ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສໍາມະນາ ກ່ຽວກັບ ການຈັດຕັ້ງປະຕິບັດສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ, ກົດໝາຍ ແລະ ນິຕິກໍາພາຍໃນ ທີ່ກ່ຽວຂ້ອງກັບການຕ້ານການຄ້າມະນຸດ ສໍາລັບພະນັກງານກະຊວງການຕ່າງປະເທດ ເເລະ ຄະນະພົວພັນຕ່າງປະເທດສູນກາງພັກ

 

2242022 2

2242022 3

2242022 4

          ໃນວັນທີ 22 ເມສາ 2022 ກະຊວງການຕ່າງປະເທດ, ກົມສົນທິສັນຍາ ແລະ ກົດໝາຍ ໄດ້ຮ່ວມກັບກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຈັດກອງປະຊຸມສໍາມະນາ ກ່ຽວກັບ ການຈັດຕັ້ງປະຕິບັດສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ, ກົດໝາຍ ແລະ ນິຕິກໍາພາຍໃນ ທີ່ກ່ຽວຂ້ອງກັບການຕ້ານການຄ້າມະນຸດ ສຳລັບພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພະນັກງານທີ່ມີເປົ້າໝາຍຈະໄດ້ໄປປະຕິບັດໜ້າທີ່ຢູ່ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ ຕ່າງປະເທດ, ໂດຍການເຂົ້າຮ່ວມກ່າວເປີດຂອງ ທ່ານ ດວງມະນີ ຍອດສີອຸດົມ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ  ແລະ ມີຜູ້ຕາງໜ້າຂັ້ນຄະນະກົມ, ຄະນະພະແນກ ແລະ ວິຊາການ ​ຈາກ 17 ກົມ ຂອງກະຊວງກະຕ່າງປະເທດ, ຜູ້ຕາງໜ້າຈາກຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພະນັກງານທີ່ຢູ່ໃນເປົ້າໝາຍອອກໄປປະຕິບັດໜ້າທີ່ຢູ່ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ ຕ່າງປະເທດ ເຂົ້າຮ່ວມທັງໝົດ 100 ກວ່າທ່ານ.

 

         ຈຸດປະສົງຂອງກອງປະຊຸມສຳມະນາ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບ ​ພັນທະພາຍໃຕ້ ສົນທິສັນຍາພາກພື້ນ ແລະ ສາກົນ ທີ່ກ່ຽວຂ້ອງກັບການຕ້ານການຄ້າມະນຸດທີ່ ສປປ ລາວ ເປັນພາຄີ, ກົດ​ໝາຍ ວ່າ​ດ້ວຍ ການ​ຕ້ານ​ການ​ຄ້າ​ມະ​ນຸດ, ການກໍານົດຕົວຜູ້ກະທຳຜິດ ແລະ ຜູ້ຖືກເຄາະຮ້າຍ, ກົນໄກການປະສານງານ​ລວມທັງວິທີການປົກປ້ອງ, ຊ່ວຍເຫຼືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ. ນອກຈາກນັ້ນ, ກອງ​ປະ​ຊຸມ​ ຍັງ​ໄດ້ເນັ້ນໃຫ້​ເຫັນ​ປະກົດການຫຍໍ້ທໍ້ໃນສັງຄົມທີ່ເຮັດ​ໃຫ້​ຊາວໜຸ່ມ ໂດຍ​ສະ​ເພາະ​ແມ່​ຍິງ ແລະ ເດັກ​ນ້ອຍຕົກເປັນເຫຍື່ອ​ຂອງ​ຂະ​ບວນການຄ້າມະນຸດດ້ວຍກົນອຸບາຍຫຼາຍຮູບແບບເປັນຕົ້ນ​ ການ​ຖືກ​ຕົວະ​ຍົວະລອກລວງໃຫ້ໄປ​ອອກ​ແຮງ​ງານ, ​ການແຕ່ງດອງແອບ​ແຝງ, ການຈ້າງໃຫ້ຖືພາແທນແລະ ຮູບແບບອື່ນໆ.

