ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ

 

220825 prmrs ro 0002

220825 prmrs ro 0008

        ໃນວັນທີ 25 ສິງຫາ 2022, ຢູ່ທີ່ ທຳນຽບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ, ນະຄອນຫລວງ ລິດສະບອນ, ທ່ານ ຄຳອິນ ຄິດຈະເດດ ໄດ້ຍື່ນສານຕາຕັ້ງ ຕໍ່ພະນະທ່ານ ມາເຊໂລ ຣີບີໂລ ເດີ ສຸຊາ (H.E. Marcelo Rebelo de Sousa), ປະທານາທິບໍດີ ແຫ່ງ ປະເທດ ສາທາລະນະລັດ ປອກຕຸຍການ ເພື່ອດຳລົງຕຳແໜ່ງເປັນເອກອັກຄັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດ ສາທາລະນະລັດ ປອກຕຸຍການ ເຊິ່ງມີສະຖານທູດຕັ້ງຢູ່ນະຄອນຫລວງປາຣີ.

 

         ໃນໂອກາດອັນສະຫງ່າລາສີນີ້, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄວາມອວຍພອນໄຊອັນປະເສີດ ເພື່ອ ສັນຕິພາບ, ມິດຕະພາບ, ຄວາມສົມບູນພູນສຸກ ແລະ ການພົວພັນຮ່ວມມືທີ່ດີ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປອກຕຸຍການ ແລະ ພ້ອມທັງ ຜ່ານທ່ານໄປຍັງ ລັດຖະບານ ແລະປະຊາຊົນປອກຕຸຍການ ທຸກທົ່ວໜ້າ.

 

          ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມດີໃຈທີ່ໄດ້ຖືກແຕ່ງເປັນເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳປະເທດ ສາທາລະນະລັດ ປອກຕຸຍການ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະທີ່ດຳລົງຕຳແໜ່ງ, ພ້ອມທັງຈະເຮັດສຸດຄວາມສາມາດໃນການເພີ້ມທະວີ ການສົ່ງເສີມ ສຳພັນໄມຕີ, ການຮ່ວມມືຂອງສອງປະເທດໃຫ້ດີຂຶ້ນໃນອະນາຄົດ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານ ປະທານາທິບໍດີ, ລັດຖະບານ ແລະ ປະຊາຊົນ ປອກຕຸຍການ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອທາງດ້ານການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນດ້ານການສຶກສາ ແລະ ຫວັງວ່າ ຈະໄດ້ສືບຕໍ່ຜັນຂະຫຍາຍການຮ່ວມມືຢ່າງດີໃນຕໍ່ໜ້າ. ພ້ອມດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ໄດ້ອວຍພອນໄຊອັນປະເສີດໃຫ້ພະນະທ່ານ ປະທານາທິບໍດີ ພ້ອມດ້ວຍຄອບຄົວ ແລະ ປະຊາຊົນ ປອກຕຸຍການ ທຸກທົ່ວໜ້າ.

 

          ໃນໂອກາດດຽວກັນນີ້, ພະນະທ່ານ ປະທານາທິບໍດີ ມາເຊໂລ ກໍ່ໄດ້ສະແດງຄວາມຊົມເຊີຍ ທ່ານເອກອັກຄະລັດຖະທູດ ຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄວາມອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວ ທຸກທົ່ວໜ້າ.

 

          ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປອກຕຸຍການ ໄດ້ສ້າງສາຍພົວພັນການທູດນຳກັນໃນວັນທີ 31 ພຶດສະພາ 1995; ສປປລາວ ມີສະຖານທູດຕັ້ງຢູ່ ນະຄອນຫລວງປາຣີ ຮັບຜິດຊອບ ປະເທດ ປອກຕຸຍການ ແລະ ສາທາລະນະລັດ ປອກຕຸຍການ ມີສະຖານທູດຕັ້ງຢູ່ ນະຄອນຫລວງ ບາງກອກ ຮັບຜິດຊອບ ສປປລາວ.

-------------------------

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485820
ມື້ນີ້119
ມື້ວານ206
ອາທິດນີ້856
ເດືອນນີ້5125