ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ອາເມລິກາ ແລະ ການາດາ ເຂົ້າຢ້ຽມຂໍ່ານັບ ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ

 

US27 6 22 1

US27 6 22 2

 

      ໃນຕອນບ່າຍ ຂອງວັນທີ 13 ມິຖຸນາ 2022, ທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມລິກາ ແລະ ການາດາ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຖ່າຍຮູບເປັນທີ່ລະນຶກຮ່ວມກັບ ທ່ານ ໂຈ ໄບເດັນ, ປະທານາທິບໍດີອາເມລິກາ ທີ່ ທຳນຽບປະທານາທິບໍດີ (ທຳນຽບຂາວ) ຮ່ວມກັບບັນດາທູດຕ່າງປະເທດ ປະມານ 50 ປະເທດ. ພິທີດັ່ງກ່າວ ແມ່ນຖືກຈັດຂື້ນ ແທນການຍື່ນສານດ້ວຍຕົນເອງ ຍ້ອນການເເຜ່ລະບາດ ຂອງພະຍາດ ໂຄວິດ-19 ເພື່ອເປັນກຽດໃຫ້ແກ່ບັນດາທູດ ທີ່ໄດ້ສໍາເລັດການຍື່ນສານຕາຕັ້ງ ຜ່ານກະຊວງການຕ່າງປະເທດອາເມລິກາ ແລະ ໄດ້ຮັບການຮັບຮອງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ປະຈຳ ສະຫະລັດ ອາເມລິກາ ໂດຍ ທຳນຽບປະທານາທິບໍດີ ເປັນທີ່ຮຽບຮ້ອຍແລ້ວ, ເຊິ່ງທຳນຽບປະທານາທິບໍດີ ໄດ້ຈັດສົ່ງຮູບໃຫ້ບັນດາສະຖານທູດທີ່ກ່ຽວຂ້ອງຕ່າງໆ ໃນຕອນແລງຂອງວັນທີ 23 ມິຖຸນາ 2022 ຜ່ານມາ.

 

     ໃນພິທີອັນມີກຽດນີ້, ທ່ານເອກອັກຄະລັດຖະທູດ ໄດ້ຖືກຕ້ອນຮັບຢ່າງສົມກຽດ ຈາກ ທ່ານປະທານາທິບໍດີ ໂຈ ໄບເດັນ ແລະ ໄດ້ຮັບການອວຍພອນໃຫ້ປະຕິບັດໜ້າທີ່ໃນຖານະ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມລິກາ ດ້ວຍຜົນສຳເລັດອັນຈົບງາມ, ເຊິ່ງທ່ານ ເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄຳອວຍພອນອັນຈົບງາມ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວຈາກ ທ່ານ ທອງລຸນ ສີສຸລິດ, ທ່ານປະທານປະເທດ ແຫ່ງ ສປປ ລາວ ມາຍັງ ທ່ານປະທານາທິບໍດີ ໂຈ ໄບເດັນ. ພ້ອມນີ້, ກໍ່ສະແດງຄວາມຫວັງວ່າ ທ່ານປະທານາທິບໍດີ ໂຈ ໄບເດັນ ຈະໃຫ້ຄວາມຊ່ວຍເຫຼືອແກ່ ທ່ານເອກອັກຄະລັດຖະທູດ ຕະຫຼອດໄລຍະປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມລິກາ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດໃຫ້ສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂື້ນກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດສຸງສຸດມາສູ່ ປະຊາຊົນຂອງສອງປະເທດ.

 

    ພາຍຫຼັງສຳເລັດພິທີດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ສີສະຫວາດ ອິນພະຈັນ ຈະສືບຕໍ່ເຄື່ອນໄຫວ ແລະ ພົບປະກັບພາກສ່ວນກ່ຽວຂ້ອງຕ່າງໆຂອງ ອາເມລິກາ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນເຖິງທິດທາງແຜນການຮ່ວມມືສອງຝ່າຍໃນຕໍ່ໜ້າ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ ເປັນຕົ້ນແມ່ນ ພົບປະກັບບັນດາການນຳ ແລະ ກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດອາເມລິກາ, ສະພາຄວາມໝັ້ນຄົງແຫ່ງຊາດ, ທຳນຽບຂາວ, ບັນດາສະມາຊິກສະພາ, ຫົວໜ້າອົງການຊ່ວຍເຫຼືອເພື່ອການພັດທະນາຂອງອາເມລິກາ (USAID), ຫົວໜ້າອົງການເກັບກູ້ສິ່ງເສດເຫຼືອຂອງທະຫານ ອາເມລິກາ ທີ່ຫາຍສາບສູນແຕ່ປາງສົງຄາມ (POW/MIA), ບັນດາພາກສ່ວນທຸລະກິດຕ່າງໆຂອງລັດຖະບານ-ເອກະຊົນ ແລະ ພາກສ່ວນອື່ນໆທີ່ສຳຄັນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485323
ມື້ນີ້24
ມື້ວານ227
ອາທິດນີ້359
ເດືອນນີ້4628