ໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2022, ສະຖາບັນການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາວິທະຍາ ສາດ, ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄົ້ນຄວ້າ-ວິໄຈບັນຫາພາກພື້ນ ແລະ ສາກົນ ສໍາລັບ ພະນັກງານກະຊວງການຕ່າງປະເທດ” ໂດຍການເປັນປະທານກ່າວເປີດພິທີ ແລະ ດໍາເນີນກອງປະຊຸມ ຂອງ ທ່ານທຸດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ. ນອກຈາກນີ້, ກອງປະຊຸມ ໄດ້ເຊື້ອເຊີນເອົາ ບັນດາທ່ານທຸດອາວຸໂສຈາກ ສະໂມສອນນັກການທູດລາວ (ສຳນັກງານຕັ້ງຢູ່ ສະຖາບັນການຕ່າງປະເທດ) ແລະ ບັນດາຄະນະກົມພາຍໃນກະຊວງ ມາເປັນຜູ້ບັນຍາຍ, ເຊິ່ງມີພະນັກງານຈາກກະຊວງການຕ່າງປະເທດເຂົ້າຮ່ວມ, ລວມຈໍານວນທັງໝົດ 60 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງ ແລະ ສ້າງຂີດຄວາມສາມາດໃນການວິເຄາະ-ວິໄຈບັນຫາທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ທັງເປັນການແລກປ່ຽນປະສົບການທາງດ້ານວຽກງານຄົ້ນຄວ້າ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ຈາກບັນດາທ່ານທູດອາວຸໂສ ແລະ ຄະນະກົມຂອງກະຊວງຕ່າງປະເທດ ທີ່ມີປະສົບການສູງ ຈາກການເຮັດວຽກຕົວຈິງໃນຂະແໜງການຕ່າງປະເທດ ເພື່ອຖ່າຍທອດຄວາມຮູ້ ໃຫ້ແກ່ບັນດານັກການທູດຫຼັກແຫຼ່ງ ແລະ ໜຸ່ມນ້ອຍຂອງກະຊວງການຕ່າງປະເທດ ແນໃສ່ຍົກສູງປະສິດທິພາບ ໃນການເປັນເສນາທິການ ໃຫ້ແກ່ຄະນະນໍາກະຊວງ ໃນການຄົ້ນຄວ້າວາງທັດສະນະ ຕໍ່ສະພາບການພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາຜົນປະໂຫຍດສູງສຸດ ມາສູ່ ປະເທດຊາດ ບົນຫຼັກການທີ່ຖືກຕ້ອງ ແລະ ສອດຄ່ອງ ຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດຖະບານ ວາງອອກ.
ໃນໄລຍະຜ່ານມາ, ໄດ້ຖືສໍາຄັນວຽກງານຄົ້ນຄວ້າ, ໂດຍສະເພາະການຄົ້ນຄວ້າ ວິເຄາະ-ວິໄຈ ບັນຫາຂອງພາກພື້ນ ແລະ ສາກົນ. ກະຊວງການຕ່າງປະເທດ ຈຶ່ງໄດ້ຖືເອົາເປັນບູລິມະສິດອັນສໍາຄັນ ເພື່ອກະຕຸກຊຸກຍູ້ ໃຫ້ນັກການທູດຫຼັກແຫຼ່ງຂອງກະຊວງຕ່າງປະເທດ ໄດ້ມີຄວາມຮູ້, ຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງອີກດ້ານໜຶ່ງ ໃຫ້ແກ່ນັກການທູດທຸກຂັ້ນ ໃນການເຄື່ອນໄຫວວຽກງານການຕ່າງປະເທດທັງພາຍໃນ ແລະ ຕ່າງປະເທດ. ສະນັ້ນ, ກອງປະຊຸມສໍາມະນາດັ່ງກ່າວ ໄດ້ປະກອບມີ 3 ວາລະໃຫຍ່ ຄື: 1. ພາກທິດສະດີ: ວິທີວິທະຍາໃນການເຮັດບົດຄົ້ນຄວ້າ ໃນຂົງເຂດການເມືອງ-ການທູດ; 2. ເຕັກນິກໃນການວິເຄາະ-ວິໄຈບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ; 3. ນໍາພາຈັດຕັ້ງປະຕິບັດຕົວຈິງ: ແບ່ງຈຸຄົ້ນຄວ້າ ໃນການເຮັດບົດຄົ້ນຄວ້າໃດໜຶ່ງ, ພ້ອມທັງວາງທັດສະນະ ຕໍ່ບັນຫາທີ່ເຄັ່ງຮ້ອນຂອງພາກພື້ນ ແລະ ສາກົນ. ນອກນີ້, ຍັງໄດ້ຮ່ວມກັນແລກປ່ຽນ ແລະ ສະເໜີແນະວິທີທາງອອກຂອງບັນຫາ ຈາກຜົນກະທົບໄລຍະສັ້ນ ແລະ ຍາວ ຕໍ່ ສປປ ລາວ ກໍຄື ພາກພື້ນ ແລະ ສາກົນ ເພື່ອນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບວຽກງານຕົວຈິງຂອງຕົນ.
ຜ່ານການຮັບຟັງການບັນຍາຍ ແລະ ການເຮັດບົດຄົ້ນຄວ້າຕົວຈິງ ໃນສະພາບການໃດໜຶ່ງທີ່ພົ້ນເດັ່ນ ຂອງພາກພື້ນ ແລະ ສາກົນ ເພື່ອນໍາມາວິເຄາະ-ວິໄຈເນື້ອແທ້ຂອງບັນຫາ ເຮັດໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າໃຈຄວາມໝາຍ ແລະ ຄວາມສໍາຄັນຂອງວຽກງານຄົ້ນຄວ້າ ແລະ ຮູ້ນໍາໄປປັບແກ້ ແລະ ໝູນໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບ ໄດ້ຢ່າງມີປະສິດທິພາບ. ພ້ອມດຽວກັນນີ້, ຍັງເປັນໂອກາດທີ່ດີ ທີ່ນັກການທູດອາວຸໂສ ແລະ ນັກການທູດລຸ້ນສືບທອດ ໄດ້ຖອດຖອນ ແລະ ແລກປ່ຽນບົດຮຽນ ຢ່າງກົງໄປກົງມາ, ເພື່ອເປັນຂໍ້ມູນອັນໜັກແໜ້ນ ໃນການພັດທະນາຄວາມຮູ້, ຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງໃນການຄົ້ນຄວ້າ ວິໄຈ ບັນຫາໃຫ້ເລິກເຊິ່ງ ເຖິງຖອງກວ່າເກົ່າ ເພື່ອເປັນຖານໃນການສ້າງໃຫ້ຂະແໜງການຕ່າງປະເທດ ກໍຄື ກະຊວງການຕ່າງປະເທດມີຄວາມເຂັ້ມແຂງຮອບດ້ານກວ່າເກົ່າ.