ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງຫົວໜ້າກົມກົງສຸນ ໃຫ້ສໍາພາດຕໍ່ສື່ມວນຊົນ ກ່ຽວກັບ ສະພາບການເຮັດໜັງສືຜ່ານແດນສໍາລັບພົນລະເມືອງລາວ ໃນປັດຈຸບັນ

2022 6 14 consular Interview 341

 

ໃນວັນທີ 14 ມິຖຸນາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສີສຸພັນ ມະນີວັນ, ຮອງຫົວໜ້າກົມກົງສຸນ ໄດ້ຕາງຫນ້າໃຫ້ກົມກົງສຸນ, ກະຊວງການຕ່າງປະເທດ ໃຫ້ສຳພາດຕໍ່ ບັນດາສື່ມວນຊົນລາວ ເພື່ອໃຫ້ຂໍ້ມູນ ແລະ ຊີ້ແຈງເຖິງສະພາບການຕົວຈິງ ໃນການເຮັດຫນັງສືຜານແດນຂອງພົນລະເມືອງລາວ ໃນໄລຍະປະຈຸບັນ ພາຍຫລັງການລະບາດຂອງພະຍາດ ໂຄວິດ 19 ຫລຸດລົງ ຢູ່ ສປປ ລາວ ກໍ່ຄືຕ່າງປະເທດ ໂດຍສະເພາະປະເທດເພື່ອບ້ານໃກ້ຄຽງ ໄດ້ເປີດປະເທດ ສຳລັບການເຂົ້າ-ອອກປະເທດຄືນໃຫມ່, ສຳລັບ ສປປ ລາວ ແມ່ນເລີ່ມແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ ຊຶ່ງເຮັດໃຫ້ມີປະຊາຊົນຈໍານວນຫລວງຫລາຍຕ້ອງການເດີນທາງໄປຕ່າງປະເທດ ອັນເປັນເຫດເຮັດໃຫ້ປະຊາຊົນຈໍານວນຫລາຍເດີນທາງມາຈາກຕ່າງແຂວງ ມາຍື່ນຄຳຮ້ອງຂໍຫນັງສືຜ່ານແດນຢູ່ກົມກົງສຸນ ທີ່ນະຄອນຫລວງວຽງຈັນ ຈຶ່ງເກີດມີສະພາບຄວາມອັ່ງອໍຂອງປະຊາຊົນເປັນຈຳນວນຫລາຍ ດັ່ງທີ່ເຫັນເປັນຂ່າວໃນສື່ອອນລາຍນັ້ນ.

 

 

