ໃນຕອນເຊົ້າຂອງວັນທີ 31 ສິງຫາ 2022 ທີ່ ນະຄອນດານັງ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (5/9/1962 – 5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977 - 18 ກໍລະກົດ 2022). ໂດຍມີ ສະຫາຍ ຫງວຽນ ວັນ ກວ້າງ, ກໍາມະການສູນກາງພັກ, ເລຂາພັກນະຄອນ ດານັງ; ສະຫາຍ ພົນໂທ ຖາຍ ດາຍ ຫງ໋ອກ, ກໍາມະການສູນກາງພັກ, ຜູ້ບັນຊາການທະຫານເຂດ 5; ສະຫາຍ ເລືອງ ຫງວຽນ ມິ່ງ ຈ໋ຽດ, ສະມາຊິກສໍາຮອງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ປະທານສະພາປະຊາຊົນ; ສະຫາຍ ເລ ຈຸງ ຈິ່ງ, ຮອງເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນ; ສະຫາຍ ໂງ ຊວນ ຖັງ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນດານັງ; ສະຫາຍ ໂຮ ກີ່ ມິງ, ຮອງປະທານຄະນະກຳມະການປະຊາຊົນ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນດານັງ; ສະຫາຍ ຫງວຽນ ວັນ ຈ້ຽນ, ຫົວໜ້າ ສະຫະພັນ ອະດີດທະຫານ ອາສາສະໝັກ ຫວຽດນາມ ຂອງນະຄອນດານັງ; ສະຫາຍ ສຸພັນ ຫາດາວເຮືອງ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນດານັງ; ຜູ້ຕາງໜ້າສຳນັກງານກົງສຸນໃຫຍ່ ຕ່າງປະເທດ ຄື: ສະຫະພັນລັດເຊຍ, ຈີນ, ຍີ່ປຸ່ນ, ສ.ເກົາຫລີ ປະຈໍານະຄອນດານັງ, ພ້ອມດ້ວຍ ພະນັກງານກົງສຸນໃຫຍ່, ນັກສຶກສາລາວ ແລະ ຜູ້ແທນປະມານ 1.000 ຄົນ ເຂົ້າຮ່ວມພິທີ.
ໃນພິທີດັ່ງກ່າວ, ສະຫາຍ ຫງວຽນ ວັນ ກວ້າງ, ເລຂາພັກນະຄອນໄດ້ຢືນຢັນເຖິງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເຖິງບັນດາໄຊຊະນະທີ່ຍາດມາໄດ້ໃນສະໄໝຕໍ່ສູ້ກູ້ຊາດ ກໍ່ຄື ຕະຫລອດໄລຍະການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ແລະ ເດີນຕາມເສັ້ນທາງສັງຄົມນິຍົມຂອງຫວຽດນາມ ລ້ວນແລ້ວແຕ່ຕິດພັນກັບການສະໜັບສະໜູນ, ຊ່ວຍເຫລືອອັນລໍ້າຄ່າ ແລະ ໝົດຈິດໝົດໃຈຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າລາວອ້າຍນ້ອງ. ສະນັ້ນ, ນະຄອນດານັງ ໄດ້ເອົາໃຈໃສ່, ວາງທິດທາງ, ແຜນການຮ່ວມມືກັບບັນດາແຂວງພາກໃຕ້-ພາກກາງຂອງລາວ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິຜົນ.
ຕະຫລອດໄລຍະ 40 ປີຜ່ານມາ, ນະຄອນ ດານັງ ໄດ້ໄດ້ເຊັນສັນຍາ (MOU) ກັບບັນດາແຂວງພາກໃຕ້-ພາກກາງ ຂອງລາວເກືອບ 40 ສະບັບ, ພ້ອມທັງມີການແລກປ່ຽນຢ້ຽມຢາມ ແລະ ພົບປະປຶກສາຫາລື, ແລກປ່ຽນບົດຮຽນນໍາກັນນັບແຕ່ລະດັບຂັ້ນສູງລົງຮອດຂັ້ນວິຊາການເປັນປະຈໍາ, ສ້າງເງື່ອນໄຂສະດວກໃຫ້ແກ່ນັກທຸລະກິດຂອງ ສອງຝ່າຍໄດ້ມີການຮ່ວມມື ດ້ານການຄ້າ, ການລົງທຶນ, ຄົມມະນາຄົມ, ການຊ່ວຍເຫລືອໃນການສ້າງແຜນການພັດທະນາກະສິກຳ, ຮ່ວມມືດ້ານສາທາລະນະສຸກ, ການສຶກສາ, ວັດທະນະທໍາ ແລະ ສັງຄົມ ພິເສດແມ່ນການກໍ່ສ້າງຊັບພະຍາກອນມະນຸດ.
