ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ເຊີແນວ ຕາງຫນ້າໃຫ້ລັດຖະບານລາວ ຕ້ອນຮັບ ແລະ ມອບສານແຕ່ງຕັ້ງ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ຕວັກກີ

 

 

Jeneva

 

ໃນວັນທີ 18 ສິງຫາ 2022, ທ່ານ ລັດສະໝີ ແກ້ວມະນີ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຕວັກກີ ທີ່ມີສໍານັກງານຕັ້ງຢູ່ ເຊີແນວ, ປະເທດສະວິດເຊີແລນ, ໄດ້ເປັນກຽດຕາງໜ້າໃຫ້ລັດຖະບານ ຕ້ອນຮັບ ແລະມອບສານແຕ່ງຕັ້ງ ຂອງ ພະນະທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ແກ່ ທ່ານ Nihat OZPINAR, ນັກທຸລະກິດສັນຊາດຕວັກກີ ເພື່ອດໍາລົງຕໍາແໜ່ງເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ຕວັກກີ ໂດຍກວມເອົາທຸກແຂວງຂອງຕວັກກີ.

           

ໃນໂອກາດນີ້, ທ່ານທູດ ລັດສະໝີ ແກ້ວມະນີ ໄດ້ສະແດງຄວາມຊົມເຊີຍ ທ່ານ Nihat OZPINAR ຕໍ່ການແຕ່ງຕັ້ງດັ່ງກ່າວ ແລະມີຄວາມເຊື່ອໝັ້ນວ່າ: ດ້ວຍຄຸນສົມບັດອັນພຽບພ້ອມ ບວກກັບຄວາມຮູ້ຄວາມສາມາດ ແລະປະສົບການສູງ ທ່ານ Nihat OZPINAR ຈະປະຕິບັດໜ້າທີ່ອັນມີກຽດນີ້ ດ້ວຍຄວາມຫ້າວຫັນ ແລະມີຜົນສໍາເລັດເປັນຢ່າງດີ ແນ່ໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ ລາວ ແລະ ຕວັກກີ ໃຫ້ນັບມື້ນັບເພີ່ມທະວີ.

 

ໃນຕອນທ້າຍ, ທ່ານ Nihat OZPINAR ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະພິທີມອບ-ຮັບສານແຕ່ງຕັ້ງຢ່າງເປັນທາງການໃນຄັ້ງນີ້, ຊຶ່ງຕົນເອງຮູ້ສຶກເປັນກຽດຢ່າງສູງທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະໄວ້ວາງໃຈຈາກລັດຖະບານ ແຫ່ງ ສປປ ລາວ ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ຕວັກກີ ແລະ ຢືນຢັນວ່າ: ຈະປະຕິບັດ  ໜ້າທີ່ອັນຊົງກຽດນີ້ດ້ວຍຄວາມຮັບຜິດຊອບສຸງ ກໍຄືປະສານສົມທົບແໜ້ນກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ແລະຕວັກກີ ລວມທັງສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຕວັກກີ ທີ່ມີສໍານັກງານຕັ້ງຢູ່ ເຊີແນວ, ສະວິດເຊີແລນ, ເພື່ອໃຫ້ປະສົບຜົນສໍາເລັດຈົບງາມ.

 

ພິທີເປີດຫ້ອງການກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາຕວັກກີ ທີ່ນະຄອນຫລວງອັງກາຣາ ຢ່າງເປັນທາງການ ຈະຈັດຂຶ້່ນໃນໄວໆນີ້.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480343
ມື້ນີ້1
ມື້ວານ172
ອາທິດນີ້741
ເດືອນນີ້6574