 

         ໃນພິທີກ່າວເປີດກອງປະຊຸມສໍາມະນາ, ທ່ານ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ໄດ້ຍົກໃຫ້ເຫັນເຖິງບັນຫາການຄ້າມະນຸດ ແມ່ນອາຊະຍາກຳໜຶ່ງທີ່ຮ້າຍແຮງ ທີ່ມີລັກສະນະຂ້າມຊາດ, ທັງເປັນການລະເມີດສິດທິພື້ນຖານ ແລະ ກຽດສັກສີຂອງຄວາມເປັນມະນຸດ, ເປັນບັນຫາທວງດຶງການພັດທະນາເສດຖະກິດ-ສັງຄົມ ແລະ ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງແຫ່ງຊາດ. ດ້ວຍເຫດນີ້, ລັດຖະບານ ສປປ ລາວ ຈຶ່ງໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນການແກ້ໄຂບັນຫາດັ່ງກ່າວຢ່າງຈິງຈັງ ໂດຍກຳນົດເອົາການຄ້າມະນຸດເປັນ ຄວາມຜິດທາງອາຍາ, ວາງນະໂຍບາຍ, ອອກກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ, ສ້າງກົນໄກປະສານງານຕ່າງໆແຕ່ສູນກາງລົງຮອດທ້ອງຖິ່ນ, ສ້າງແຜນງານແຫ່ງຊາດແຕ່ລະໄລຍະ, ຈັດສັນງົບປະມານທີ່ຈໍາເປັນ, ຮ່ວມມືກັບອານຸພາກພື້ນ, ພາກພື້ນ ແລະ ສາກົນ ໂດຍການເຂົ້າຮ່ວມເປັນພາຄີ ສົນທິສັນຍາສອງຝ່າຍ ແລະ ຫລາຍຝ່າຍ ກ່ຽວກັບ ການຕ້ານການຄ້າມະນຸດໃນຂອບອາຊຽນ ແລະ ອົງການ ສປຊ.

 

         ການ​ຈັດກອງ​ປະ​ຊຸມ​ສໍາມະນາຄັ້ງ​ນີ້ ​ແມ່ນມີຄວາມສໍາຄັນຫຼາຍຕໍ່ພະ​ນັກ​ງານ​ຂອງ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍສະເພາະພະນັກງານທີ່ຢູ່ໃນເປົ້າໝາຍ ຈະຖືກແຕ່ງຕັ້ງໄປປະຕິບັດໜ້າທີ່ຢູ່ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາ ຢູ່ ຕ່າງປະເທດ​​ໃຫ້ສາ​ມາດ​ກຳ​ໄດ້​ວຽກງານ​​​ດັ່ງ​ກ່າວ​ ເພື່ອນໍາໄປ​​ປະຕິບັດໜ້າທີ່ວຽກງານຕົວຈິງ​ຢູ່​ຕ່າງ​ປະ​ເທດ ໃຫ້ເຂົ້າໃຈ ກ່ຽວກັບ ພັນທະສາກົນ, ຂອບກົດໝາຍ, ນະໂຍບາຍ ລວມທັງກົນໄກການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ໂດຍສະເພາະ​ວິທີການໃຫ້ຄວາມຊ່ວຍເຫຼືອ ຜູ້ທ​ີ່​ຕົກ​​ເປັນ​ຜູ້ຖືກເຄາະຮ້າຍ ຈາກ​ຂະ​ບວນການ​ຄ້າ​ມະ​ນຸດໃຫ້​ທັນ​ການ ແລະ ວ່ອງໄວ, ​ປະ​ກອບ​ສ່ວນ​ເຂົ້າໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດນະໂຍບາຍກໍຄືມາດຕະການການຕ້ານ ແລະ ສະກັດກັ້ນການຄ້າມະນຸດ ​ຂອງ​ພັກ ແລະ ລັດ​ຖະ​ບານໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງຂຶ້ນ ເລື້ອຍໆ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485462
ມື້ນີ້163
ມື້ວານ227
ອາທິດນີ້498
ເດືອນນີ້4767