ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ມອບໜັງສືຜ່ານແດນໃຫ້ແກ່ນັກກິລາ ເຊື້ອຊາດລາວ ເພື່ອເຂົ້າຮ່ວມແຂ່ງຂັນ ຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ

20220504PR1

         ໃນວັນທີ 27 ເມສາ 2022 ໂດຍຕາງໝ້າໃຫ້ສະຫະພັນມວຍລາວ ແລະ ສະຫະພັນເທັນນິດ ແຫ່ງຊາດລາວ  ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາປະເທດ ຝຣັ່ງ; ທ່ານ ຄໍາອິນ ຄິດຈະເດດ,  ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ ໄດ້ມອບປື້ມຜ່ານແດນ ( Passeport ) ໃຫ້ແກ່: ທ່ານ ມິກ ເລຣດກວຽກ ສະເດັດຕັນ, ນັກກິລາເທັນນິດ ອາຊີບທີ່ຕິດຢູ່ໃນອັນດັບທີ່ດີຂອງໂລກ ແລະ ທ່ານ ດີມີຕຣີ ກິດຕະນະ ສີລາລັກ, ນັກກິລາ ຄິງບ໋ອກຊິງ ທີ່ຕິດອັນດັບຂອງປະເທດຝຣັ່ງເພື່ອກະກຽມເຂົ້າຮ່ວມຮັບໃຊ້ທີມຊາດລາວໃນຊີເກມ ຄັ້ງທີ 31 ທີ່ຈະຈັດຂື້ນທີ່ ສສ ຫວຽດນາມ ເປັນເຈົ້າພາບໃນເດືອນ ພຶດສະພາ ທີ່ຈະມາເຖິງນີ້:

          ທ່ານ ມິກ ເລຣດກວຽກ ສະເດັດຕັນ ແມ່ນລູກຫຼານວົງຄະນາຍາດເຊື້ອຊາດລາວເຮົາທີ່ດໍາລົງຊີວິດຢູ່ປະເທດຝຣັ່ງ, ມິກ  ເກີດເມືອວັນທີ 20/ 06/1993  ທີ່ ເມືອງ champs-sur-marne  ແລະ ໄດ້ເລີ່ມຕົ້ນຮຽນຫຼີ້ນ ກິລາເທັນນິດ ນັບແຕ່ອາຍຸພຽງ 5 ປີ ໂດຍໄດຮັບການສະໝັບສະໝູນຈາກຜູ້ເປັນພໍ່ ແລະ ໄດ້ເຂົ້າໂຮງຮຽນຝຶກສອນເທັນນິດອາຊີບຈົນໄດ້ຕິດທີມຊາດຂອງປະເທດຝຣັ່ງ ຈົນກາຍເປັນນັກກິລາອາຊີບໃນປະຈຸບັນ ແມ່ນມີການແຂ່ງຂັນຈັດອັນດັບຂອງໂຕເອງຕະຫຼອດໃນຂອບເຂດເອີຣົບ ແລະ ທະວີບອື່ນໆ. ນັບວ່າເປັນຄັ້ງທໍາອິດທີ່ ມິກ ເລຣດກວຽກ ສະເດັດຕັນ ໄດ້ຖຶກຄັດເລືອກເຂົ້າຮ່ວມສະຫະພັນເທັນນິດແຫ່ງຊາດ ເພື່ອເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໂດຍມີແຜນການຈະບີນເຂົ້າໄປ ສປປ ລາວ ຝຶກຊ້ອມຮ່ວມກັບສະຫະພັນເທັນນິດກ່ອນການແຂ່ງຂັນໃນ 1 ອາທິດກ່ອນການແຂ່ງຂັນ.

          ທ່ານ ດີມີຕຣີ ກິດຕະນະ ສີລາລັກ ແມ່ນລູກຫຼານວົງຄະນາຍາດເຊື້ອຊາດລາວເຮົາທີ່ດໍາລົງຊີວິດຢູ່ປະເທດຝຣັ່ງ, ດີມີຕຣີ ກິດຕະນະ ສີລາລັກ ເກີດເມືອວັນທີ  7/ 11 /1991 ທີເມືອງ  Roubaix ຢູ່ທາງພາກເໝືອຂອງປະເທດຝຣັ່ງ ຜູ້ກ່ຽວແມ່ນນັກກິລາມວຍຄິງບ໋ອກຊິງ ອາຊີບໃນລຸ້ນ 63 ກິໂລກະລາມ ຜູ້ກ່ຽວແມ່ນມີການເຄື່ອນໄຫວຝຶກຊ້ອມໃນການຫລີ້ນກິລາຄິງບ໋ອກຊິງແມ່ນໄດ້ດໍາເນີນການຝືກຊ້ອມມາແຕ່ຕອນອາຍຸຍັງນ້ອຍໆ ແລະ ໄດ້ເຂົ້າຮ່ວມແຂ່ງຂັນເປັນກິລາອາຊີບ.

          ໃນໂອກາດດັ່ງກ່າວທ່ານເອກອັກຄະລັດຖະທູດ ຄໍາອິນ ຄິດຈະເດດ ໄດ້ກ່າວຍ້ອງຍໍຊົມເຊີຍຜູ້ເປັນພໍ່ແມ່ ແລະ ນັກກິລາທັງສອງທ່ານ ລວມໄປເຖິງຍາດຕິພີ່ນ້ອງ ທີ່ມີນໍ້າໃຈຮັກເຊື້ອແພງຊາດ ຍາກປະກອບສ່ວນເຂົ້າໃນຂົງເຂດທາງດ້ານກິລາເພື່ອພັດທະນາວົງການກິລາລາວອິກອັນໜື່ງເພື່ອປະກອບ

ສ່ວນ ເປັນເຫື່ອແຮງອັນສໍາຄັນໃຫ້ສະຫະພັນ ແລະ ຖ່າຍທອດສັກສະປະສົບການຫຼາຍໆດ້ານ ໃຫ້ແກ່ເພື່ອຮ່ວມສະຫະພັນດຽວກັນ, ເພື່ອນໍາພາສະຫະພັນ ກໍຄືທີມຊາດລາວເຮົາກ້າວໄປໃນລະດັບທີ່ດີກ່າວເກົ່າ, ຫຼັງຈາກນັ້ນທ່ານທູດກໍ່ໄດ້ເຊີນຮ່ວມຮັບປະທານອາຫານທ່ຽງຮ່ວມກັນກັບພະນັກງານສະຖານທູດ ແລະ ພົບປະໂອ້ລົມກັນຕາມອັດທະຍາໃສແບບເປັນກັນເອງ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484352
ມື້ນີ້56
ມື້ວານ273
ອາທິດນີ້790
ເດືອນນີ້3657