ໄລຍະ 2018-2022, ນະຄອນ ດານັງ ໄດ້ຊ່ວຍເຫລືອດ້ານງົບປະມານ ປະມານ 116 ຕື້ດົ່ງ ເພື່ອຊ່ວຍເຫລືອ 5 ແຂວງພາກໃຕ້-ພາກກາງຂອງລາວ ຄື: ແຂວງອັດຕະປື, ແຂວງ ເຊກອງ, ແຂວງສາລະວັນ, ແຂວງ ຈໍາປາສັກ ແລະ ແຂວງສະຫວັນນະເຂດ. ໃນນີ້ກໍ່ມີຫລາຍໂຄງການຮ່ວມມືກັນ ຄື: ກໍ່ສ້າງໂຮງຮຽນ, ສູນສອນພາສາຫວຽດນາມ ແລະ ສົ່ງຄູອາຈານມາສອນພາສາຫວຽດນາມ, ໃຫ້ທຶນນັກສຶກສາລາວໄປສຶກສາ ແລະ ຄົ້ນຄວ້າຢູ່ມະຫາວິມະຍາໄລຂອງນະຄອນ ດານັງ, ຮັບພະນັກງານຈາກບັນດາພະແນກການຂອງລາວ ມາຖອດຖອນບົດຮຽນຢູ່ນະຄອນ ດານັງ, ຊ່ວຍຄົ້ນຄວ້າ ແລະ ວາງແຜນພັດທະນາເສດຖະກິດ-ສັງຄົມ…
ໃນສະພາບການຂອງໂລກໃນປະຈຸບັນ, ຕໍ່ໜ້າສະພາບທີ່ເຕັມໄປດ້ວຍສິ່ງທ້າທາຍຕໍ່ 2 ປະເທດ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງ 2 ປະເທດເວົ້າລວມ, ເວົ້າສະເພາະ ລະຫວ່າງ ນະຄອນດານັງ ກັບບັນດາແຂວງພາກໃຕ້-ພາກກາງຂອງລາວຕ້ອງໄດ້ຍົກຂື້ນເປັນວຽກທໍາອິດ.
ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນດານັງ ເວລາໃດກໍ່ຖືສໍາຄັນ ແລະ ເປັນວຽກບຸລິມະສິດຕໍ່ການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນກັບ ສປປ ລາວເວົ້າລວມ, ເວົ້າສະເພາະກັບບັນດາແຂວງພາກໃຕ້-ພາກກາງຂອງລາວ.
ສະຫາຍ ສຸພັນ ຫາດາວເຮືອງ ໄດ້ກ່າວທົບທວນຄືນປະຫວັດສາດ ສອງຊາດລາວ-ຫວຽດນາມ, ໂດຍແມ່ນປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ແລະ ປະທານໄກສອນ ພົມວິຫານ ທີ່ ເຄົາລົບຮັກ ເປັນຜູ້ກໍ່ຕັ້ງຂື້ນ. ໃນໄລຍະກວ່າເຄີ່ງສັດຕະວັດທີ່ຜ່ານມາ ສອງພັກ, ສອງຊາດ ລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫລ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກ ທຸລະກັນດານ ແລະ ເຕັມໄປດ້ວຍຄວາມເສຍສະຫລະ ບົນເສັ້ນທາງແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂື້ນແບບເກົ່າ ແລະ ໃໝ່ສອງຊາດໄດ້ພ້ອມກັນດໍາເນີນການຕໍ່ສູ້ສັດຕູໂຕດຽວກັນ ເພື່ອກອບກູ້, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພ້ອມກັນກ້າວຂື້ນສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ.
ນອກຈາກນັ້ນ, ຍັງໄດ້ຢືນຢັນວ່າ: ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນ ເຮັດໃຫ້ການພົວພັນ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ກໍ່ໄດ້ນັບມື້ນັບໄດ້ຮັບການປັບປຸງຢ່າງຮອບດ້ານ ແລະ ໜັກແໜ້ນ ແລະ ສຸດກົກສຸດປາຍ, ທັງເປັນປັດໃຈພື້ນຖານອັນແໜ້ນແກ່ນໃຫ້ແກ່ການຮ່ວມມືຍາວນານ ເພື່ອສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກໍານົດໄວ້. ພ້ອມນີ້ກໍຢືນຢັນຈະສືບຕໍ່ເພີ່ມທະວີ ປົກປັກຮັກສາເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຍິ່ງໆຂື້ນ.
ໃນພິທີສະເຫຼີມສະຫຼອງ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໄດ້ມອບໃບຍ້ອງຍໍໃຫ້ 15 ສະຫາຍ ທີ່ມີຜົນງານດີເດັ່ນໃນການກໍ່ສ້າງ ແລະ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງນະຄອນ ດານັງ ແລະ ທ້ອງຖິ່ນ ຂອງລາວ ໄລຍະ 2018-2022.