ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຖະແຫລງຂ່າວຊີ້ແຈງ ຂອງກົມກົງສຸນ, ກະຊວງການຕ່າງປະເທດ ຕໍ່ປະກົດການຂອງນາຍຫນ້າມາຢືນລຽນແຖວແລະຮຽກເກັບເງິນປະຊາຊົນ ທີ່ມາລໍຍື່ນຄຳຮ້ອງຂໍຫນັງສືຜ່ານແດນ ຢູ່ບໍລິເວນຕໍ່ຫນ້າກົມກົງສຸນ

       

Photo 14042022 2

     

ໂດຍສືບຕໍ່ການຖະແຫລງຂ່າວກ່ຽວກັບສະພາບການເຮັດຫນັງສືຜ່ານແດນ ຂອງພົນລະ ເມືອງລາວ ໃນຄັ້ງວັນທີ 14 ມິຖຸນາ 2022 ຜ່ານມາ, ທ່ານ ສີສຸພັນ ມະນີວັນ, ຮອງຫົວຫນ້າກົມກົງສຸນ ໄດ້ຕາງຫນ້າໃຫ້ກົມກົງສຸນ, ກະຊວງການຕ່າງປະເທດ ຖະແຫລງຂ່າວໃນມື້ນີ້ ເພື່ອໃຫ້ຂໍ້ມູນ ແລະ ຊີ້ແຈງເຖິງສະພາບການຕົວຈິງ ໃນການເຮັດຫນັງສືຜານແດນຂອງພົນລະເມືອງລາວ ໃນໄລຍະປະຈຸບັນ ລວມທັງ ປະກົດການຫຍໍ້ ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ບໍ່ລິເວນຫນ້າກົມກົງສຸນ ດັ່ງປະກົດເປັນຂ່າວຕາມສື່ອອນລາຍ ດັ່ງນີ້:

        

ມາເຖິງປະຈຸບັນນີ້ ແມ່ນຍັງສັງເກດເຫັນວ່າ ປະຊາຊົນລາວເຮົາ ຍັງສືບຕໍ່ມີຈໍານວນຫລວງ ຫລາຍມາຍື່ນຄໍາຮ້ອງ ຂໍຫນັງສືຜ່ານແດນ ຊຶ່ງມີປະລິມານເກີນຂີດຄວາມສາມາດ ໃນການຮອງຮັບ ຕົວຈິງຂອງລະບົບໃນແຕ່ລະວັນ ຊຶ່ງຕົວ ເລກທີ່ສຳພາດໄດ້ຕົວຈິງຈາກບັນດາສູນຮັບຄຳຮ້ອງທີ່ຕ່າງ ແຂວງ ແລະ ຢູ່ກົມກົງສຸນ ມີສູງເຖິງປະມານ 2,000 ສະບັບ ຕໍ່ວັນ ແລະ ສົ່ງຜົນເຮັດໃຫ້ການຜະ ລິດຫນັງສືຜ່ານແດນ ມີຄວາມລ້າຊ້າ.

            

ຕະຫລອດໄລຍະຜ່ານມາ ຄະນະນຳກະຊວງການຕ່າງປະເທດ ກໍໄດ້ຕິດຕາມຢ່າງໃກ້ຊິດ ເຖິງບັນຫາທີ່ເກີດຂຶ້ນ ແລະ ເອົາໃຈໃສ່ຊີ້ນຳກົມກົງສຸນ ພະຍາຍາມຫາວິທີແກ້ໄຂສະພາບດັ່ງກ່າວ ຢ່າງມີຄວາມຮັບຜິດຊອບ ຊຶ່ງກົມກົງສຸນ ກໍ່ໄດ້ຈັດຕັ້ງພະນັກງານຈຳນວນຫນຶ່ງ ມາປະຈຳການແຕ່ ເຊົ້າໆ ເບິ່ງຄວາມເປັນລະບຽບຮຽບຮ້ອຍພາຍໃນສໍານັກງານ ຫ້ອງການ ແລະ ເປີດຮັບປະຊາຊົນ ເຂົ້າໄປໃນຕຶກສຳພາດເລີ່ມແຕ່ເວລາ 6:30 ໂມງ ເປັນຕົ້ນໄປ. ໃນຫນ່ວຍງານການຜະລິດ ກໍໄດ້ຈັດ ຕັ້ງກັນປະຕິບັດຫນ້າທີ່ວຽກງານ ກາຍໂມງເວລາລັດຖະການທຸກວັນ ລວມທັງມາສືບຕໍ່ວຽກງານ ໃນວັນພັກເສົາ ແລະ ອາທິດ. ແຕ່ເຖິງຢ່າງໃດກໍຕາມ ກໍຍັງບໍ່ສາມາດຕອບສະຫນອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການ ຂອງ ປະຊາຊົນຢ່າງທັນການ ເນື່ອງຈາກເຫດຜົນທີ່ກ່າວມາຂ້າງເທິງນັ້ນ.