ໃນໄລຍະກ່ອນປີ 2016 ການປະກອບເອກະສານຂໍເຮັດຫນັງສືຜ່ານແດນຂອງພົນລະເມືອງລາວເຮົາ ແມ່ນມີຫລາຍຂັ້ນຕອນ, ຜູ້ຮ້ອງຂໍຫນັງສືຜ່ານແດນຕ້ອງປະກອບແບບຟອມຄໍາຮ້ອງຂໍຫນັງສືຜ່ານແດນ ເຊັ່ນ:​ ປະກອບຊີວະປະຫວັດຫຍໍ້, ສໍາມະໂນຄົວ, ບັດປະຈໍາໂຕ ແລະ ອື່ນໆທີ່ຈໍາເປັນ ແລ້ວເອົາໄປເຊັນນາຍບ້ານ, ຫ້ອງການປ້ອງກັນຄວາມສະຫງົບຂັ້ນເມືອງ, ຫ້ອງການປ້ອງກັນຄວາມສະຫງົບຂັ້ນແຂວງ ແລ້ວຈຶ່ງນໍາເອົາມາຍື່ນຢູ່ກົມກົງສຸນ ກະຊວງການຕ່າງປະເທດ. ຍ້ອນເຫັນໄດ້ເຖິງບັນຫາຄວາມຫຍຸ້ງຍາກແບບນັ້ນຕໍ່ກັບປະຊາຊົນ, ສະນັ້ນ ເພື່ອສ້າງຄວາມສະດວກໃຫ້ແກ່ປະຊາຊົນ, ໃນປີ 2012 ກະຊວງການຕ່າງປະເທດ ໄດ້ເລີ່ມຄົ້ນຄວ້າ ເພື່ອປັບປຸງເຮັດໃຫ້ວຽກງານ ການພິຈາລະນາການອອກຫນັງສືຜ່ານແດນໃຫ້ແກ່ປະຊາຊົນ ມີຄວາມສະດວກວ່ອງໄວຂຶ້ນ ກໍຄືການສະກັດກັ້ນບັນຫາຫຍໍ້ທໍ້ ທີ່ເກີດຂຶ້ນກັບປະຊາຊົນ ທີ່ແລ່ນເອກະສານຮ້ອງຂໍນໍາໃຊ້ຫນັງສືຜ່ານແດນ, ລວມທັງຄວາມຈຳເປັນເພື່ອເຮັດໃຫ້ວຽກງານການອອກຫນັງສືຜ່ານແດນ ໃຫ້ໄດ້ຕາມມາດຕະຖານສາກົນ ກໍ່ຄືຮັບປະກັນດ້ານວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ຄວາມຫມັ້ນຄົງຂອງຊາດ ແລະ ລັດຖະບານຈຶ່ງເຫັນເຖິງຄວາມເປັນໄປໄດ້ໃນການສ້າງໂຄງການຫນັງສືຜ່ານແດນເອເລັກໂຕຣນິກ (E-passport) ເພື່ອຮັບໃຊ້ໃຫ້ແກ່ປະຊາຊົນ ກໍຄືການຫັນເຮັດໃຫ້ລະບົບການອອກຫນັງສືຜ່ານແດນຂອງລາວເຮົາ ມີຄວາມທັນສະໄຫມ ໄດ້ມາດຕະຖານສາກົນ. ມາເຖິງປີ 2016 ລັດຖະບານໄດ້ອະນຸມັດໃຫ້ດໍາເນີນໂຄງການດັ່ງກ່າວ ພ້ອມກັບການເລີ່ມນໍາໃຊ້ແບບຟອມຄໍາຮ້ອງຂໍຫນັງສືຜ່ານແດນແບບໃຫມ່ ຊຶ່ງມີພຽງໃບຄຳຮ້ອງແຕ່ໃບດຽວ ບໍ່ຈຳເປັນຕ້ອງຊື້ ສາມາດຂໍຮັບໄດ້ ຈາກຫ້ອງການກົມກົງສຸນໄດ້ໂດຍກົງ ຫລື ດາວໂລດເອົາໄດ້ຢູ່ຫນ້າເວັບໄຊຂອງກະຊວງການຕ່າງປະເທດ ແລ້ວໄປເຊັນນໍາແຕ່ນາຍບ້ານ ແລະ ບໍ່ຈໍາເປັນໄປເຊັນອີກຫລາຍຂັ້ນຕອນຄືຜ່ານມາ ພ້ອມນຳເອົາສຳມະໂນຄົວ ແລະ ບັດປະຈຳໂຕ ໄປຍື່ນເພື່ອຂໍຖືຫນັງສືຜ່ານແດນ.​

 

ສະຖານທີ່ບໍລິການຮັບຄຳຮ້ອງຂໍຫນັງສືຜ່ານແດນ ນອກຈາກມີຢູ່ ກົມກົງສຸນ,​ກະຊວງການຕ່າງປະເທດ, ພວກເຮົາຍັງໄດ້ເປີດສູນຮັບຄໍາຮ້ອງຂໍຫນັງສືຜ່ານແດນຢູ່ຕ່າງແຂວງ ຄື: ແຂວງອຸດົມໄຊ, ແຂວງຊຽງຂວາງ ແລະ ແຂວງໄຊຍະບູລີ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ຊຶ່ງຢູ່ແຕ່ລະສູນ ກໍໄດ້ມີການຕິດຕັ້ງລະບົບທັນສະໄຫມຮັບສໍາພາດໃນການເກັບຂໍ້ມູນ, ຮູບພາບ, ລາຍນິ້ວມືຂອງຜູ້ມາຂໍຫນັງສືຜ່ານແດນ ລວມທັງລະບົບແຈກຄິວລໍຖ້າເຂົ້າສຳພາດ ເຊິ່ງຫລາຍທ່ານຄົງຈະໄດ້ເຫັນວ່າມີຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະດວກຫລາຍຂຶ້ນ ແລະ ຜ່ານມາກໍບໍ່ປະກົດມີບັນຫາຍໍ້ທໍ້ໃນບັນຫາດັ່ງກ່າວນີ້.

 

ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຕະຫລອດໄລຍະ 2 ປີກ່ວາມານີ້ ມີພົນລະເມືອງລາວ ໄດ້ ເດີນທາງກັບຄືນປະເທດມີຈຳນວນຫລວງຫລາຍ ເຊິ່ງຕາມຂໍ້ມູນຈາກຝ່າຍກ່ຽວຂ້ອງໃຫ້ຮູ້ວ່າ ໃນໄລຍະເດືອນມັງກອນ-ທັນວາ 2021 ພຽງປີດຽວ ມີຈໍານວນເຖິງ 68,494 ຄົນ ແລະ ປະມານເກີນ 80% ຂອງຈໍານວນດັ່ງກ່າວ ແມ່ນພົນລະເມືອງລາວທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງ.

