ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ຂອງໜ່ວຍພັກສະຖານທູດລາວ ປະຈຳ ສສ ຫວຽດນາມ

 

 

Party Certf VN Emb 3

Party Certf VN Emb 4

Party Certf VN Emb 6

 

ໃນຕອນເຊົ້າ ຂອງວັນທີ 30 ພຶດສະພາ 2022,  ຢູ່ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ຂອງໜ່ວຍພັກສະຖານທູດລາວ ປະຈຳ ສສ ຫວຽດນາມ, ໂດຍການເປັນປະທານຂອງ ສະ​ຫາຍ ແສງເພັດ ຮຸ່ງບຸນຍວງ, ​ເລຂາ​ຄະນະພັກຮາກຖານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ. ເຂົ້າຮ່ວມພິທີໃນຄັ້ງນີ້ ມີ: ຄະນະພັກຮາກຖານ, ຄະນະຫນ່ວຍພັກ, ສະມາຊິກພັກ, ພະນັກງານຂອງສະຖານທູດ ແລະ ຕາງໜ້າໜ່ວຍພັກອົງການຜູ້ຕາງໜ້າ ປ້ອງກັນຄວາມສະຫງົບ ແລະ ໜ່ວຍພັກນັກສຶກສາ ຈຳນວນ 12 ໜ່ວຍພັກ ລວມທັງໝົດຈຳນວນ 36 ສະຫາຍ ຍິງ 05 ສະຫາຍ.

 

 

ໃນພິທີ ສະ​ຫາຍ ຈັນທະພອນ  ຄຳມະນີຈັນ, ກຳມະການຄະນະພັກຮາກຖານສະຖານທູດ, ເລຂາໜ່ວຍພັກ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຂຶ້ນຜ່ານບົດສະຫຼຸບ, ຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ  ປະຈຳປີ 2021 ແລະ ທິດທາງແຜນການໃນຕໍ່ໜ້າ, ຊຶ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງຂອງໜ່ວຍພັກ ໃນການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມະຕິ-ຄຳສັ່ງ ແລະ ກົດລະບຽບພັກ ໄດ້ເປັນຢ່າງດີ ໂດຍສະເພາະແມ່ນ ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 03/01/2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26/04/2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ແຜນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.

ຫຼັງຈາກນັ້ນ, ສະຫາຍ ພັນເອກ ວົງໄຊ ອິນທະຄຳ, ຮອງເລຂາຄະນະພັກຮາກຖານສະຖານທູດ ໄດ້ຂື້ນຜ່ານມະຕິຕົກລົງວ່າດ້ວຍຮັບຮອງເອົາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ມີທັງໝົດ 34 ໜ່ວຍພັກ ຊຶ່ງ ໜ່ວຍພັກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຮ່າໂນ້ຍ ກໍເປັນ 1 ໃນຈຳນວນ  34 ໜ່ວຍພັກ ທີ່ໄດ້ຮັບຮອງເປັນໜ່ວຍປອດໄສ, ເຂັ້ມແຂງ, ໜັກແໜ້ນ ຈາກກະຊວງການຕ່າງປະເທດ ປະຈຳປີ 2021.

ໃນຕອນທ້າຍ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເລຂາຄະນະພັກຮານຖານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຕາງໜ້າຄະນະພັກຮານຖານສະຖານທູດ ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ໃຫ້ແກ່ ໜ່ວຍພັກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຮ່າໂນ້ຍ, ພ້ອມທັງມອບໃບຍ້ອງຍໍ ປະຈຳປີ 2020 ໃຫ້ພະນັກງານການທູດທີ່ມີຜົນງານດີເດັ່ນເນື່ອງໃນໂອກາດວັນການທູດລາວຄົບຮອບ 75 ປີ. ພ້ອມດຽວກັນນັ້ນກໍຍັງໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງ ໜ່ວຍພັກສະຖານເອກອັກຄະລັດຖະທູດ ສປປ ລາວ ທີ່ ຮ່າໂນ້ຍ ທີ່ໄດ້ມີຄວາມພະຍາມສູ້ຊົນສ້າງໜ່ວຍພັກຂອງຕົນ ກາຍເປັນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ແລະ  ເຊື່ອໝັ້ນວ່າ ໜ່ວຍພັກດັ່ງກ່າວ ຈະສຶບຕໍ່ນຳພາໜ່ວຍພັກຂອງຕົນໃຫ້ຮັກສານາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນປີຕໍ່ໄປ ແລະ ໄດ້ຮຽກຮ້ອງໃຫ້ບັນດາພະນັກງານສະມາຊິກພັກທຸກສະຫາຍ ຈົ່ງສຶບຕໍ່ບົດບາດເປັນແບບຢ່າງນຳໜ້າພາທາງ, ມີສະຕິຕໍ່ການຈັດຕັ້ງຢືນຢູ່ແຖວໜ້າຂອງທຸກຂະບວນການ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະພັກຮາກຖານສະຖານທູດ ຄັ້ງທີ III, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິບັດລາວ ໃຫ້ບັນລຸຄາດໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນ ສະຫາຍເລຂາຄະນະພັກຮາກຖານ ຍັງໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍພັກນັກສຶກສາທີ່ເຂົ້າຮ່ວມພິທີໃນຄັ້ງນີ້ ຈົ່ງພ້ອມກັນຊີ້ນຳນຳພາສະມະຊິກພັກ ແລະ ນັກສຶກສາທີ່ກຳລັງສຶກສາຢູ່ບັນດາສະຖາບັນໃຫ້ເອົາໃຈໃສໃນການສຶກສາຮ່ຳຮຽນ ເພື່ອນຳເອົາຄວາມຮູ້ກັບເມືອຮັບໃຊ້ປະເທດຊາດໃຫ້ມີປະສິດທິພາບສູງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485810
ມື້ນີ້109
ມື້ວານ206
ອາທິດນີ້846
ເດືອນນີ້5115