ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳສສຫວຽດນາມຮ່ວມພິທີເປີດບັ້ນແຂ່ງຂັນ “ຊອກຮູ້ກ່ຽວກັບປະຫວັດສາດການພົວພັນແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ” ປີ 2022.

 

2022 6 14 VN Compettition

2022 6 14 VN Compettition1

 

2022 6 14 VN Compettition2

 

ວັນ​ທີ 13 ມິຖຸນາ 2022, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ​ໄດ້​ຈັດພິທີເປີດບັ້ນແຂ່ງຂັນ “ຊອກຮູ້ກ່ຽວກັບປະຫວັດສາດການພົວພັນແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ” ປີ 2022.

ໂດຍ​ການ​ເຂົ້າ​ຮ່ວມ​ຂອງສະຫາຍຫງວຽນ ຈ້ອງ ເຫງ໊ຍ, ເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະໂຄສະນາສຶກສາສູນກາງ,ຮອງຫົວໜ້າຄະນະຊີ້ນຳລະດັບຊາດ “ປີສາມັກຄີມິດຕະພາບ ຫວຽດ ນາມ-ລາວ” ປີ 2022;ສະຫາຍ​ເລຫາ​ຍບິ່ງ, ກຳມະການ​ສຳຮອງ​ສູນ​ກາງ​ພັກກອມມູນິດຫວຽດນາມ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ,ຮອງຫົວໜ້າຄະນະຊີ້ນຳ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ການ​ແຂ່ງຂັນ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມແຫ່ງສປປລາວປະຈຳສສຫວຽດນາມ, ​ບັນດາ​ຜູ້ຕາງໜ້າ​ກະຊວງ, ຂະແໜງການ ແລະ ພະ​ແນ​ກການ, ພະນັກງານ​ຄູ​ອາຈານ​ພ້ອມ​ດ້ວຍ​ນັກ​ສຶກສາລາ​ວ ​ແລະ​ ຫວຽດນາມ​ກຳລັງ​ສຶກສາ​ທີ່​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

 

​ໂອກາດ​ເຂົ້າ​ຮ່ວມ​ພິທີດັ່ງກ່າວສະຫາຍແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມແຫ່ງສປປລາວປະຈຳສສຫວຽດນາມໄດ້ຕີລາຄາສູງຕໍ່ກັບການຈັດບັ້ນແຂ່ງຂັນ “ຊອກຮູ້ກ່ຽວກັບປະ ຫວັດສາດການພົວພັນແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ” ປີ 2022. ພ້ອມ​ດຽວ​ກັນ​ນັ້ນສະຫາຍ​ເອກ​ອັກຄະ​ລັດຖະທູດ​ຍັງ​ໄດ້ເນັ້ນ​ຕື່ມ​ວ່າ: ການທີ່ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດ ນາມ ຈັດຕັ້ງເປີດບັ້ນແຂ່ງຂັນຄັ້ງນີ້ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ, ທະຫານຕໍາຫຼວດ ຕະຫຼອດຮອດປະຊາຊົນ ໂດຍສະເພາະຄົນຮຸ້ນໜຸ່ມຮັບຮູ້ ເລິກເຊິ່ງຕື່ມກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ຂອງພວກເຮົາ. ທັງມີຄວາມເຊື່ອໝັ້ນວ່າ ການແຂ່ງຂັນຊອກຮູ້ກ່ຽວກັບການພົວພັນພິເສດ 2 ຊາດພວກເຮົາໃນຄັ້ງນີ້ ຈະໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກຊັ້ນຄົນຕ່າງໆ ນັບທັງຊາວໜຸ່ມເຍົາວະຊົນ ຈົນຮອດຜູ້ອາວຸໂສ, ທັງຈະສາມາດຂຸດຄົ້ນຊອກເຫັນອັນໂດດເດັ່ນຍອດຍິ່ງຂອງການພົວພັນພິເສດນີ້. ບັນດາຂໍ້ມູນທີ່ໄດ້ຮັບຈາກການແຂ່ງຂັນໃນຄັ້ງນີ້ ຈະກາຍເປັນຄັງສາງທີ່ອຸດົມສົມບູນ ແລະ ມີຄວາມໝາຍທາງປະຫວັດສາດຂອງ ການພົວພັນ 2 ຊາດຂອງພວກເຮົາ ແລະ ຈະເປັນເອກະສານໄວ້ໃຫ້ຄົນຮຸ້ນຕໍ່ໆໄປໄດ້ສຶກສາຮຽນຮູ້ຕະຫຼອດໄປ.

 

 

 ຈາກ​ນັ້ນສະຫາຍ​ເລ​ຫາຍ​ບິ່ງ, ກຳມະການ​ສຳຮອງ​ສູນ​ກາງ​ພັກກອມມູນິດຫວຽດນາມ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ, ຫົວໜ້າ​ຄະນະ​ຈັດ​ຕັ້ງ, ຄະນະ​ຈັດ​ຕັ້ງ​ບັ້ນ​ແຂ່ງຂັນໄດ້​ຢືນຢັນ​ວ່າ: “ນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ສາຍພົວພັນສາມັກຄີແບບພິເສດ ​ແລະການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ-ລາວ ນັບມື້ນັບ​ແໜ້ນ​ແຟ້ນ ແລະ ພັດທະນາຢ່າງກ້ວາງຂວາງໃນຫຼາຍຂົງເຂດ, ກາຍເປັນແບບຢ່າງທີ່ເປັນເອກະລັກສະເພາະທີ່​ມີໜຶ່ງ​ດຽວ​ໃນໂລກ.ການແຂ່ງຂັນ “ຊອກ​ຮູ້​ກ່ຽວ​ກັບປະຫວັດສາດການພົວພັນ​ແບບພິເສດ ຫວຽດ ນາມ - ລາວ, ລາວ - ຫວຽດນາມ” ປີ 2022 ແມ່ນເຫດການການເມືອງທີ່ສຳຄັນໃນບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງປີສາມັກຄີ ມິດຕະພາບ ຫວຽດນາມ -ລາວ ລາວ-ຫວຽດນາມປີ2022.ຫວັງ​ວ່າຜ່ານ​ການເຂົ້າ​ຮ່ວມ​ການ​​ແຂ່ງຂັນ ​ແລະ ຕອບ​ຄຳ​ຖາມ, ຜູ້​ອ່ານ​ຈະ​ຮັບ​ຮູ້ ​ແລະ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ສອງ​ປະ​ເທດຫວຽດນາມ-​ລາວ ລາວ-​ຫວຽດນາມ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ,  ຈະ​ໄດ້ຮຽນ​ຮູ້​ກ່ຽວ​ກັບ​ບາດ​ກ້າວ​ການພັດ​ທະ​ນາ​ແລະ​ການ​ເຊື່ອມ​ໂຍງ​ຂອງສອງ​ປະ​ເທດ​ກ່ຽວ​ກັບ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ແບບ​ພິ​ເສດ, ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ສອງ​ປະ​ເທດ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ໝັ້ນຄົງ​ເຂັ້ມ​ແຂງ, ​ເປັນ​ມູນ​ເຊື້ອ​ຂອງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວທີ່​ມີ​ມາ​ແຕ່​ດົນ​ນານ​ໃຫ້​ເລີກ​ເຊີ່ງ​ກວ່າ​ເກົ່າ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484564
ມື້ນີ້80
ມື້ວານ188
ອາທິດນີ້1002
ເດືອນນີ້3869