 

ຕໍ່ກັບຄຳຖາມສຳພາດຂອງນັກຂ່າວ ສື່ມວນຊົນລາວ ກ່ຽວກັບ ສະພາບຄວາມແອອັດຂອງປະຊາຊົນ ທີ່ມາຂໍຫນັງສືຜ່ານແດນ, ກົມກົງສຸນ, ກະຊວງການຕ່າງປະເທດ ຂໍອະທິບາຍ ແລະ ຊີ້ແຈງ ເຖິງສາເຫດເປັນແຕ່ລະຂໍ້ດັ່ງນີ້:

  1. ສະພາບການຫນັງສືຜ່ານແດນໃນປັດຈຸບັນເປັນຄືແນວໃດ? ພາຍຫລັງລັດຖະບານ ເປີດປະເທດ
    ຢ່າງເປັນທາງການ:

        ພາຍຫລັງລັດຖະບານມີແຈ້ງການເປີດປະເທດແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ, ພວກເຮົາສັງເກດໄດ້ວ່າ ຈຳນວນປະຊາຊົນທີ່ມາຂໍເຮັດຫນັງສືຜ່ານແດນແມ່ນມີຈຳນວນສູງຂຶ້ນ ແລະ ບວກກັບ ຫລາຍປະເທດກໍໄດ້ລຸດຜ່ອນມາດຕະການຕ່າງໆໃນການເຂົ້າ-ອອກເມືອງຂອງປະເທດຕົນ ແລະ ຫລາຍປະເທດກໍເລີ່ມເປີດປະເທດຢ່າງເປັນປົກກະຕິ ຈຶ່ງເຮັດໃຫ້ຈຳນວນປະຊາຊົນລັ່ງໄຫລມາຂໍຫນັງສືຜ່ານແດນມີ ຈຳນວນເພີ່ມຂຶ້ນຫລາຍ ແລະ ມີລັກສະນະຮີບດ່ວນ ຊຶ່ງທາງກົມກົງສຸນກໍໄດ້ລົງເກັບກຳຂໍ້ມູນ ເພື່ອຊອກຮູ້ສາເຫດທີ່ເຮັດໃຫ້ມີສະພາບປະຊາຊົນມາອັ່ງອໍກັນຢູ່ກົມກົງສຸນ ຢູ່ນະຄອນຫລວງວຽງຈັນ ດັ່ງນີ້:

 

  • ປະຊາຊົນຈຳນວນຫລວງຫລາຍ ມີຄວາມຕ້ອງການນຳໃຊ້ຫນັງສືຜ່ານແດນ ເພື່ອກັບຄືນໄປອອກແຮງງານຢູ່ປະເທດໃກ້ຄຽງ. ໃນສອງສາມປີມານີ້ ນັກສຶກສາທີ່ຈົບຊັ້ນມັດທະຍົມປາຍ ມີຈໍານວນຫລາຍ ບໍ່ສາມາດ ເດີນທາງໄປຮຽນຕໍ່ຢູ່ຕ່າງປະເທດໄດ້ ແລະ ມາເຖິງປະຈຸບັນ ເຂົາເຈົ້າກໍຂຸ້ນຂ້ຽວຕ້ອງການຫນັງສືຜ່ານແດນ ເພື່ອປະກອບເອກະສານສະຫມັກເອົາທຶນສຶກສາຕໍ່ຢູ່ຕ່າງປະເທດ.
  • ປະຊາຊົນຈຳນວນຫລາຍມີຄວາມເຂົ້າໃຈວ່າ ຖ້າມາຍື່ນຄໍາຮ້ອງ ຢູ່ນະຄອນຫລວງວຽງຈັນ ຈະໄດ້ຮັບຫນັງສືຜ່ານ ແດນໄວ ຊຶ່ງຄວາມຈິງ ໂດຍປະຕິບັດຕາມ  ກົດຫມາຍວ່າດ້ວຍການເຂົ້າ-ອອກເມືອງ ການອອກ ຫນັງສືຜ່ານແດນຢູ່ນະຄອນຫລວງວຽງຈັນ ມີກຳຫນົດເວລາ 7 ວັນລັດຖະການ ແລະ ຢູ່ຕ່າງແຂວງ ແມ່ນ 10 ວັນລັດຖະການ.
  • ຈາກສະພາບການທີ່ມີຄວາມຕ້ອງການສູງໃນການນຳໃຊ້ຫນັງສືຜ່ານແດນ ເຮັດໃຫ້ເກີດມີກຸ່ມຄົນສວຍໂອກາດຈຳນວນຫນຶ່ງ ຫມູນໃຊ້ສະພາບການດັ່ງກ່າວນີ້ ຫາຜົນປະໂຫຍດໃຫ້ແກ່ຕົນ ໂດຍໄປໂຄສະນາໃຫ້ ປະຊາຊົນຢູ່ແຂວງຕ່າງໆ ວ່າສາມາດພາໄປເຮັດຫນັງສືຜ່ານແດນຢູ່ນະຄອນຫຼວງວຽງຈັນໄດ້ໄວ ໂດຍຮຽກເກັບຄ່າລົດ ຄ່າພັກເຊົາ ແລະ ຄ່າບໍລິການພາໄປເຮັດ ແລະ ອື່ນໆອີກ.
  • ເກີດມີກຸ່ມຄົນຈຳນວນຫນຶ່ງ ທີ່ອ້າງຕົນເອງວ່າເປັນນາຍຫນ້າ ອາສາພາແລ່ນເອກະສານຕ່າງໆ ແລະ ຮັບຈ້າງມາຢືນລໍຖ້າຄິວ ເພື່ອເຂົ້າຍື່ນເອກະສານໃຫ້ແທນກັນ ແລະ ຮຽກເກັບເງິນນຳປະຊາຊົນ.

