ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປະຈໍາປີຄະນະຈຸດປະສານງານເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ແລະ ຄະນະຈຸດປະສານງານເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ອົງການ ສປຊ ສໍາລັບປະເທດດ້ອຍພັດທະນາ

 

 

3062022 2

3062022 5

3062022 6

      ໃນວັນທີ 30 ມິຖຸນາ 2022, ກອງເລຂາຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ກອງເລຂາ ປພຍ ແຫ່ງຊາດ) ໄດ້ຈັດກອງປະຊຸມປະຈໍາປີຄະນະຈຸດປະສານງານເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ແລະ ຄະນະຈຸດປະສານງານເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ອົງການ ສປຊ ສໍາລັບປະເທດດ້ອຍພັດທະນາ, ທີ່ ໂຮງແຮມແລນມາກແມ່ຂອງຣີເວີຊາຍ, ນະຄອນຫຼວງວຽງຈັນ. ກອງປະຊຸມແມ່ນດໍາເນີນພາຍໃຕ້ການເປັນປະທານຂອງ ທ່ານ ວິລັດສອນ ວິສອນນະວົງ, ຮັກສາການຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມມີຜູ້ຕາງໜ້າຈາກຈຸດປະສານງານ ປພຍ ແຫ່ງຊາດ ແລະ ຈຸດປະສານງານເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ອົງການ ສປຊ ສໍາລັບປະເທດດ້ອຍພັດທະນາ, ຄະນະກົມ, ​ຄະນະພະແນກ ແລະ ວິຊາການ ບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງ ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ.

     

     ກອງປະຊຸມໃນຄັ້ງນີ້ມີຈຸດປະສົງ ເພື່ອສືບຕໍ່ການປຶກສາຫາລືແຜນວຽກທີ່ສໍາຄັນ ກ່ຽວກັບ ຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຢູ່ ສປປ ລາວ ປະຈໍາປີ 2022,​ ໂດຍສະເພາະພາຍຫຼັງທີ່ ສປປ ລາວ ໄດ້ສໍາເລັດການນໍາສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີສອງ (VNR2) ໃນປີ 2021 ທີ່ຜ່ານມາ, ກອງປະຊຸມປີນີ້ຈະລົງເລິກວຽກງານການສ້າງຄາດໝາຍແຕ່ລະຕົວຊີ້ບອກ ປພຍ ຂອງ ສປປ ລາວ ໃຫ້ສໍາເລັດ ແລະ ຈະເປີດເວທີຮັບຟັງແຜນການຂອງຂະແໜງການ ກ່ຽວກັບ ວຽກງານການເຊື່ອມສານ,​ ການຈັດຕັ້ງປະຕິບັດ, ການຕິດຕາມ ແລະ ການລາຍງານ ປພຍ. ກອງປະຊຸມໃນຄັ້ງນີ້ ເປັນເວທີອັນດີໃນການປຶກສາຫາລືບັນດາຄວາມກ້າວໜ້າ ແລະ ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດ ປພຍ ໃນໄລຍະຜ່ານມາ ເພື່ອກະກຽມໃຫ້ແກ່ກອງປະຊຸມຄະນະຊີ້ນໍາລະດັບຊາດປະຈໍາປີ 2022 ທີ່ຄາດວ່າຈະຈັດໃນ ເດືອນສີງຫາ 2022 ນີ້.

 

     ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໃນໄລຍະຜ່ານມາ; ການນໍາສະເໜີບັນດາແຜນງານທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດປະຈໍາປີ 2022 ເປັນຕົ້ນແມ່ນ ການການສ້າງຄາດໝາຍ ຕົວຊີ້ບອກ ປພຍ ແລະ ການສ້າງຈຸດປະສານງານ ປພຍ ຂັ້ນແຂວງ; ການເຊື່ອມສານ ຕົວຊີ້ບອກ ປພຍ ເຂົ້າໃນແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX; ວຽກງານສະຖິຕິ ແລະ SDG Open Platform ໃນການເກັບກໍາຂໍ້ມູນຂອງບັນດາຕົວຊີ້ບອກ ປພຍ. ນອກນັ້ນ, ຍັງໄດ້ຮັບຟັງການທົບທວນຄືນຂັ້ນຕອນໃນການກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ແລະ ການສ້າງແຜນຍຸດທະສາດການຂ້າມຜ່ານອອກຈາກ ສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລຽນຂອງ ສປປ ລາວ (Smooth Transition Strategy) ເພື່ອສ້າງແຜນງານໃນໄລຍະຍາວ ທີ່ຈະຮັບປະກັນໃຫ້ແກ່ການຫຼຸດພົ້ນໃຫ້ມີຄວາມຍືນຍົງ.

