ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບສານແຕ່ງຕັ້ງ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ເກາະມິນດານາວ, ສາທາລະນະລັດ ຟິລິບປິນ

    

20220614 LaoAmToPLP

           

ໃນວັນທີ 14 ມິຖຸນາ 2022 ທີ່ຜ່ານມາ, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ຟິລິບປິນ,  ທ່ານ ສົງການ ຫລວງມຸນິນທອນ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຟິລິບປິນ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ມອບສານແຕ່ງຕັ້ງຂອງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃຫ້ແກ່ ທ່ານ ໂຈເຊັບ ກູ ຊີ (Joseph Cue Sy) ເພື່ອດຳລົງຕຳແໜ່ງເປັນກົງສູນກິຕິມະສັກ ແຫ່ງ ສປປ ລາວ ປະຈຳ ເກາະມິນດານາວ, ສາທາລະນະລັດ ຟິລິບປິນ, ໂດຍມີຂອບເຂດການເຄື່ອນໄຫວກົງສູນກວມເອົາ ເມືອງ ດາເວົາ ເດອໍຣໍ, ດາເວົາ ເດວນໍເຕດາເວົາ ເດວາຊີ, ດາເວົາ ອໍຣຽນໂທ ແລະ ດາເວົາ ອ໋ອກຊີແດນໂທ, ຊຶ່ງຈະມີພິທີເປີດຫ້ອງການກົງສູນກິຕິມະສັກ ທີ່ເມືອງດາເວົາ, ເກາະມິນດານາວ ໃນໄວໆນີ້.

             

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ສົງການ ຫລວງມຸນິນທອນ ໄດ້ສະແດງຄວາມຊົມເຊີຍ ແລະ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄຸນສົມບັດ, ຄວາມຮູ້ ແລະ ປະສົບການຂອງ ທ່ານ ໂຈເຊັບ ກູ ຊີ ຈະປະຕິບັດໜ້າທີ່ອັນສຳຄັນນີ້ໄດ້ເປັນຢ່າງດີ. ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດ ສົງການ ຫລວງມຸນິນທອນ ຍັງໄດ້ມອບສານຮັບຮອງການແຕ່ງຕັ້ງກົງສຸນກິຕິມະສັກ ຂອງ ທ່ານ ລອກຊິນ ເຕໂອໂດຣ ຈູເນຍ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ ໃຫ້ແກ່ ທ່ານ ໂຈເຊັບ ກູ ຊີ ນຳອີກ. ທ່ານ ໂຈເຊັບ ກູ ຊີ ເປັນນັກທຸລະກິດດ້ານອຸດສະຫະກຳບໍ່ແຮ່ ທີ່ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ເປັນກົງສູນກິຕິມະສັກຂອງ ສປປ ລາວ ຄົນທຳອິດປະຈຳ ປະເທດ ຟິລິບປິນ ແລະ ມີວາລະການດຳລົງຕຳແໜ່ງ 3 ປີ ແລະ ຕໍ່ວາລະໄດ້.

          

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480345
ມື້ນີ້3
ມື້ວານ172
ອາທິດນີ້743
ເດືອນນີ້6576