 

ຈາກສາເຫດທີ່ກ່າວມາຂ້າງເທິງນັ້ນ ແລະ ເຖິງວ່າພວກເຮົາຈະມີຄວາມພ້ອມດ້ານລະບົບອອກຫນັງສືຜ່ານແດນ ທີ່ທັນສະໄຫມກໍ່ຕາມ ແຕ່ບັນຫາທີ່ປະຊາຊົນ ຈາກທຸກແຂວງ ເປັນຈຳນວນຫລວງຫລາຍ ພ້ອມພາກັນມາຍື່ນຄໍາຮ້ອງຂໍຫນັງສືຜ່ານແດນຢູ່ກົມກົງສຸນຈຸດດຽວ ຊຶ່ງມີຈຳນວນທີ່ເກີນຄວາມອາດສາມາດຕົວຈິງ ທີ່ພວກເຮົາຈະສາມາດຮັບບໍລິການໄດ້ໃນແຕ່ລະວັນ ຈຶ່ງເກີດມີສະພາບແອອັດ ແລະ ຄວາມບໍ່ພໍໃຈຂອງຜູ້ມາຍື່ນຄຳຮ້ອງ ດັ່ງທີ່ປະກົດຕາມສື່ສັງຄົມອອນລາຍນັ້ນ.

 

  1. ກ່ຽວກັບສະພາບການປະຊາຊົນຈໍໍານວນຫລາຍລຽນແຖວເຮັດຫນັງສືຜ່ານແດນໃນແຕ່ລະວັນ
    ທາງພາກສ່ວນກ່ຽວຂ້ອງ ມີວິທີຮອງຮັບ ແລະ ແກ້ໄຂຄືແນວໃດ?

        ຕໍ່ກັບສະພາບການດັ່ງກ່າວ, ກົມກົງສຸນ, ກະຊວງການຕ່າງປະເທດ ກໍຮັບຮູ້ໄດ້ບັນຫາ ແລະ ບໍ່ໄດ້ນິ້ງນອນໃຈ ພ້ອມທັງໄດ້ຄົ້ນຄວ້າເພື່ອຊອກຫາວິທີ ແລະ ມາດຕະການຕ່າງໆ ເພື່ອຮອງຮັບແລະແກ້ໄຂບັນຫາທີ່ເກີດຂຶ້ນ ດັ່ງນີ້:

 

