ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໜ່ວຍພັກ ສະຖານທູດລາວ ທີ່ບາງກອກ ໄຂກອງປະຊຸມໃຫຍ່ຂອງຕົນ

 

WhatsApp Image 2022 11 29 at 083625

WhatsApp Image 2022 11 29 at 083624

WhatsApp Image 2022 11 291 at 083625

    ກອງປະຊຸມໃຫຍ່ ຂອງໜ່ວຍພັກສະຖານທູດ ແຫ່ງ ສປປ. ລາວ ທີ່ ນະຄອນຫຼວງບາງກອກ ປະເທດໄທ ຄັ້ງທີ VI ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 25 ພະຈິກ 2022, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 30 ສະຫາຍ, ຍິງ 05 ສະຫາຍ ແລະ ສະມາຊິກພັກສໍາຮອງ 3 ສະຫາຍ (ຍິງ 1 ສະຫາຍ), ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຕິ່ງ ສຸກສັນ, ຮອງເລຂາຄະນະພັກກະຊວງການຕ່າງປະເທດ ແລະ ສະຫາຍ ຄໍາພັນ ອັ່ນລາວັນ, ເລຂາໜ່ວຍພັກສະຖານທູດ.

 

   ພ້ອມນີ້, ຍັງມີຜູ້ແທນຈາກຫ້ອງການຄະນະພັກກະຊວງການຕ່າງປະເທດ ແລະ ຫົວໜ້າສະຖານກົງສູນໃຫ່ຍ ສປປ ລາວ ທີ່ຂອນແກ່ນພ້ອມດ້ວຍຜູ້ແທນທີ່ຕາງໜ້າໃຫ້ຈຸພັກນັກສຶກສາລາວທີ່ປະເທດໄທເຂົ້້າຮ່ວມຢ່າງພ້ອມພຽງ. ບັນດາສະຫາຍສະມາຊິກພັກ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ໄດ້ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄໍາເຫັນເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສຳເລັດຕາມຈຸດປະສົງທີ່ວາງໄວ້.

 

    ກອງປະຊຸມໃຫຍ່ ຄັ້ງນີ້ ໄດ້ຮັບຮອງເອົາບົດລາຍງານການເມືອງ ລວມທັງທິດທາງແຜນການໃນຕໍ່ໜ້າ ຂອງໜ່ວຍພັກສະຖານທູດ ແລະ ບົດສໍາຫລວດການນໍາພາ ຂອງ ຄະນະພັກຊຸດເກົ່າ, ທັງໄດ້ຕີລາຄາ ດ້ານດີ, ດ້ານອ່ອນ, ບັນຫາຄົງຄ້າງ ແລະ ສາເຫດ, ບົດຮຽນໃນການຊີ້ນຳ-ນຳພາ ແລະ ການຕີລາຄາສະພາບການພົ້ນເດັ່ນຂອງສາກົນ, ພາກພື້ນ ແລະ ປະເທດເຈົ້າພາບ. ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາບົດລາຍງານການເມືອງ ແລະ ມະຕິກອງປະຊຸມ ຊຶ່ງກວມເອົາທິດທາງແຜນການ, ໂຄງການ ແລະ ຄາດໝາຍສູ້ຊົນ ສໍາລັບຊຸມປີຕໍ່ໜ້າ ແນ່ໃສ່ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກທີ່ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ການນໍາພາເປັນເອກະພາບ, ມີແບບແຜນປະຕິບັດວຽກງານທີ່ມີປະສິດທິຜົນ, ຍົກສູງດ້ານວິຊາສະເພາະ ໂດຍສະເພາະການທູດເສດຖະກິດໃນສະພາບການໃໝ່, ເອົາໃຈໃສ່ວຽກງານຂະຫຍາຍ ແລະ ປ້ອງກັນພັກ-ພະນັກງານ ແລະ ຊີ້ນໍາ-ນໍາພາ 3 ອົງການຈັດຕັ້ງມະຫາຊົນ ເພື່ອສ້າງພື້ນຖານແກ່ການກ້າວໄປສູ້ການສ້າງແຜນໜ່ວຍພັກສະຖານທູດກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2023 ແນ່ໃສ່ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ຂອງ ພັກ-ລັດ.

 

     ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາ ຄະນະພັກຊຸດໃໝ່. ກອງປະຊຸມຄັ້ງປະຖົມມະເລິກ ຂອງຄະນະໜ່ວຍພັກຊຸດໃໝ່ໄດ້ເຫັນດີເປັນເອກະສັນເລືອກເອົາ ສະຫາຍ ຄໍາພັນ ອັ່ນລາວັນ,  ເປັນເລຂາໜ່ວຍພັກ, ສະຫາຍ ສຸລິສັກ ສູລິທອນ ເປັນຮອງເລຂາໜ່ວຍພັກ ແລະ ອີກ 3 ສະຫາຍ ເປັນຄະນະໜ່ວຍພັກ (ຍິງ 1 ສະຫາຍ).

 

    ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຕິ່ງ ສຸກສັນ, ຮອງເລຂາຄະນະພັກ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງສະຫາຍໄດ້ໃຫ້ທິດຊີ້ນໍາແກ່ຄະນະພັກ-ຄະນະນໍາສະຖານທູດ ກໍຄືສະມາຊິກພັກທຸກສະຫາຍໄດ້ເປັນເຈົ້າການບຸກບືນຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ໃຫ້ຮັບປະກັນໄດ້ຜົນງານຕາມຈຸດປະສົງ ແລະ ຄາດໝາຍທີ່ກອງປະຊຸມໄດ້ວາງໄວ້. ພ້ອມນີ້, ສະຫາຍ ຕິ່ງ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະຖາທູດ, ສະແດງຄວາມຫ່ວງໄຍ ແລະ ໃຫ້ທິດຊີ້ນໍາກ່ຽວກັບການແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງທັງໃນທີ່ຜ່ານມາ ແລະ ປະຈຸບັນ.

 

        ສະຫາຍ ຄໍາພັນ ອັ່ນລາວັນ, ເລຂາໜ່ວຍພັກສະຖານທູດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດໄທ ຂື້ນກ່າວໃນນາມຕ່າງໜ້າໃຫ້ສະມາຊິກພັກ ແລະ ຄະນະໜ່ວຍພັກຊຸມໃໝ່ຂອງສະຖານທູດ ວ່າກອງປະຊຸມຄັ້ງນີ້ ໜ່ວຍພັກຂອງພວກເຮົາໄດ້ຜ່ານພົ້ນໄປດ້ວຍດີ, ມີຜົນສໍາເລັດຕາມລະດັບຄາດໝາຍທຸກປະການ. ພ້ອມນີ້, ກໍສະແດງຄວາມຂອບໃຈຢ່າງສູງມາຍັງ ຜູ້ຕາງໜ້າຄະນະພັກຂັ້ນເທິງ ທີ່ໄດ້ສະຫຼະເວລາເຂົ້າຮ່ວມເປັນປະທານຮ່ວມກອງປະຊຸມ ແລະ ຂໍຂອບໃຈມາຍັງສະມາຊິກພັກທຸກສະຫາຍ ແລະ ທຸກພາກສ່ວນທີ່ໄດ້ໃຫ້ການຮ່ວມມືສະໜັບສະໜູນ ແລະ ຕັ້ງໜ້າອອກແຮງງານກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄັ້ງນີ້ປະສົບຜົນສໍາເລັດຕາມຄາດໝາຍທຸກປະການ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480267
ມື້ນີ້97
ມື້ວານ157
ອາທິດນີ້665
ເດືອນນີ້6498