         

ຕໍ່ກັບສະພາບການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ບໍລິເວນດ້ານຫນ້າຂອງກົມກົງສຸນ ດັ່ງທີ່ຫລາຍຄົນໄດ້ ເຫັນຄລິບວີດີໂອໃນສື່ສັງຄົມອອນລາຍ ໃນວັນທີ 12 ກໍລະກົດ 2022 ຜ່ານມານີ້, ກົມກົງສຸນ ເຫັນ​ວ່າ ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ລະ​ເມີດ​ລະ​ບຽບ​ກົດ​ໝາຍ ແລະ ສ້າງ​ຄວາມ​ເສື່ອມ​ເສຍ​ທາງ​ດ້ານ ບົດ​ບາດ​​ໃຫ້​ແກ່​ການ​ຈັດ​ຕັ້ງ ກໍ່​ຄື​ພະ​ນັກ​ງານ​ກົມ​ກົງ​ສຸນ ແລະ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ. ຂ້າ​ພະ​ເຈົ້າ​ ຂໍ​ອະ ນຸຍາດຊີ້ແຈງໃຫ້ທ່ານໄດ້ຄວາມເຂົ້າໃຈຄື: ເຫດການທີ່ເກີດຂຶ້ນ ແມ່ນເກີດຂຶ້ນໃນເວລາແຕ່ຂ້ອນ ແຈ້ງ ແລະ ເວລາເຊົ້າໆ ກ່ອນທີ່ພະນັກງານ ຂອງພວກເຮົາຈະເດີນທາງມາປະຕິບັດຫນ້າທີ່ວຽກງານ. ໃນເນື້ອຫາຂອງບາງວີດີໂອກໍມີການແອບ ອ້າງວ່າມີສາມີເຮັດວຽກຢູ່ພາຍໃນກົມກົງສຸນ ຫລື ມີການພົວພັນກັບພະນັກງານຂອງກົມກົງສຸນນັ້ນ, ທາງກົມກົມສຸນ ຂໍຊີ້ແຈງ ແລະ ຢືນຢັນວ່າ ແມ່ນບໍ່ມີມູນຄວາມຈິງ ບໍ່ມີສາມີ ຫລື ພັນລະຍາ  ຂອງພະນັກງານກົມກົງສຸນຕາມທີ່ກ່າວຫາ, ຊຶ່ງສາ​ມີ ຫລື ພັນລະຍາຂອງພະນັກງານກົມກົງສຸນ  ກໍລ້ວນແມ່ນພະນັກງານລັດຖະກອນ ທີ່ປະຕິບັດຫນ້າທີ່ຢູ່ ກະຊວງ ຫລື ອົງການຈັດຕັ້ງລັດອື່ນໆ. ສ່ວນໃນເຫດການທີ່ມີບຸກຄົນແອບອ້າງ ໄດ້ກະທໍາການຮຽກເງິນຈາກປະຊາຊົນ ທີ່ມາຢືນລຽນແຖວຢູ່ຫນ້າກົມກົງສຸນ ກ່ອນທີ່ຈະເຂົ້າໄປ ຍື່ນເອກະສານ ຄໍາຮ້ອງຂໍຫນັງສືຜ່ານແດນກໍເຊັ່ນດຽວກັນ ແມ່ນບໍ່ມີສ່ວນກ່ຽວຂ້ອງໃດໆ ກັບພະນັກງານກົມກົງສຸນ,  ແຕ່​ເປັນ​ການ​ສວຍ​ໂອ​ກາດ​ຂອງ​ພວກ​ນາຍ​ໜ້າ ທີ່​ມາ​ເຄື່ອນ​ໄຫວ​ຫາ​ຜົນ​ປະ​ໂຫຍດ​ຢູ່​ບໍ​ລິ​ເວນ​ດັ່ງ​ກ່າວ, ຊຶ່ງ​ຜ່ານ​ມາ ພວກ​ເຮົາ​ກໍ່​ໄດ້​ພະ​ຍາ​ຍາມ​ຊອກວິ​ທີ​ແກ້​ໄຂ ແຕ່​ກໍ່​ຍັງ​ມີ​ການ​ເຄື່ອນ​ໄຫວ​ຢູ່ ແລະ ມີ​ທ່າ​ອ່ຽງ​ແຮງ​ຂຶ້ນ. ປະ​ຈຸ​ບັນ, ກົມ​ກົງ​ສຸນ ກຳ​ລັງ​ປຶກ​ສາ​ກັບ ປກ​ສ ເມືອງ ແລະ ບ້ານ ເພື່ອ​ເກັບ​ກຳ​ຂໍ້​ມູນ​ລະ​ອຽດ​ຂອງ​ກຸ່ມ​ຄົນ​ດັ່ງ​ກ່າວ ເພື່ອ​ດຳ​ເນີນ​ການ​ຕາມ​ລະ​ບຽບ​ກົດ​ໝາຍ.

