຳເລັດໃນການພັດທະນາເສດຖະກິດສັງຄົມ ຂອງກາຊັກສະຖານ ແລະ  ພ້ອມນັ້ນ, ທ່ານ Kassym-Jomart Tokayev ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາທູດປະເທດຕ່າງໆ ທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສາ­ທາ­ລະ­ນະ​ລັດກາຊັກສະຖານ ຢ່າງເປັນທາງການ, ໃນນັ້ນ ລວມທັງ ທ່ານ ທູດເຮົາ ແລະ ກໍ່ໄດ້ອວຍພອນປີໃຫມ່ລາວ ພສ 2565 ທີ່ຫາກໍ່ຜ່ານພົ້ນໄປຫວ່າງບໍ່ດົນມານີ້.

 

         ພ້ອມດຽວກັນນັ້ນ, ທ່ານ ທູດເຮົາ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ເປັນເອກອັກຄະລັດຖະທູດ ປະຈຳ ສາທາລະນະລັດກາຊັກສະຖານ ແລະ ພ້ອມທັງ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໃຊອັນປະເສີດຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ກາຊັກສະຖານ, ລວມທັງ ປະຊາຊົນ ກາສັກສະຖານ ທຸກຖ້ວນຫນ້າ, ຊຶ່ງເພິ່ນກໍ່ໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳອວຍພອນ ເຖິງຄູ່ຮ່ວມຕໍ່າແໜ່ງ ແຫ່ງ ສປປ ລາວ ເຊັ່ນດຽວກັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484514
ມື້ນີ້30
ມື້ວານ188
ອາທິດນີ້952
ເດືອນນີ້3819