ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ ເລຂາທິການໃຫຍ່ອົງການຝຣັງໂກໂຟນີສາກົນ

          

 

LaoAmb Francophonie

            

ໃນວັນທີ 24 ພຶດສະພາ 2022, ທ່ານ ຄຳອິນ ຄິດຈະເດດ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດຝຣັ່ງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ Louise Mushikiwabo, ເລຂາທິການໃຫຍ່ ອົງການຝຣັງໂກໂຟນີສາກົນ ເພື່ອດຳລົງຕ່ຳແຫນ່ງເປັນ ຜູ້ຕາງຫນ້າສ່ວນຕົວ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະເທດປະເທດ ແຫ່ງ ສປປ ລາວ ປະຈຳຢູ່ ອົງການຝຣັງໂກໂຟນີ ທີ່ ມີສຳນັກງານໃຫຍ່ ຕັ້້ງຢູ່ ນະຄອນຫລວງ ປາຣີ, ສາທາລະນະລັດ ຝຣັ່ງ.

         

ໃນໂອກາດດັ່ງກ່າວ, ທ່ານທູດ ຄຳອິນ ຄິດຈະເດດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ຈາກ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານເລຂາທິການໃຫຍ່ ແລະ ການນຳ ຂອງ ອົງການຝຣັງໂກໂຟນີ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອ ແລະ ຮ່ວມມືຂອງ ອົງການຝຣັງໂກໂຟນີ ໃຫ້ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງໃຫ້ຄວາມຫມາຍຫມັ້ນ ວ່າ ສປປ ລາວ ຈະສືບຕໍ່ ໃຫ້ການຮ່ວມມື ໃນການເຄື່ອນໄຫວ ໃນຂອບຫນ້າວຽກ ຂອງ ອົງການຝຣັງໂກໂຟນີ. ທ່ານ ເລຂາທິການໃຫຍ່ ກໍ່ໄດ້ໃຫ້ຄຳຫມາຍຫມັ້ນ ວ່າ ອົງການຝຣັງໂກໂຟນີ ຈະສືບຕໍ່ໃຫ້ການຮ່ວມມື ກັບ ສປປ ລາວ ໃຫ້ດີທີ່ສຸດ ໂດຍສະເພາະ ປັບປຸງການຮຽນ-ການສອນພາສາຝຣັ່ງ ຢູ່ ສປປ ລາວ ແລະໃນໂຄງການອື່ນໆ, ນອກນີ້ ທ່ານ ກໍ່ໄດ້ແຈ້ງວ່າ ທ່ານ ຈະຂື້ນແຜນ ມາຢ້ຽມຢາມ ສປປ ລາວ ໃນໂອກາດອັນເຫມາະສົມ ໄວໄວນີ້. ອົງການຝຣັງໂກໂຟນີ ເປັນອົງການຈັດຕັ້ງສາກົນ ນຶ່ງ ທີ່ໄດ້ຖືກສ້າງຕັ້ງມາ ແຕ່ ປີ 1970 ແລະ ປະກອບມີ 88 ປະເທດ ສະມາຊິກ, ໃນນັ້ນ ມີ 54 ປະເທດ ເປັນສະມາຊິກສົມບູນ, 7 ປະເທດ ເປັນສະມາຊິກກ່ຽວຂ້ອງ ແລະ 27 ປະເທດ ສັງເກດການ, ເປັນອົງການ ທີ່ຊຸກຍູ້ສົ່ງເສີມການໃຊ້ພາສາຝຣັ່ງ ແລະຮ່ວມມືກັນ ທາງດ້ານການເມືອງ, ການສຶກສາ, ເສດຖະກິດ ແລະ ວັດທະນະທຳ ມີການປະຊຸມ ໃນລະດັບສຸດຍອດ ກໍ່ຄືລະດັບປະມຸກລັດ ຫລື ຫົວຫນ້າລັດຖະບານ ທຸກໆສອງປີ ແລະ ມີເລຂາທິການໃຫຍ່ ເປັນຜູ້ບໍລິຫານອົງການ. ສປປ ລາວ ໄດ້ເຂົ້າເປັນ ສະມາຊິກ ຂອງ ອົງການ ຝຣັ່ງໂກໂຟນນີ ນັບແຕ່ ປີ 1991 ເປັນຕົ້ນມາ.  

           

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485497
ມື້ນີ້2
ມື້ວານ196
ອາທິດນີ້533
ເດືອນນີ້4802