ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາສາກົນ ໃນຫົວ​ຂໍ້: “ ການ​ແລກປ່ຽນ​ບົດຮຽນ​ ໃນ​ການຈັດ​ຕັ້ງ​ປະຕິບັດ ຂໍ້​ລິ​ເລີ່​ມ ໜື່ງ​​ແລວ ໜຶ່ງ​ເສັ້ນທາງ ຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ໃນຮູບແບບເຊິ່ງໜ້າ ແລະ ທາງໄກ

           

        

20221018 19 BRI 4

20221018 19 BRI 3

20221018 19 BRI 2

          

 

ໃນວັນທີ 18-21 ຕຸລາ 2022, ທີ່ ນະຄອນຫຼວງວຽງຈັນ, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາສາກົນ ໃນຫົວ​ຂໍ້: “  ການແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ ໜື່ງ​​ແລວ ໜຶ່ງເສັ້ນທາງ ຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ, ໂດຍການເປັນປະທານຂອງ  ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ. ກອງປະຊຸມຄັ້ງນີ້ ມີຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ຂອງປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄື: ສປປ ລາວ, ສປ ຈີນ, ກຳປຸເຈຍ, ມຽນມາ, ໄທ ແລະ ສສ. ຫວຽດນາມ ເຂົ້າຮ່ວມ.  ກອງປະຊຸມສໍາມະນາດັ່ງກ່າວ ແມ່ນ​ໄດ້​ຮັບ​ການ​ສະໜັບສະໜູນ​ ຈາກ​ກອງ​ທຶນ​ພິ​ເສດ​ແມ່​ນໍ້າຂອງ-​ແມ່​ນໍ້າລ້ານຊ້າງ.

           

ຈຸດປະສົງ ແມ່ນເພື່ອແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຮ່ວມມື ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ໃນໄລຍະຜ່ານມາ ລວມທັງ ແລກປ່ຽນຄໍາຄິດຄໍາເຫັນ ໃນການຮ່ວມມືກັນໃນອານາຄົດ. ຜູ້ເຂົ້າຮ່ວມ ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ, ຂໍ້ມູນຂ່າວສານ ກ່ຽວກັບ ທ່າແຮງບົ່ມຊ້ອນ ແລະ ວຽກງານຈຸດສຸມໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນ ໂດຍສະເພາະ ວຽກງານການເຊື່ອມໂຍງ-ເຊື່ອມຈອດ ດ້ານພື້ນຖານໂຄງລ່າງ, ດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການເຊື່ອມຈອດ ລະຫວ່າງປະຊາຊົນກັບປະຊາຊົນ ໃນບັນດາປະເທດລຸ່ມແມ່ນ້ຳຂອງ ຕາມແລວເສດຖະກິດຈີນ-ອິນໂດຊາຍນາ, ຊຶ່ງເປັນໜຶ່ງໃນ 6 ແລວເສດຖະກິດສຳຄັນ ຂອງການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ.

             

ກອງປະຊຸມສໍາມະນາຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ດີ ມີການແລກປ່ຽນບົດຮຽນ, ປະສົບການ ແລະ ຄໍາຄິດເຫັນ ຢ່າງກົງໄປກົງມາ ກ່ຽວກັບ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ລວມທັງບັນດາຂໍ້ສະເໜີແນະ ໃນການຈັດຕັ້ງປະຕິບັດວຽກງານການຮ່ວມມືດັ່ງກ່າວໃນຕໍ່ໜ້າ ​​ແນ​ໃສ່​ຂົນຂວາຍກຳລັງ​ແຮງ ​ແລະ ຍາດ​ແຍ່ງ​​ເອົາຜົນປະໂຫຍດດ້ານຕ່າງໆ ​ໂດຍ​ສະ​ເພາະ​ການພັດທະນາດ້ານ​ເສດຖະກິດ-ສັງຄົມ​​, ຄວາມ​ຮູ້ດ້ານ​ເຕັກນິກ​ວິທະຍາ​ສາດ ແລະ ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ເພື່ອຍາດແຍ່ງຜົນປະໂຫຍດຕົວຈີງມາສູ່ປະຊາຊົນ ຂອງປະເທດແມ່ນໍ້າຂອງ ກໍຄືໃນພາກພື້ນ ແລະ ສາກົນ. ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມສຳມະນາ ຈາກບັນດາປະເທດແມ່ນໍ້າຂອງ ຍັງໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ຕ່າງໆໃນການອຳນວຍຄວາມສະດວກດ້ານການຄ້າ, ການລົງທຶນ ແລະ ການເຊື່ອມຈອດໂລຈິດສະຕິກ ຂອງ ສປປ ລາວ ເຊັ່ນ: ເຂດພັດທະນາກວມລວມໄຊເສດຖາ, ເຂດໂລຈິດສະຕິກນະຄອນຫຼວງ  ວຽງຈັນ ແລະ ອື່ນໆ.

      

    

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480270
ມື້ນີ້100
ມື້ວານ157
ອາທິດນີ້668
ເດືອນນີ້6501