ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ເອກະສານສຳຄັນຂອງພັກ, ຂອງລັດ.

 

2022 9 22 Emb Lao VN1

2022 9 22 Emb Lao VN

2022 9 22 Emb Lao VN2

 

ວັນ​ທີ 16 ກັນຍາ  2022, ສະຖານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ​ໄດ້ຈັດ​ຕັ້ງການ​ເຊື່ອມ​ຊຶມ​ເອກະສານ​ສຳຄັນ​ຂອງ​ພັກ, ຂອງ​ລັດ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ​ຈັນທະ​ພອນ  ຄຳ​ມະນີ​ຈັນ, ກຳມະການຄະນະ​ພັກ​ຮາກ​ຖານ,  ປະທານ​ກວດກາ​ຄະນະ​ພັກ​ຮາກ​ຖານ ສະຖານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໂດຍ​ການ​ເຂົ້າ​ຮ່ວມ​ຮັບ​ຟັງ​ຂອງ​ຄະນະ​ພັກ​ຮາກ​ຖານຄະນະ​ນຳສະຖານທູດ, ຫ້ອງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງການຜູ້ຕາງໜ້າການບິນລາວ, ພະນັກງານ ແລະ ຄອບຄົວ​ພະນັກງານສະຖານທູດ, ຄະນະໜ່ວຍ​ພັກ​ນັກ​ສຶກສາທີ່​ຮ່າ​ໂນ້ຍຂຶ້ນ​ກັບ​ສະຖານທູດ​ ຈຳນວນ   55  ສະຫາຍ.

          ​

ເອກະສານ​ທີ່​ນຳ​ມາ​ເຜີຍ​ແຜ່​ຄັ້ງ​ນີ້ ​ປະກອບ​ມີ 4 ​ເອກະ​ສານ ເຊັ່ນ: ວັນ​ສ້າງລັດຖະທຳ​ມະນູນ​ແຫ່ງ​ຊາດ​ ຄົບຮອບ 31 ປີ (15/08/1991-15/08/2022), ປະທານ ​ສຸພາ​ນຸວົງ​ ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ ເນື່ອງໃນໂອກາດວັນເກີດຂອງເພິ່ນ ຄົບຮອບ 113 ປີ (13/07/1909-13/07/2022), ​ ສອງ​ວັນ​ປະຫວັດສາດ ລາວ - ຫວຽດນາມ ແລະ ​ດຳລັດ​ວ່າ​ດ້ວຍລົດ​ລັດ, ສະບັບ​ເລກທີ 599/ລບ, ລົງ​ວັນ​ທີ 29/09/2021.

 

ໃນການເຜີຍແຜ່​ເອກະສານ​ຄັ້ງ​ນີ້, ນອກຈາກ ສະຫາຍ ​​ໄດ້​​ຍົກ​ໃຫ້​ເຫັນ​ເນື້ອ​ໃນ​ສຳຄັນ​ຂອງ​ແຕ່ລະ​ເອກ​ສານ, ສະ​ຫາຍ​ ຍັງໄດ້​ເນັ້ນ​​ໃຫ້​ພະນັກງານນັກ​ການ​ທູດ, ພະນັກງານ​ສະມາຊິກ​ພັກ​ທີ່​ກຳລັງ​ດຳລົງ​ຊີວິດ, ເຮັດ​ວຽກ ​ແລະ ຄົ້ນຄວ້າ​ຮໍ່າຮຽນ ຢູ່ ສສ ຫວຽດນາມ ຈົ່ງ​ພ້ອມ​ກັນ​ຄົ້ນຄວ້າ​​ໃຫ້ເຂົ້າ​ໃຈ ​​ແລະ​ ກຳ​ໄດ້ບັນດາເຫດການ ​ການ​ເມືອງ​ທີ່​ສຳຄັນ​ຂອງ​ພັກ, ຂອງຊາດ ລວມທັງເນື້ອໃນຈິດໃຈຂອງບັນດາເອກະສານທີ່ນໍາມາເຜີຍແຜ່​ໃນ​ຄັ້ງ​ນີ້ ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການຝຶກຝົນຫຼໍ່ຫຼອມ ແລະ ​ປະຕິບັດ​ວຽກ​ງານວິຊາສະເພາະ​ຂອງ​ຕົນ​.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485602
ມື້ນີ້107
ມື້ວານ196
ອາທິດນີ້638
ເດືອນນີ້4907