 

    ພ້ອມດຽວກັນນັ້ນ, ກອງປະຊຸມກໍ່ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ​ແລະ ​ປຶກສາ​ຫາລືກ່ຽວກັບ ບັນດາສິ່ງທ້າທາຍດ້ານນະໂຍບາຍ ແລະ ການຈັດຕັ້ງປະຕິບັດ ປພຍ ແລະ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ທີ່ ສປປ ລາວ ໄດ້ປະເຊີນຢູ່ ເປັນຕົ້ນແມ່ນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການປັບປຸງໂຄງສ້າງໜີ້ສາທາລະນະ, ບັນຫາເງິນເຟີ້, ການຫຼຸດລົງຂອງ ທຶນຊ່ວຍເຫຼືອລ້າເພື່ອການພັດທະນາ (ODA) ແລະ ສິ່ງທ້າທາຍດ້ານອື່ນໆເຊັ່ນ: ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງກະສິກໍາ, ການສຶກສາ, ສາທາລະນະສຸກ ແລະ ການຄ້າ ເພື່ອການເຕີບໃຫຍ່ຂະຫຍາຍຕົວໃຫ້ມີຄວາມຍືນຍົງ ແລະ ທົ່ວເຖິງ ພາຍຫຼັງຈາກການຫຼຸດພົ້ນ. ກອງປະຊຸມໄດ້ມີການສົນທະນາກ່ຽວກັບ ຜົນປະໂຫຍດ ແລະ ຜົນເສຍ ຂອງການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ, ນະໂຍບາຍ ແລະ ຍຸດທະສາດທີ່ຈຳເປັນ ເພື່ອສ້າງຜົນປະໂຫຍດສູງສຸດ, ຄວາມເຂົ້າໃຈຕໍ່ສະພາບແວດລ້ອມພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ບັນດາມາດຕະການສະໜັບສະໜູນທີ່ຈຳເປັນ ຈາກທັງພາຍໃນ ແລະ ສາກົນ, ລວມທັງທິດທາງ ແລະ ແຜນການໃນຕໍ່ໜ້າທີ່ບັນດາຂະແໜງການຕ່າງໆທີ່ກ່ຽວຂ້ອງຈະຕ້ອງນໍາໄປຈັດຕັ້ງປະຕິບັດ.

 

      ໃນໂອກາດນີ້, ທ່ານ ວິລັດສອນ ວິສອນນະວົງ, ຮັກສາການຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງເວົ້າລວມ ເວົ້າສະເພາະ ກໍ່ຄືການເຊື່ອມສານຕົວຊີ້ບອກ ປພຍ ເຂົ້າໃນແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການສ້າງແຜນຍຸດທະສາດການຂ້າມຜ່ານອອກຈາກ ສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລຽນຂອງ ສປປ ລາວ (Smooth Transition Strategy) ​ຊຶ່ງບໍ່ພຽງແຕ່ຈະສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າຂອງລັດຖະບານ ໃນການຈັດຕັ້ງວາລະ 2030 ຄຽງຄູ່ກັບ ເປົ້າໝາຍການພັດທະນາທີ່ເປັນບູລິມະສິດຂອງຊາດ, ແຕ່ຍັງເປັນໂອກາດອັນດີໃນການຕິດຕາມ-ປະເມີນ, ຄຽງຄູ່ກັບການທົບທວນຄືນ ແລະ ລາຍງານຄວາມຄືບໜ້າ, ຜົນສໍາເລັດ, ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດວາລະສາກົນໃນໄລຍະທີ່ຜ່ານມາ ແລະ ທັງເປັນວາງແຜນໄລຍະຍາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃຫ້ມີຄວາມຍືນຍົງ ແລະ ເຮັດແນວໃດເພື່ອຮັບປະກັນວ່າ ຈະບໍ່ກັບຄືນສະຖານະພາບດ້ອຍພັດທະນາຄືນອີກ. ພ້ອມດຽວກັນນີ້, ທ່ານປະທານ ໄດ້ຊຸກຍູ້ໃຫ້ທຸກພາກສ່ວນຮັດແໜ້ນການຮ່ວມມືເຊິ່ງກັນ ແລະ ກັນ, ໂດຍສະເພາະແມ່ນການມີສ່ວນຮ່ວມ ແລະ ການປະກອບສ່ວນຂອງພາກລັດ, ກໍຄືບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ອົງການປົກຄອງຂັ້ນແຂວງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ປພຍ ແລະ ການຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ຂອງ ສປປ ລາວ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485820
ມື້ນີ້119
ມື້ວານ206
ອາທິດນີ້856
ເດືອນນີ້5125