  • ມາດຕະການແກ້ໄຂບັນຫາສະເພາະຫນ້າ ຫລື ໄລຍະສັ້ນ:
  • ອັນທີ່ຫນຶ່ງ ໄດ້ປຸກລະດົມຈິດໃຈພະນັກງານພາຍໃນກົມກົງສຸນ ໃຫ້ມີຄວາມເສຍສະຫລະເວລາຂອງຕົນ ເພື່ອມາບໍລິການຮັບໃຊ້ແກ່ປະຊາຊົນ ໂດຍໄດ້ຈັດຕັ້ງພະນັກງານຈຳນວນຫນຶ່ງ ມາຈັດຄວາມເປັນລະບຽບ ແລະ ກວດກາເອກະສານໃຫ້ປະຊາຊົນຢູ່ພາຍໃນກົມກົງສຸນ ກ່ອນໂມງລັດຖະການ. ຫລາຍຄົນກໍຄົງເຫັນວ່າ ຫົກໂມງເຄິ່ງຫາເຈັດໂມງເຊົ້າ ມີພະນັກງານພວກເຮົາ ໄດ້ເລີ່ມວຽກງານຂອງຕົນແລ້ວ. ຫລາຍຄົນອາດ ຈະມີຂໍ້ສົງໄສວ່າ ເປັນຫຍັງການແຈກບັດຄິວຢູ່ສະຖານທີ່ເຮັດຫນັງສືຜ່ານແດນ ຈຶ່ງແຕກຕ່າງຈາກສະຖານທີ່ອື່ນ ຊຶ່ງໃຫ້ຜູ້ມາໃຊ້ບໍລິການກົດເອົາບັດຄິວເອງ ແຕ່ຢູ່ກົມພວກເຮົາແມ່ນພະນັກງານ ເປັນຜູ້ແຈກ ໃຫ້. ຄຳຕອບກໍຄື ພວກເຮົາບໍ່ຢາກໃຫ້ປະຊາຊົນທີ່ມາລໍນັ່ງຖ້າຄິວເປັນການເສຍເວລາ ໃນກໍລະນີເອກະສານຂອງເຂົາເຈົ້າບໍ່ຄົບຖ້ວນ, ພະນັກງານພວກເຮົາຈະຊ່ວຍກວດກາເອກະສານໃຫ້ກ່ອນ ແລະ ເຫັນວ່າຄົບ ຖ້ວນ ຈຶ່ງເອົາຄິວໃຫ້ເຂົ້າໄປສຳພາດ. ອີກບັນຫາຂອງການກວດຄິວ ກໍເພື່ອຄົ້ນຫາບັນດານາຍຫນ້າທີ່ຮັບຈ້າງມາຢືນເອົາຄິວໃຫ້ກັນ ຖ້າພົບເຫັນກໍລະນີ ບໍ່ແມ່ນເຈົ້າຂອງເອກະສານ ແລະ ບໍ່ມີສ່ວນກ່ຽວຂ້ອງກັບ ຜູ້ມາຍື່ນຄຳຮ້ອງແທ້ ພວກເຮົາກໍຈະບໍ່ພິຈາລະນາໃຫ້ຄິວສຳພາດ.
  • ອັນທີ່ສອງ ໄດ້ເພີ່ມຈຳນວນການຮັບເອກະສານຄຳຮ້ອງ ຂອງແຕ່ລະວັນຫລາຍຂຶ້ນກ່ວາເກົ່າ ເຊັ່ນຈາກສະພາບປົກກະຕິທີ່ມີຄວາມສາມາດຮັບພິຈາລະນາໄດ້ ປະມານສູງສຸດ 300 ຄົນ ກໍເພີ່ມມາເປັນ 500 ກ່ວາຄົນ ຫລື ຫລາຍກ່ວານັ້ນ ໂດຍໃຫ້ພະນັກງານພວກເຮົາດຳເນີນການສຳພາດໃຫ້ຫມົດທຸກຄົນ ເຖິງວ່າຈະກາຍໂມງເລີກວຽກລັດຖະການແລ້ວກໍຕາມ ຊຶ່ງຕົວຈິງບາງມື້ພວກເຮົາກໍ ດໍາເນີນການສໍາພາດຈົນເຖິງເວລາ 6 ໂມງແລງ ແລະ ບາງສູນຮັບຄຳຮ້ອງຂໍຫນັງສືຜ່ານແດນທີ່ຕ່າງແຂວງ ກໍອາດເລີກຄຳ່ກ່ວານັ້ນ ແລະ ຫນ່ວຍງານການຜະລິດຫນັງສື ຜ່ານແດນກໍເຊັ່ນດຽວກັນ ພ້ອມກັນເສຍສະຫລະເວລາມາປະຕິບັດຫນ້າທີ່ທັງ ວັນເສົາ ແລະ ອາທິດ ໂດຍປາສະຈາກເງິນລວງເວລາ ຫລື ເງິນອຸດຫນູນນອກໂມງການໃດໆ.
  • ມີແຜນການນຳສົ່ງພະນັກງານສຳພາດເພີ່ມຕື່ມ ລົງໄປປະຈໍາຢູ່ແຕ່ລະສູນຮັບຄຳຮ້ອງຂໍຫນັງສືຜ່ານແດນທີ່ຕ່າງແຂວງ ເພື່ອເພີ່ມຂີດຄວາມສາມາດຮັບຄຳຮ້ອງໃນແຕ່ລະວັນໃຫ້ໄດ້ຫລາຍຂຶ້ນຕື່ມອີກ.
  • ເພີ່ມທະວີ ການເຜີຍແຜ່ຂໍ້ມູນກ່ຽວກັບການປະກອບເອກະສານ ແລະ ຂັ້ນຕອນການຍື່ນຄໍາຮ້ອງດ້ວຍຕົນເອງ ໃຫ້ປະຊາຊົນຮັບຮູ້ ແລະ ບໍ່ຫລົງເຊື່ອບັນດາກຸ່ມນາຍຫນ້າທີ່ອ້າງວ່າສາມາດຊ່ວຍແລ່ນເອກະສານ ໃຫ້ໄດ້.
  • ຕໍ່ກັບສະພາບຄວາມແອອັດ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ກີດຂວາງການສັນຈອນຢູ່ບໍລິເວນດ້ານຫນ້າກົມກົງສຸນ ຊຶ່ງມີແມ່ຄ້າມາຂາຍເຄື່ອງຕາມແຄມທາງ ແລະ ບັນດານາຍຫນ້າທັງຫລາຍມາ ຕັ້ງໂຕະ ຮັບເອກະສານຕ່າງໆນັ້ນ ເຫັນວ່າບໍ່ຖືກຕ້ອງຕາມລະບຽບກົດຫມາຍ ຊຶ່ງພວກເຮົາກໍໄດ້ຂຶ້ນປ້າຍຫ້າມຂາຍເຄື່ອງຢູ່ບໍລິເວນນັ້ນ ແລະ ໄດ້ລົງຕັກເຕືອນພ້ອມທັງຂໍຄວາມຮ່ວມມືນຳ ແຕ່ກໍ່ບໍ່ມີໃຜໃຫ້ການຮ່ວມມືນໍາ ພວກເຮົາ. ຕໍ່ກັບບັນຫານີ້ ກົມກົງສຸນ ກໍໄດ້ສົ່ງຫນັງສືໄປຍັງ ອໍານາດການປົກຄອງຂອງເມືອງຈັນທະບູລີແລ້ວ ເພື່ອສະເຫນີໃຫ້ເພິ່ນລົງມາຊ່ວຍຈັດສັນຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນດ້ານຫນ້າກົມກົງ ສຸນ, ກະຊວງການຕ່າງປະເທດ.
  • ມາດຕະການແກ້ໄຂບັນຫາໃນອານາຄົດ ຫລື ໄລຍະຍາວ:
  • ເພື່ອປັບປຸງການບໍລິການໃຫ້ໄດ້ດີຂຶ້ນກ່ວາເກົ່າໃນອານາຄົດ, ປະຈຸບັນກົມກົງສຸນ ກຳລັງຄົ້ນຄ້ວາ ແລະ ອອກແບບລະບົບແຈກບັດຄິວນັດສຳພາດໂດຍຜ່ານລະບົບອອນລາຍ.
  • ປະຈຸບັນ ກະຊວງການຕ່າງປະເທດ ໄດ້ສຳເລັດການຮ່າງ ກົດຫມາຍວ່າດ້ວຍຫນັງສືຜ່ານແດນ ແລະ ຜ່ານຂັ້ນຕອນການລົງທາບທາມຄຳເຫັນ ຢູ່ຂັ້ນສູນກາງ, ຢູ່ບັນດາແຂວງພາກເຫນືອ ແລະ ແຂວງພາກກາງ ແລ້ວ ແລະ ພາຍໃນອາທິດນີ້ກໍຈະໄດ້ລົງທາບທາມຄຳເຫັນຢູ່ບັນດາແຂວງພາກໃຕ້ ແລະຄາດວ່າຈະສົ່ງໃຫ້ສະພາແຫ່ງຊາດພິຈາລະນາໃນທ້າຍປີ 2022 ນີ້. ກົດຫມາຍສະບັບນີ້ແມ່ນມີຄວາມສໍາຄັນຫລາຍ ເພື່ອກຳ ນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານຫນັງສືຜ່ານແດນ ຂອງປະເທດເຮົາ ແລະ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີຄວາມຖືກ ຕ້ອງ, ຊັດເຈນ, ວ່ອງໄວ, ທັນສະໄຫມ ແລະ ເປັນລະບົບ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງລາວ, ອໍານວຍຄວາມສະດວກໃຫ້ພົນລະເມືອງລາວໃນການເດີນທາງເຂົ້າ-ອອກປະເທດ, ພັກເຊົາ ຫລື ອາໄສຢູ່ຕ່າງປະເທດ.
  • ຕາມແຜນການຂອງໂຄງການອອກຫນັງສືຜ່ານແດນໃນອານາຄົດ ໃນເມື່ອພວກເຮົາມີຄວາມພ້ອມທາງດ້ານງົບປະມານ ແລະ ດ້ານອື່ນໆ ກໍຈະໄດ້ຂະຫຍາຍສູນຮັບຄຳຮ້ອງຂໍຫນັງສືຜ່ານແດນຢູ່ຕ່າງແຂວງ ໄປຍັງບັນດາແຂວງອື່ນໆຕື່ມອີກ.
  1. ຕໍ່ບັນຫານີ້ ທ່ານມີຫຍັງຮຽກຮ້ອງ ຫລື ຝາກເຖິງປະຊາຊົນ ທີ່ໄປເຮັດຫນັງສືຜ່ານແດນ
    ເອົາໃຈໃສ່ຕື່ມ ຄືແນວໃດ ເພື່ອຫລີກລ່ຽງຄວາມແອອັດ ແລະ ເປັນລະບຽບຮຽບຮ້ອຍ:

