ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຕ້ອນຮັບຄະນະອຳນວຍການມະຫາວິທະຍາໄລສ້າງຄູ ແຂວງຖາຍ ຫງວຽນ

 

Emb VN Thaiynguian

Emb VN Thaiynguian1

 

ວັນທີ 29 ພຶດສະພາ 2022, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕ້ອນຮັບ ສະຫາຍ ມາຍ ຊວນ ເຈື່ອງ, ຜູ້ອຳນວຍການມະຫາວິທະຍາໄລສ້າງຄູງແຂວງຖາຍຫງວຽນພ້ອມດ້ວຍຄະນະທີ່ມາຢ້ຽມຢາມ ແລະ ຮ່ວມ​ກິດຈະກຳກິລາ​ພົບ​ປະ​ສັງ​ສັນ​ກັບ​ສະຖານທູດ​ລາວ

 

 

 ສະຫາຍ ມາຍ ຊວນ ເຈື່ອງ, ຜູ້ອຳນວຍການມະຫາວິທະຍາໄລສ້າງຄູງແຂວງຖາຍຫງວຽນໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ສະຫຼະເວລາອັນມີຄຸນຄ່າມາຕ້ອນຮັບຄະນະໃນຄັ້ງນີ້. ຈາກ​ນັ້ນ, ກໍໄດ້ລາຍງານສະພາບການຮຽນການສອນຢູ່ມະຫາວິທະຍາໄລສ້າງຄູ ແຂວງຖາຍຫງວຽນໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າໂດຍສະເພາະແມ່ນການ​ກະກຽມ​ໂຄງການການເປີດຮັບນັກຮຽນລາວມາຮຽນຊັ້ນມັດທະຍົມຕອນປາຍຢູ່ ແຂວງຖາຍ ຫງວຽນໃນອານາຄົດອັນໃກ້ນີ້.

 

ສະຫາຍເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈມາຍັງສະຫາຍ ຜູ້ອຳນວຍການມະຫາວິທະຍາ ໄລສ້າງຄູແຂວງຖາຍຫງວຽນ ໄດ້ແຈ້ງສະພາບການຮຽນການສອນ ແລະ ແຜນເປີດຮັບນັກຮຽນລາວມາຮຽນຊັ້ນມັດທະຍົມຢູ່ແຂວງຖາຍຫງວຽນ, ການມາຂອງຄະນະໃນຄັ້ງນີ້ເປັນການປະກອບສ່ວນເຂົ້າໃນກິດຈະກຳສະເຫຼີມສະຫຼອງ ສອງວັນປະຫວັດສາດຂອງປີສາມັກຄີລາວ-ຫວຽດນາມ ປີ 2022 ແລະ ໄດ້ຢືນຢັນວ່າ: ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດເວົ້າລວມ ເວົ້າສະເພາະແມ່ນ ມະຫາວິທະຍາໄລສ້າງຄູແຂວງຖາຍຫງວຽນ ແລະ ສະຖານທູດລາວ ທີ່ຮ່າໂນ້ຍ.

 

ນອກຈາກນີ້, ຄະນະຍັງໄດ້ຮ່ວມກິດຈະກຳການແຂ່ງຂັນກິລາຕີດອກປີກໄກ່ ແລະ ກິລາປິງປ່ອງ ຊຶ່ງເຕັມໄປດ້ວຍບັນຍາກາດຄວາມເບີກບານມວນຊື່ນໄມຕີຈິດມິດຕະພາບ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480285
ມື້ນີ້115
ມື້ວານ157
ອາທິດນີ້683
ເດືອນນີ້6516