ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຫວິງຝຸກ

 2022 6 3 Emb VN 2

2022 6 3 Emb VN 1

2022 6 3 Emb VN 4

 

 

 

ໃນວັນທີ 1 ມິຖຸນາ 2022 ທີ່ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫວິງຝຸກ, ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ຟ້າມ ຮວ່າງ ແອງ, ຮອງເລຂາພັກແຂວງຜູ້ປະຈໍາການ, ປະທານສະຫະພັນບັນ ດາອົງການຈັດຕັ້ງມິດຕະພາບແຂວງຫວິງຝຸກ ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງທີ່ສະຫາຍເອກອັກຄະລັດຖະທູດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ, ພົບປະ ແລະ ເຂົ້າຮ່ວມກິດຈະກໍາຈຳນວນໜຶ່ງ ເພື່ອເປັນການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດ ນາມ ປີ 2022 ຄື: ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດລາວ-ຫວຽດນາມ ຄົບຮອບ 60 ປີ ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລາວ-ຫວຽດນາມ ຄົບຮອບ 45 ປີ. ສະຫາຍ ຟ້າມ ຮວ່າງ ແອງ ໄດ້ແຈ້ງໃຫ້ຊາບຮູ້ວ່າ: ແຂວງຫວິງຝູ່ໄດ້ແບ່ງອອກເປັນ 2 ແຂວງຄື: ແຂວງຫວິງຝຸກ ແລະ ແຂວງຝູ່ທໍ້.

 

 

ແຂວງຫວິງຝຸກ ມີເນື້ອທີ່ປະ 1.715 km2 ຢູ່ໃກ້ກັບແລວທາງເສດຖະກິດຮ່າໂນ້ຍ-ຮ່າຍຟ່ອງ ແລະ ກວາງນິງມີປະຊາກອນປະມານ 1,1 ລ້ານຄົນ, ຊຶ່ງຕະຫຼອດໄລຍະ 25 ປີທີ່ຜ່ານມາທາງແຂວງໄດ້ມີກົນໄກ, ນະໂຍ ບາຍຕ່າງໆທີ່ຖືກຕ້ອງເພື່ອເປັນການດຶງດູດນັກລົງທຶນ ຈົນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມນັບມື້ນັບມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຖືເອົາຂະແໜງກະສິກໍາ, ອຸດສາຫະກຳ, ການທ່ອງທ່ຽວ ແລະ ການບໍລິການເປັນຕົວຂັບເຄື່ອນ ແລະ ສາມາດເກັບລາຍຮັບໃຫ້ສູນກາງເປັນຈຳນວນຫຼວງຫຼາຍ. ສ່ວນການພົວພັນຮ່ວມມືສອງຝ່າຍ ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ດີງາມມາແຕ່ດົນນານຂອງສອງຊາດລາວ-ຫວຽດນາມ, ແຂວງຫວິງຝຸກ ໄດ້ຜັນຂະຫຍາຍຢ່າງຕັ້ງໜ້າຕໍ່ແນວທາງ, ນະໂຍບາຍຂອງພັກ, ລັດສອງປະເທດ ຊຶ່ງໄດ້ເອົາໃຈໃສ່ໃນການຮັດແໜ້ນສາຍການພົວພັນຮ່ວມມືກັບນະຄອນຫຼວງວຽງຈັນ ແລະ 8 ແຂວງພາກເໜືອຂອງ ສປປ ລາວ; ສອງຝ່າຍມີການພົບປະ, ແລກປ່ຽນຄະນະຜູ້ແທນ, ຊ່ວຍເຫຼືອ, ສະໜັບສະໜູນຊຶ່ງກັນ ແລະ ກັນຢ່າງເປັນປົກກະຕິ. ພິເສດແຂວງຫວິງຝຸກ ໄດ້ໃຫ້ການຊ່ວຍ ເຫຼືອເປັນທຶນຮອນຈຳນວນໜຶ່ງ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຢູ່ພາກເໜືອ ລວມທັງໃຫ້ທຶນການສຶກສາຈຳນວນ 30 ທຶນ/ປີໃຫ້ແກ່ລູກຫຼານປະຊາຊົນບັນດາແຂວງພາກເໜືອຂອງລາວ.