       ຕໍ່ກັບສະພາບການທີ່ເກີດຂຶ້ນ ທາງກົມກົງສຸນ ຂໍສະແດງຄວາມຂໍໂທດ ແລະ ຂໍອະໄພ ມາຍັງປະຊາຊົນ ທີ່ມາໃຊ້ບໍລິການ  ທີ່ພວກເຮົາບໍ່ສາມາດຕອບສະຫນອງໄດ້ຕາມຄວາມຕ້ອງການຂອງທຸກຄົນ ອັນເນື່ອງມາຈາກ ກະແສການລັ່ງໄຫລຂອງປະຊາຊົນເປັນຈຳນວນຫລວງຫລາຍມາຍື່ນຄຳຮ້ອງຢູ່ນະຄອນຫລວງວຽງຈັນ ຊຶ່ງມີປະລິມານທີ່ເກີນຂີດຄວາມສາມາດຮັບຮອງຕົວຈິງ ທາງດ້ານເຕັກນິກ ແລະ ບຸກຄະລາກອນຂອງພວກເຮົາທີ່ມີຈຳກັດ ແລະຂໍຮຽກຮ້ອງ ແລະ ຂໍຄວາມຮ່ວມມືມາຍັງທ່ານໃນບັນຫາຕ່າງໆດັ່ງນີ້:

