ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກ ຢູ່ ສາທາລະນະລັດ ເບລາຣຸດຊີ

           

         

20220803 Lao Amb To RS

 

          

ໃນລະຫວ່າງ ວັນທີ 29 ກໍລະກົດ - 01 ສິງຫາ 2022 ຜ່ານມາ, ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເບລາຣຸດຊີ ທີ່ມີສຳນັກງານຕັ້ງຢູ່ ສະຫະພັນ ຣັດເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກງານ ຢູ່ ສາທາລະນະລັດ ເບລາຣຸດຊີ ຕາມການເຊື້ອເຊີນຂອງປະເທດເຈົ້້າພາບ. ໃນໂອກາດດັ່ງກ່າວນີ້, ທ່ານທູດ ພ້ອມດ້ວຍຄະນະ ກໍ່ໄດ້ເດີນທາງໄປເຂົ້າຮ່ວມກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນທີ່ປຶກສາທາງດ້ານການຄ້າ ປະຈຳປີ 2022 ຢູ່ແຂວງ ເບຣດທ໌, ສ. ເບລາຣຸດຊີ,  ຊຶ່ງແຂວງດັ່ງກ່າວ ເປັນເຂດເສດຖະກິດສາມຫລ່ຽມ ເບລາຣຸດຊີ-ໂປໂລຍ-ອູກຣາອິນ ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງ ເບລາຣຸດຊີ. ແຂວງເບຣດທ໌ ນີ້, ຍັງເປັນບ່ອນທີ່ມີຈຸດເຊື່ອມຕໍ່ເສັ້ນທາງລົດໄຟຂະຫນາດໃຫຍ່ ລະຫວ່າງ ເບລາຣຸດຊີ, ຣັດເຊຍ ແລະ ເອີຣົບ.

        

ໃນໂອກາດດຽວກັນນີ້, ທ່ານທູດ ພ້ອມດ້ວຍຄະນະ, ລວມທັງບັນດາຜູ້ຕາງຫນ້າຈາກ 16 ສະຖານທູດ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນກັບອໍານາດການປົກຄອງ ແລະ ເຈົ້າຫນ້າທີ່ຂັ້ນສູງ ຂອງແຂວງ ເບຣດທ໌ ແລະ ຍັງໄດ້ລົງໄປຢ້ຽມຢາມເຂດຜະລິດກະສິກຳ, ອຸດສາຫະກຳ, ຮັກສາສິ່ງແວດລ້ອມ ແລະ ວັດທະນະທຳ ເຊັ່ນ: ບໍລິສັດຜະລິດຕະພັນອາຫານທະເລ ທີ່ສົ່ງອອກໄປຍັງ 20 ກວ່າປະເທດ. ໃນນັ້ນ ກໍ່ມີ ບັນດາບໍລິສັດ ທີ່ສົນໃຈຢາກຮວ່ມມືກັບ ສປປ ລາວ ເປັນຕົ້ນແມ່ນ ບໍລິສັດປຸ່ຍ, ບໍລິສັດຜະລິດກົນຈັກກໍ່ສ້າງ, ກະເສດ ແລະ ບໍລິສັດອື່ນໆ. ນອກນັ້ນ,​ ຍັງໄດ້ເຂົ້າຮ່ວມງານວາງສະແດງຜະລິດຕະພັນເຄື່ອງນຸ່ງຫົ່ມ ແລະ ຜະລິດຕະພັນອື່ນໆ ທີ່ທາງແຂວງດັ່ງກ່າວໄດ້ຈັດຂື້ນ. ສາທາລະນະລັດ ເບລາຣຸດຊີ ເປັນປະເທດທີ່ຕັ້ງຢູ່ເຂດເອີຣົບຕາເວັນອອກ, ມີຊາຍແດນຕິດກັບ 5 ປະເທດ ຄື: ຣັດເຊຍ, ອູກຣາອິນ, ລິດໂທເນຍ, ລັດເວຍ ແລະ ໂປໂລຍ. ເບລາຣຸດຊີ ມີເນື້ອທີ່ທັງຫມົດ 207,595 km2, ມີພົນລະເມືອງ 9,442,866 ຄົນ (2022) ແລະ ລວມຍອດຜະລິດຕະພັນພາຍໃນ ແມ່ນ 62.50 ຕື້ໂດລາສະຫະລັດ (2022).

        

ໃນໄລຍະດັ່ງກ່າວນີ້, ທ່ານທູດ ພ້ອມດ້ວຍຄະນະ ກໍ່ຍັງໄດ້ພົບປະສອງຝ່າຍກັບ ທ່ານ ອີກໍຣ ເກໂອຣກຽບວິຈ, ຫົວຫນ້າກົມອາຊີ, ອາຟຣິກາ ແລະ ອາເມລິກາລາຕິນ, ກະຊວງການຕ່າງປະເທດ ແຫ່ງ ສ. ເບລາຣຸດຊີ ເພື່ອປຶກສາຫາລືກ່ຽວກັບການເສີມຂະຫຍາຍການພົວພັນ-ຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ-ສ.ເບລາຣຸດຊີ, ເປັນຕົ້ນແມ່ນການກະກຽມໃສ່ກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ໃນຕົ້ນປີ 2023 ທີ່ຈະມາເຖິງນີ້ ແລະ ພ້ອມນັ້ນ, ກໍ່ໄດ້ພົບປະກັບ ທ່ານ ອາເລັກຊານເດີຣ ອີກໍຣົບ, ປະທານຄະນະກຳມາທິການຮ່ວມມື ລະຫວ່າງ ລັດຖະບານ ສ. ເບລາຣຸດຊີ ແລະ ລັດຖະບານ ແຫ່ງ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການກະກຽມຈັດກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ ສປປ ລາວ- ເບລາຣຸດຊີ ຄັ້ງທີ 4, ຊຶ່ງຄາດວ່າຈະຈັດຂື້ນ ໃນໄລຍະກາງເດືອນ ກັນຍາ 2022 ທີ່ຈະມາເຖິງນີ້.

     

ການໄປເຄື່ອນໄຫວວຽກງານຢູ່ ສາທາລະນະລັດ ເບລາຣຸດຊີ ໃນຄັ້ງນີ້ ໄດ້ປະສົບຜົນສຳເລັດຕາມລະດັບຄາດຫມາຍຢ່າງຈົບງາມ.

         

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485306
ມື້ນີ້7
ມື້ວານ227
ອາທິດນີ້342
ເດືອນນີ້4611