ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດຂອງກອງປະຊຸມການຮ່ວມມືດ້ານວິຊາການ ລາວ - ໄທ ຄັ້ງທີ 24

 

 

Lao ThaiOfficerTalk1

Lao ThaiOfficerTalk3

Lao ThaiOfficerTalk4

 

ກອງປະຊຸມການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 24 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-25 ສິງຫາ 2022, ທີ່ ນະຄອນຫຼວງພະບາງ, ສປປ ລາວ, ຊຶ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ວິໂຣດ ສູນດາຣາ, ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ເລຂາທິການຄະນະກຳມາທິການຮ່ວມມື ລາວ-ໄທ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍໄທ ນຳໂດຍ ທ່ານ ນາງ ອຸຣິຣັດ ຈະເລີນໂຕ, ອະທິບໍດີກົມຄວາມຮ່ວມມື ລະຫວ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ໂດຍມີບັນດາຜູ້ແທນຈາກພາກສ່ວນຕ່າງໆ ຂອງທັງສອງປະເທດ ລາວ-ໄທ ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້, ກ່ອນທີ່ຈະເດີນທາງເຂົ້າຮ່ວມກອງປະຊຸມ ທີ່ແຂວງຫຼວງພະບາງ ທ່ານ ນ. ອຸຣີຣັດ ຈະເລີນໂຕ ພ້ອມດ້ວຍຄະນະ ຍັງໄດເຂົ້າຢ້ຽມຂໍ່ານັບ ທ່ານ ໂພໄຊ ໄຂຄຳພິທູນ,ຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອລາຍງານ ແລະ ແຈ້ງຈຸດປະສົງຂອງການເດີນທາງມາເຄື່ອນໄຫວ ຢູ່ ສປປ ລາວ ໃນຄັ້ງນີ.

 

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານຜົນຂອງ ກອງປະຊຸມກອງເລຂາ ລາວ-ໄທ ຈາກຫົວຫນ້າກອງເລຂາຝ່າຍ ລາວ ແລະ ໄທ, ທີ່ຈັດຂຶ້ນໃນວັນທີ 23 ສິງຫາ 2022, ໂດຍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຜົນຂອງການຈັດຕັ້ງປະຕິບັດໂຄງການເພື່ອການພັດທະນາດ້ານວິຊາການ (2020-2022) ໃນໄລຍະຜ່ານມາ ຕາມທີ່ໄດ້ຕົກລົງກັນ       ຂອງກອງປະຊຸມຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ່ 23 ທີ່ ເພັດສະບູລີ, ຣາຊະອານາຈັກໄທ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ. ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຮອງເອົາບົດບັນທຶກກອງປະຊຸມວິຊາການ ລາວ-ໄທ    ຄັ້ງທີ 24 ແລະ ແຜນການຮ່ວມມືເພື່ອການພັດທະນາ ລາວ - ໄທ ໄລຍະ 3 ປີ (2023-2025), ເຊິ່ງກວມເອົາ 07 ຂົງເຂດ, 21 ແຜນງານ, 35 ໂຄງການ ທີ່ສອດຄອງກັບແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ຄັ້ງທີ 09 ທີ່ລັດຖະບານ ແຫ່ງ ສປປ ລາວໄດ້ກຳນົດໄວ້ ແລະ ຍັງເປັນການປະກອບສ່ວນເຂົ້າໃນການຜັນຂະຫຍາຍ ແຜນປະຕິບັດງານ ວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ໄດ້ຮັບໝາກຜົນເປັນຮູບປະທໍາ.

 

ໃນໂອກາດດັ່ງກ່າວ, ທ່ານ ວິໂຣດ ສູນດາຣາ, ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ເລຂາທິການຄະນະກຳມາທິການຮ່ວມມື ລາວ-ໄທ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ໃຫ້ການຮ່ວມມືສະໜັບສະໜູນດ້ານວິຊາການແກ່ ສປປ ລາວ ຕະຫຼອດໄລຍະ 30 ປີ ທີ່ຜ່ານມາ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງຊັບພະຍາກອນມະນຸດ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຕໍ່ເນື່ອງ ໂດຍສະເພາະໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. ໃນຂະນະດຽວກັນ, ທ່ານ ນາງ ອຸຣິຣັດ ຈະເລີນໂຕ, ອະທິບໍດີກົມຄວາມຮ່ວມມືລະຫວ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ແລະ ສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ກໍ່ຄືການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ໄທ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

 

ກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕິຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈກັນເປັນຢ່າງດີ ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ-ໄທ, ເຊິ່ງກອງປະຊຸມການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 25 ຈະໄດ້ຈັດຂຶ້ນທີ່ ຣາຊະອານາຈັກໄທ ໃນປີ 2024.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485747
ມື້ນີ້46
ມື້ວານ206
ອາທິດນີ້783
ເດືອນນີ້5052