ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວຈັດພິທີມອບຫຼຽນກາລະນຶກ 70 ປີ ແລະ ໃນຍ້ອງຍໍຂອງສູນການແນວລາວສ້າງຊາດ ໃຫ້ແກ່ຄົນເຊື້ອຊາດລາວທີ່ປະເທດຝຣັ່ງ

 

11 3

11 2

11 1

 

       ໂດຍອິຕາມ ຂໍ້ຕົກລົງ ເລກທີ່ 259/ສນຊ ລົງວັນທີ 11 ສິງຫາ 2021 ວ່າດ້ວຍການມອບຫຼຽນກາລະນຶກ 70 ປີໃຫ້ແກ່ບຸກຄົນທີ່ມີຜົນງານໃນການປະກອບສ່ວນເຄື່ອນໄຫວວຽກງານແນວລາວສ້າງຊາດໃນໄລຍະຜ່ານມາ; ໃນເວລາ 10:00 ເຊົ້າຂອງວັນທີວັນທີ 30 ເມສາ 2022   ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາປະເທດ ຝຣັ່ງ; ທ່ານ ຄໍາອິນ ຄິດຈະເດດ  ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ ໄດ້ຈັດພິທີມອບຫຼຽນກາລະນຶກ 70 ປີຂອງແນວລາວສ້າງຊາດ ແລະ ໃບຍ້ອງຍໍ ໃຫ້ແກ່ຄົນເຊື້ອຊາດລາວຢູ່ຕ່າງປະເທດຕໍ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານແນວລາວສ້າງຊາດໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາ ສປປ ລາວ ໃນໄລຍະຜ່ານມາ, ສະເພາະວົງຄະນາຍາດພີ່ນ້ອງເຊື້ອຊາດລາວທົ່ວປະເທດຝຮັ່ງທີ່ໄດ້ຮັບການຫຼຽນລະນຶກ 70 ປີມີ:  ສະເພາະອົງການຈັດຕັ້ງມີ 7 ຫຼຽນ, ວັດ 13 ຫຼຽນ, ພຣະສົງ 14 ຫຼຽນ, ສະເພາະບຸກຄົນແມ່ນມີ 130 ຫຼຽນ ແລະ ນອກຈາກນັ້ນແມ່ນຍັງໄດ້ຮັບການຍ້ອງຍໍ 250  ບຸກຄົນ.

 

      ໃນພິທີ່ດັ່ງກ່າວທ່ານ ຄໍາອິນ ຄິດຈະເດດ  ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ, ທ່ານໄດ້ກ່າວຍ້ອງຍໍຊົມເຊີຍບັນດາທ່ານທີ່ມີນໍ້າໃຈເສຍສະຫຼະໃນການປະກອບສ່ວນໃນວຽກງານຂອງແນວລາວສ້າງຊາດກໍຄຶການປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃນຫຼາຍຮູບແບບຂອງການຊ່ວຍເຫຼືອບໍ່ວ່າຈະເປັນທາງດ້ານວັດຖຸ, ເງີນ, ຄໍາ, ເຕັກນິກ,ອຸປະກອນ ແລະ  ວິຊາການໃນດ້ານຕ່າງໆ... ເພື່ອປະກອບສ່ວນເຂົ້າໃນຂະແໝງການທີ່ກ່ຽວຂ້ອງ, ນອກຈາກນັ້ນທ່ານເອກອັກຄະລັດຖະທູດເພີນໄດ້ໂອ້ລົມໃຫ້ພີ່ນ້ອງຄົນເຊື້ອຊາດລາວໃນການສ້າງສາພັດທະນາຂອງ ສປປ ລາວ ໃນປະຈຸບັນ ເປັນຕົ້ນແມ່ນອັນພົ້ນເດັ່ນກ່າວໝູ່ແມ່ນ ລົດໄຟຄວາມໄວສູງຂອງ ລາວ-ຈີນ, ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ແລະ ການກະກຽມຈະສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ແລະ ໃນຂົງເຂດອື່ນໆ... ເພື່ອເປັນການຈາລຶກບຸນຄຸນ, ຄຸນງາມຄວາມດີທີ່ບັນດາທ່ານໄດ້ປະກອບສ່ວນນັ້ນ, ສະຖານເອກອັກຄະລັດຖະທູດລາວປະຈໍາປະເທດຝຣັ່ງ ຂໍຕາງໜ້າໃຫ້ສູນກາງແນວລາວສ້າງຊາດ ມອບຫຼຽນ ແລະ ໃບຍ້ອງຍໍໃຫ້ບັນດາທ່ານຜູ້ທີ່ມີຜົນງານດີເດັ່ນ, ໃນພິທີດັ່ງກ່າວໄດ້ມີຕາງໜ້າພີ່ນ້ອງຄົນເຊື້ອຊາດລາວທີ່ເດີນມາແຕ່ເມືອງຕ່າງໆເຊັ່ນ: ລີອົງ, ແຊງໂກດ, ນັງ, ແລນ, ລູແບ້ ແລະ ອ້ອມຂ້າງເມືອງປາຣີ ເປັນຈໍານວນຫຼວງຫຼາຍ.

 

     ພາຍຫຼັງມອບຫຼຽນ ແລະ ໃບຍ້ອງຍໍແລ້ວໃຫ້ພີ່ນ້ອງຄົນເຊື້ອຊາດລາວສໍາເລັດແລ້ວ ທ່ານເອກອັກຄະລັດຖະທູດ, ໄດ້ເຊີນບັນດາແຂກ ຮ່ວມຮັບປະທານອາຫານທ່ຽງຮ່ວມກັນ ແລະ ພົບປະໂອ້ລົມພົບປະຢ້ຽມຢາມຖາມຂ່າວແບບເປັນກັນເອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485625
ມື້ນີ້130
ມື້ວານ196
ອາທິດນີ້661
ເດືອນນີ້4930