  • ຂໍແຈ້ງໃຫ້ຊາບວ່າ ນອກຈາກຢູ່ກົມກົງສຸນ ທີ່ນະຄອນຫລວງວຽງຈັນ, ພວກເຮົາຍັງມີສູນຮັບຄໍາຮ້ອງຂໍຫນັງສືຜ່ານແດນຢູ່ ແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງຄຳມ່ວນ, ແຂວງສະຫວັນນະ ເຂດ ແລະ ແຂວງຈຳປາສັກ. ໃນໄລຍະນີ້ ຂໍຄວາມຮ່ວມມືມາຍັງປະຊາຊົນທີ່ຢູ່ແຂວງເຫລົ່ານີ້ ຫລືຢູ່ບັນດາແຂວງໃກ້ຄຽງ ໃຫ້ເຂົ້າໄປໃຊ້ບໍລິການຢູ່ບັນດາສູນຮັບຄຳຮ້ອງດັ່ງກ່າວ ເພື່ອເປັນການລຸດຜ່ອນຄວາມແອ ອັດຂອງປະຊາຊົນ ຢູ່ນະຄອນຫລວງວຽງຈັນ. ຂໍໃຫ້ມີສະຕິ ຢ່າຫລົງເຊື່ອບັນດານາຍຫນ້າ ທີ່ອ້າງຕົນວ່າຈະສາມາດພາໄປເຮັດ ຫລື ຊ່ວຍແລ່ນເອກະສານ ພ້ອມທັງເລັ່ງລັດຂັ້ນຕອນການອອກຫນັງສືຜ່ານແດນໃຫ້ ຕົນໄດ້ໄວຢູ່ນະຄອນຫລວງວຽງຈັນ (ເຈົ້າຫນ້າທີ່ຈະພິຈາລະນາອຳນວຍຄວາມສະດວກອອກດ່ວນໃຫ້ສະເພາະກໍລະນີສຸກເສີນ ເຊັ່ນຄົນເຈັບ ທີ່ມີຄວາມຈໍາເປັນຕ້ອງເດີນທາງດ່ວນໄປຮັກສາປິ່ນປົວຢູ່ຕ່າງປະເທດ ໂດຍມີເອກະສານຢັ້ງຢືນຈາກໂຮງຫມໍເທົ່ານັ້ນ).
  • ຂໍໃຫ້ປະຊາຊົນ ມາຍື່ນຄຳຮ້ອງດ້ວຍຕົນເອງ ມີບັນຫາທາງດ້ານເອກກະສານ ກໍໃຫ້ເຂົ້າປຶກສານໍາພະນັກງານຂອງສູນບໍລິການຂອງພວກເຮົາໄດ້ ຊຶ່ງຈະເປັນຜູ້ໃຫ້ຂໍ້ມູນທີ່ຖືກຕ້ອງແກ່ບັນດາທ່ານ. ຜ່ານມາພວກ ເຮົາກໍສັງເຫດເຫັນວ່າ ມີຫລາຍຄົນ ໄປປຶກສານໍານາຍຫນ້າຢູ່ແຄມທາງພຸ້ນໃນການປະກອບເອກະສານຕ່າງໆ ສຸດທ້າຍກໍບໍ່ມີຄວາມຖືກຕ້ອງ ແລະ ຕ້ອງໄດ້ເຮັດຄືນອີກຫລາຍຄັ້ງຈຶ່ງຖືກຕ້ອງ, ຊຶ່ງເຫັນວ່າເປັນ ຊ່ອງວ່າງໃຫ້ນາຍຫນ້າຮຽກເອົາເງິນຄ່າແລ່ນເອກະສານຂອງພວກທ່ານໄປໂດຍໄຮ້ເຫດຜົນ.
  • ຂໍຖືໂອກາດນີ້, ຂໍຄວາມເຫັນໃຈ ຈາກປະຊາຊົນ ແລະ ທຸກພາກສ່ວນຂອງສັງຄົມ ໃຫ້ມີຄວາມເຂົ້າໃຈວ່າ ລະບົບການອອກຫນັງສືຜ່ານແດນແມ່ນມີຄວາມລະອຽດອ່ອນ ແລະ ຕິດພັນກັບບັນຫາຄວາມຫມັ້ນຄົງ ທັງພາຍໃນ ແລະ ຕ່າງປະເທດ. ທຸກຂັ້ນຕອນຕ້ອງໃຫ້ມີຄວາມຖືກຕ້ອງຕາມມາດຖານ ແລະ ເງື່ອນໄຂຂອງສາກົນ ເພື່ອນາໆປະເທດຈະໄດ້ໃຫ້ການຍອມຮັບ, ໃຫ້ຄວາມເຊື່ອຖືຕໍ່ຫນັງສືຜ່ານແດນຂອງປະເທດເຮົາ ແລະ ເວລານໍາໃຊ້ເດີນທາງໄປຕ່າງປະເທດ ກໍຈະໄດ້ຮັບຄວາມສະດວກດີ. ສະນັ້ນ ຕໍ່ກັບຫລາຍຄໍາເຫັນຂອງສັງຄົມທີ່ວ່າ ເປັນຫຍັງບໍ່ໃຫ້ແຂວງອື່ນອອກໃຫ້ໆທົ່ວເຖິງທຸກແຂວງ ກໍ່ດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ ພວກເຮົາກໍມີແຜນທີ່ຈະຂະຫຍາຍ ສູນບໍລິການຮັບຄໍາຮ້ອງຂໍຫນັງສືຜ່ານແດນ ໄປຍັງແຂວງອື່ນໆຕື່ມອີກໃນອານາຄົດ.

