ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍືນສານຕາຕັ້ງຕໍ່ ສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ

 

 

LaoAmb Brunei1

LaoAmb Brunei

         

ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2022, ທີ່ ສຳນັກພະລາດຊະວັງອິສະຕານາ (Istana Nurul Iman) ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຮູໄນ ດາຣູຊາລາມ (His Majesty Sultan Haji Hassanal Bolkiah, Sultan and Yang Di-Pertuan of Brunei Darussalam), ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ, ໂດຍຊ່ອງໜ້າ ທ່ານ ດາໂຕະ ອິຣະວັນ (Dato Erywan), ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ II ຂອງບຣູໄນ ດາຣູຊາລາມ, ເຈົ້າໜ້າທີ່ຂອງສຳນັກງານພະລາດຊະວັງ ບຣູໄນ ດາຣູຊາລາມ ແລະ ພະນັກງານສະຖານທູດລາວ ທີ່ ບັນດາ ເສຣິ ເບກາວັນ ເຂົ້າຮ່ວມຕິດຕາມ.

 

 

ພາຍຫຼັງພິທີຍື່ນສານສຳເລັດລົງ, ສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ ໄດ້ໃຫ້ກຽດໂອ້ລົມກັບ ທ່ານເອກອັກຄະລັດຖະທູດລາວ ດ້ວຍບັນຍາກາດແຫ່ງໄມຕີຈິດ ມິດຕະພາບ ອັນອົບອຸ່ນ ໂດຍ ສົມເດັດ ຊຸນຕານ ໄດ້ສະ ແດງຄວາມຊົມເຊີຍ, ຍິນດີຕ້ອນຮັບ ແລະ ເຊື່ອໝັ້ນວ່າ ການພົວພັນຮ່ວມມືອັນດີ ລະຫວ່າງ ສອງປະເທດບຣູໄນ ແລະ ລາວ ຈະນັບມື້ໄດ້ຮັບການເສີມຂະຫຍາຍໃຫ້ດີຍິ່ງຂຶ້ນ. ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ແສງດາວັນ ວົງໄຊ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ລັດຖະບານ ແຫ່ງ ສປປ ລາວ ສົ່ງມາຍັງ ສົມເດັດ ຊຸນຕານ,    ພະລາຊິນີ, ບໍລົມມະວົງສານຸວົງທຸກພະອົງ, ລັດຖະບານ ແລະ ປະຊາຊົນບຣູໄນທຸກທົ່ວໜ້າ. ຂະນະດຽວກັນ, ສົມເດັດ ຊຸນຕານ ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ລັດ ຖະບານ ແລະ ປະຊາຊົນລາວ ແລະ ຍັງໄດ້ກ່າວເຖິງຄວາມຊົງຈຳອັນດີງາມໃນການມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບໃນປີ 2016, ພ້ອມກັນນີ້ ກໍ່ເຫັນວ່າ ຄວນສືບຕໍ່ສົ່ງເສີມມູນເຊື້ອການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ລະຫວ່າງ ບຣູໄນ ແລະ ລາວ ໃນອະນາຄົດ. ທ່ານເອກອັກຄະລັດຖະທູດ ໄດ້ໃຫ້ຄຳໝາຍໜັ້ນວ່າ ຈະສຸມທຸກຄວາມພະຍາຍາມ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນທີ່ດີ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ເກີດດອກອອກຜົນຍິ່ງຂຶ້ນກວ່າເກົ່າ, ໃນນັ້ນ ລວມທັງການຊຸກຍູ້ການຮ່ວມມືທີ່ສອງຝ່າຍມີທ່າແຮງເປັນຕົ້ນແມ່ນການຄ້າ, ກະສິກຳ(ເຂົ້າ), ພະລັງງານ, ການສຶກສາ, ຊາວໜຸ່ມ ແລະ ກິລາ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນໃຫ້ນັບມື້ນັບຫຼາຍຂຶ້ນ.

 

ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນນັບແຕ່ວັນທີ 27 ກໍລະກົດ 1993 ເປັນຕົ້ນມາ, ເຊິ່ງທັງສອງຝ່າຍຈະໄດ້ຮ່ວມກັນສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 30 ປີ ໃນປີ 2023 ທີ່ຈະມາເຖິງນີ້.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485657
ມື້ນີ້162
ມື້ວານ196
ອາທິດນີ້693
ເດືອນນີ້4962