ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ ສິງກະໂປ ຈັດງານສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ

 

2022 7 25 SG

 

ໃນວັນທີ 23 ກໍລະກົດ 2022, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສິງກະໂປ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ຂຶ້ນ ທີ່ ເຮືອນພັກສະຖານທູດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແສງແກ້ວ ປວງປະດິດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສິງກະໂປ, ມີຫົວໜ້າຫ້ອງການ, ພະນັກງານສະຖານທູດ, ນັກຮຽນ, ນັກສຶກສາ ແລະ ພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ສິງກະໂປ ເຂົ້າຮ່ວມທັງໝົດ ຈຳນວນ 40 ຄົນ.

 

ໃນພິທີ, ທ່ານເອກອັກຄະລັດຖະທູດ ໄດ້ເລົ່າຄືນເຖິງມູນເຊື້ອປະຫວັດການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 67 ປີ ທີ່ຜ່ານມາ ເພື່ອໃຫ້ເອື້ອຍນ້ອງແມ່ຍິງລູກຫຼານທີ່ເກີດໃໝ່ໃຫຍ່ລຸນ ໄດ້ສືບຕໍ່ຮໍ່າຮຽນເອົາຄຸນງາມຄວາມດີ ແລະ ຮັກສາມູນເຊື້ອອັນດີງາມໄວ້ໃຫ້ລູກຫຼານສືບທອດຕໍ່ໆໄປ ໂດຍສະເພາະແມ່ນ ນັກຮຽນ, ນັກສຶກສາ ທີ່ດໍາລົງຊີວິດຢູ່ສິງກະໂປ ໃຫ້ມີຄວາມເອົາໃຈໃສ່ ແລະ ຕັ້ງໃຈສຶກສາຮໍ່າຮຽນ ເພື່ອຍາດເອົາຄວາມຮູ້ຄວາມສາມາດ ແລະ ເກັບກ່ຽວປະສົບການໃນດ້ານຕ່າາໆ ກັບຄືນເມືອພັດທະນາບ້ານເກີດເມືອງນອນຂອງຕົນ.

 

ໃນໂອກາດສຳຄັນນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ຖືໂອກາດພົບປະໂອ້ລົມ ແລະ ສະແດງຄວາມຢື້ຢາມຖາມຂ່າວ ກັບພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ສິງກະໂປ, ພ້ອມທັງເຜີຍແຜ່ຂໍ້ມູນຂ່າວສານຄວາມເປັນຈິງ ກ່ຽວກັບປະເທດລາວ ໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງເຖິງແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຂອງ ສປປ ລາວ, ຊຶ່ງຍາມໃດກໍມີຄວາມເປັນຫວ່ງເປັນໃຍຕໍ່ພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ ໃຫ້ມີຄວາມຮັກ ແພງບ້ານເກີດເມືອງນອນ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສົ່ງເສີມອະນຸລັກຮັກສາວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ ໄວ້ໃຫ້ລູກຫຼານຮຸ່ນໃໝ່ໄດ້ສືບທອດຕໍ່ໆກັນໄປ.

 

ພາຍຫຼັງສຳເລັດພິທີ, ທ່ານເອກອັກຄະລັດຖະທູດ ກໍໄດ້ເຊື້ອເຊີນບັນດາແຂກ ແລະ ລູກຫຼານເຊື້ອຊາດລາວທີ່ມາຮ່ວມງານດັ່ງກ່າວ ຮັບປະທານອາຫານຄໍ່າຮ່ວມກັນ, ຊຶ່ງບັນຍາກາດໃນການສະເຫຼີມສະຫຼອງໃນຄັ້ງນີ້ ແມ່ນດຳເນີນໄປດ້ວຍໄມຕີຈິດມິດຕະພາບ, ມີຄວາມເບີກບານມ່ວນຊື່ນ ແລະ ເປັນກັນເອງ, ຊຶ່ງສະແດງເຖິງການຮັກສາໄດ້ຄວາມສາມັກຄີ ແລະ ຄວາມຮັກແພງເຊິ່ງກັນ ແລະ ກັນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485366
ມື້ນີ້67
ມື້ວານ227
ອາທິດນີ້402
ເດືອນນີ້4671