ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດລາວ ຢື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງ ສາທາລະນະລັດ ເກຼັກ

 

2022 7 21 Greece

 

ໃນວັນທີ 19  ກໍລະກົດ 2022, ທີ່ ສຳນັກງານປະທານາທິບໍດີແຫ່ງ ສາທາລະນະລັດ ເກຼັກ (Presidential Palace), ທ່ານ ລັດສະຫມີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ ນາງ ແຄັດເຕີຣີນາ ຊາເຄລາໂຣປູລູ(Katerina Sakellaropoulou), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກຼັກ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳປະເທດ ສາທາລະນະລັດ ເກຼັກ ເຊິ່ງມີສຳນັກງານຕັ້ງຢູ່ນະຄອນເຊີແນວ, ປະເທດສະວິດສະແລນ.

 

ພາຍຫຼັງການຢື່ນສານຕາຕັ້ງ, ທ່ານທູດລາວຄົນໃໝ່ ໄດ້ພົບປະໂອ້ລົມກັບ ພະນະທ່ານປະທານາທິບໍດີ ເຊິ່ງກ່ອນ ອື່ນ ທ່ານທູດ ໄດ້ນຳເອົາຄວາມຍື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກແພງຖານ           ເພື່ອນມິດຈາກພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ  ນາງ ແຄັດເຕີຣີນາ ຊາເຄລາໂຣປູລູ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນເກຼັກ ທຸກຖ້ວນໜ້າ.    ໃນໂອກາດດັ່ງກ່າວ ທ່ານ ປະທານາທິບໍດີ ໄດ້ຕີລາຄາສູງ ຕໍ່ການມາດໍາລົງຕໍາແໜ່ງຂອງທ່ານເອກອັກຄະລັດຖະທູດລາວຄົນໃໝ່ ປະຈຳ ສາທາລະນະລັດເກຼັກ ແລະ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນການ ປະຕິບັດໜ້າທີ່ ເພື່ອສົ່ງເສີມການຮ່ວມມືຂອງສອງ ປະເທດໃນຕໍ່ໜ້າ.

 

ໃນໂອກາດໄປເຄື່ອນໄຫວຍື່ນສານຕາຕັ້ງໃນຄັ້ງນີ້, ທ່ານທູດລາວຄົນໃໝ່ ຍັງໄດ້ຢ້ຽມຢາມ ແລະພົບປະສອງຝ່າຍ ກັບ ຫົວໜ້າກົມພິທີການທູດ, ກະຊວງການຕ່າງປະເທດ,  ແລະ ຫົວໜ້າກົມເອີຣົບ ແລະ ວຽກງານສາກົນຂອງກະຊວງສຶກສາ ແລະສາດສະໜາຂອງເກຼັກ ຊຶ່ງໄດ້ມີການແລກປ່ຽນຄຳຄິດຄຳເຫັນກ່ຽວກັບການເສີມຂະຫຍາຍການພົວພັນ ແລະຮ່ວມມືສອງຝ່າຍ ຕາມຄວາມສາມາດ ແລະ ທ່າແຮງຂອງສອງປະເທດ ໂດຍແນ່ໃສ່ການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ເຊັ່ນ: ການສຶກສາ, ການຝຶກອົບຮົມ, ການທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ອື່ນໆ ລວມທັງການຮ່ວມມືໃນຂອບຫຼາຍຝ່າຍ ເຊັ່ນ: ອາຊຽນ-ສະຫະພາບເອີຣົບ ແລະ ອົງການສະຫະປະຊາຊາດ. ສປປ ລາວ ແລະສາທາລະນະລັດ ເກຼັກ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 15 ມິຖຸນາ 1989.

 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480384
ມື້ນີ້42
ມື້ວານ172
ອາທິດນີ້782
ເດືອນນີ້6615