ບັນຫາສຸດທ້າຍ, ຂໍໃຫ້ປະຊາຊົນຮັບຮູ້ວ່າ ຫນັງສືຜ່ານແດນ ແມ່ນຊັບສົມບັດຂອງຊາດ ທີ່ອະນຸຍາດໃຫ້ພົນລະເມືອງລາວ ນຳໃຊ້ໃນການເດີນທາງເຂົ້າ-ອອກປະເທດ ແລະ ເດີນທາງໄປຕ່າງປະເທດ, ຈຶ່ງສະເຫນີໃຫ້ທຸກຄົນ ຕ້ອງປົກປັກຮັກສາໃຫ້ດີ ບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ອີກເທື່ອຫນຶ່ງ ຂໍຄວາມຮ່ວມມືມາຍັງຜູ້ທີ່ໄດ້ຮັບຫນັງສືຜ່ານແດນທຸກໆຄົນ ນໍາໃຊ້ຫນັງສືຜ່ານແດນໃຫ້ຖືກກັບຈຸດປະສົງ ຖືກຕ້ອງຕາມລະບຽບກົດຫມາຍ ແລະ ປະຕິບັດລະບຽບການເຂົ້າ-ອອກເມືອງໃຫ້ຖືກຕ້ອງ, ນໍາໃຊ້ຫນັງສືຜ່ານແດນຂອງພວກທ່ານ ຢ່າງມີຄວາມຮັບຜິດ ຊອບສູງ ຕາມສິດນຳໃຊ້ຂອງຕົນເອງ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480219
ມື້ນີ້49
ມື້ວານ157
ອາທິດນີ້617
ເດືອນນີ້6450