ນອກຈາກນີ້, ສະຫາຍ ຟ້າມ ຮວ່າງ ແອງ ຍັງໄດ້ແຈ້ງໃຫ້ຊາບວ່າ: ໃນເດືອນ 8/2022 ແຂວງຈະເຊີນຄະນະຜູ້ແທນ 8 ແຂວງພາກເໜືອຂອງລາວມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມເພື່ອຕີລາຄາຄືນການປະຕິບັດແຜນການຮ່ວມມືລະຫວ່າງແຂວງຫວິງຝຸກ ກັບ 8 ແຂວງພາກເໜືອຂອງລາວໃນໄລຍະຜ່ານມາ ນອກຈາກນັ້ນສະຫາຍກໍຈະນໍາພາຄະນະຜູ້ແທນຂັ້ນສູງແຂວງຫວິງຝຸກ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກກັບ 3 ແຂວງພາກເໜືອຂອງລາວ ໃນເດືອນກັນຍາ 2022 ຊຶ່ງຖືໂອກາດດັ່ງກ່າວຈະມອບເງິນຊ່ວຍເຫຼືອປະມານ 1 ລ້ານໂດລາສະຫະລັດໃຫ້ແກ່ແຂວງຫຼວງນໍ້າທາ ເພື່ອກໍ່ສ້າງອາຄານປິ່ນປົວຄົນເຈັບຢູ່ໂຮງໝໍແຂວງ ພ້ອມທັງຈະເຊື້ອເຊີນຄະນະຜູ້ແທນຂັ້ນສູງຂອງບັນດາແຂວງພາກເໜືອຂອງລາວເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫວິງຝຸກໃນທ້າຍປີ 2022 ເພື່ອສະຫຼຸບການຈັດຕັ້ງປະຕິບັດບັນດາກິດຈະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບ.

 

ສະຫາຍເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງແຂວງຫວິງຝຸກ ກັບບັນດາແຂວງພາກເໜືອຂອງລາວ ໃນໄລຍະຜ່ານມາ ແລະ ໄດ້ຢືນຢັນວ່າ: ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອເປັນຂົວຕໍ່ໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ ເວົ້າສະເພາະແມ່ນແຂວງຫວິງຝຸກ ກັບບັນດາແຂວງພາກເໜືອຂອງລາວໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງານຍິ່ງຂຶ້ນ, ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຫວິງຝຸກ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ, ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວບັນດາແຂວງພາກເໜືອຂອງລາວຕະຫຼອດມາ  ພິເສດແມ່ນການຊ່ວຍກໍ່ສ້າງບຸກຄະລາກອນໃຫ້ແກ່ລາວ ທີ່ຈະເປັນກຳລັງຫຼັກ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງຊາດ. ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍສະເໜີໃຫ້ສອງຝ່າຍສືບຕໍ່ເສີມຂະ ຫຍາຍມູນເຊື້ອສາຍພົວພັນອັນດີງາມໃຫ້ມີປະສິດທິຜົນຍິ່ງໆຂຶ້ນ ພ້ອມທັງສະເໜີໃຫ້ແຂວງຫວິງຝຸກຊ່ວຍດຶງດູດດນັກລົງທຶນຂອງແຂວງ ມາລົງທຶນຢູ່ບັນດາແຂວງພາກເໜືອງຂອງລາວໃຫ້ຫຼາຍຂຶ້ນ ເພື່ອເປັນການປະກອບສ່ວນເຮັດໃຫ້ມີການພັດທະນາແບບຍືນຍົງ.

 

ໃນວັນດຽວກັນ, ສະຫາຍເອກອັກຄະລັດຖະທູດ ຍັງໄດ້ນຳພາຄະນະໄປເຂົ້າຮ່ວມພິທີພົບປະອະດີດທະຫານອະສາສະໝັກຫວຽດນາມ ທີ່ເຄີຍປະກອບສ່ວນເຂົ້າໃນການປະຕິບັດລາວ ເພື່ອຮ່ວມກັນສະເຫຼີມສະຫຼອງວັນສ້າງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ​ແລະ ວັນ​ເຊັນ​ສົນທິ ສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ພ້ອມທັງມອບລາງວັນໃຫ້ແກ່ຜູ້ຊະນະການແຂ່ງຂັນ “ສາຍພົວພັນລາວ-ຫວຽດນາມ ທີ່ເຕັມໄປດ້ວຍນໍ້າໃຈບໍລິສຸດ” ດ້ວຍມີຜູ້ເຂົ້າສົ່ງປະກວດຈຳນວນ 5.301 ບົດທີ່ເວົ້າເຖິງສາຍພົວພັນທີ່ມີລັກສະນະພິເສດ ລະຫວ່າງສອງຊາດ ລາວ-ຫວຽດນາມ. ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຕີຄາລາສູງຕໍ່ການຈັດກິດຈະກໍາແຂ່ງຂັນຄັ້ງນີ້ ຊຶ່ງສຸດທີ່ມີຄວາມໝາຍສຳຄັນເພື່ອເປັນການໂຄສະນາ ແລະ ສຶກສາອົບຮົມໃຫ້ແກ່ຄົນຮຸ້ນໜຸ່ມຜູ້ທີ່ສືບທອດໄດ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ພ້ອມກັນປົກປັກຮັກສາ, ຖະໜຸຖະໜອມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ-ລາວໃຫ້ຂຽວສົດງົດງາມ ແລະ ໝັ້ນຄົງທະໜົງແກ່ນຕະຫຼອດກາລະນາ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480409
ມື້ນີ້67
ມື້ວານ172
ອາທິດນີ້807
ເດືອນນີ້6640