        

ອີກເທື່ອຫນຶ່ງ, ​ເພື່ອ​ຊ່ວຍຫຼຸດ​ລະ​ດັບ​ຄວາມ​ແອ​ອັດ​ຂອງ​ຈຳ​ນວນ​ທີ່​ມາ​ຍື່ນ​ຂໍ​ໜັງ​ສື​ຜ່ານ​ແດນ​ຢູ່ກົມ​ກົງ​ສຸນລົງ, ​ຂ້າ​ພະ​ເຈົ້າ ຂໍຄວາມຮ່ວມມືມາຍັງທ່ານ ໃຫ້ການຮ່ວມມືປະຕິບັດຕາມຄໍາ ແນະນໍາໃນປະກາດ ຂອງກົມກົງສຸນ ສະບັບລົງວັນທີ 07 ກໍລະກົດ 2022 ຜ່ານມາ ຄື: ໃຫ້ຜູ້ທີ່ອາ ໄສຢູ່ນະຄອຫລວງວຽງຈັນ ແລະ ແຂວງໃກ້ຄຽງ ໄປຍື່ນຄຳຮ້ອງໄດ້ຢູ່ກົມກົງສຸນ, ກະຊວງການຕ່າງ ປະເທດ. ສຳລັບຜູ້ທີ່ອາໄສຢູ່ແຂວງອື່ນໆ ແມ່ນສາມາດໄປຍື່ນຄຳຮ້ອງຢູ່ສູນຮັບຄຳຮ້ອງຂໍຫນັງ ສືຜ່ານແດນຢູ່ຕ່າງແຂວງທີ່ເຫັນວ່າມີຄວາມສະດວກ ຊຶ່ງພວກເຮົາມີສູນຮັບຄຳຮ້ອງຕັ້ງຢູ່ ແຂວງອຸ ດົມໄຊ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.

       

ກົມກົງສຸນ ຂໍຮຽກຮ້ອງມາຍັງປະຊາຊົນທີ່ມາຍື່ນຄຳຮ້ອງຂໍຫນັງສືຜ່ານແດນຢູ່ກົມກົງສຸນວ່າ ບໍ່ມີຄວາມຈໍາເປັນ ທີ່ຈະມາ ລໍລຽນແຖວຖ້າແຕ່ເດິກດື່ນທ່ຽງຄືນ ອັນຈະເປັນຊ່ອງວ່າງໃຫ້ກຸ່ມຄົນ ແອບອ້າງ ມາຫາຜົນປະໂຫຍດຈາກທ່ານ ໂດຍໄຮ້ເຫດຜົນ. ປົກ​ກະ​ຕິ ກົມກົງສຸນ ເລີ່ມກວດເອກະ ສານ ໃຫ້ທຸກຄົນທີ່ມາຍື່ນ ເລີ່ມແຕ່ເວລາ 7:00 ໂມງ - 11:30 ໂມງ ແລະ ເວລາ 13:00 ໂມງ - 16:00 ໂມງ ແຕ່ວັນຈັນ ເຖິງ ວັນພະຫັດ, ສ່ວນວັນສຸກຕອນເຊົ້າຈະຮັບສໍາພາດໃຫ້ແຕ່ຜູ້ ທີ່ໄດ້ ຄິວນັດຫມາຍໃນມື້ຜ່ານມານັ້ນ ຊຶ່ງຫມາຍວ່າ ທຸກຄົນທີ່ມາຍື່ນຈະໄດ້ຮັບການກວດກາເອກະສານ ແລະ ຮັບຄິວ ສຳພາດທຸກຄົນ ຈຶ່ງບໍ່ຈໍາເປັນມາຢືນເຂົ້າແຖວແຕ່ເດິກດື່ນລໍຖ້າຢູ່ນອກກົມກົງສຸນ ເພື່ອເຂົ້າໄປສຳພາດເກັບຂໍ້ມູນຢູ່ສະ ຖານທີ່ພາຍໃນກົມກົງສຸນ.

       

ສຸດທ້າຍນີ້ ກົມກົງສຸນ ຂໍໃຫ້ປະຊາຊົນທີ່ມາໃຊ້ບໍລິການເປັນຫູເປັນຕາຊ່ວຍກັນ ຖ້າພົບ ເຫັນປະກົດການຫຍໍ້ທໍ້ຕ່າງໆທີ່ຜິດປົກກະຕິ ແລະ ຜິດກົດຫມາຍ ແມ່ນໃຫ້ຊ່ວຍແຈ້ງຕໍ່ພະນັກ ງານຂອງພວກເຮົາທັນທີ ເພື່ອພ້ອມພາກັນແກ້ ໄຂໃຫ້ທັນການ.

                 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480286
ມື້ນີ້116
ມື້ວານ157
ອາທິດນີ້684
ເດືອນນີ້6517