ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳລັດຄູເວດ ຍື່ນສານຕາຕັ້ງຕໍ່ ສົມເດັດ ເຊັກຄ໌ ມິຊໍລ໌ ອາລ ອາມັດ ອາລ ຈາເບີ ອາລ ຊາບາ, ຮອງກະສັດ, ອົງມົງກຸດຣາດຊະກຸມມານ ແຫ່ງລັດກູເວດ

 

 

1 12 2022

 

ໃນຕອນເຊົ້າຂອງວັນທີ 22 ພະຈິກ 2022 ແລ້ວນີ້, ທີ່ວັງບາຢານ (Bayan Palace) ນະຄອນກູເວດ, ທ່ານ ບຸນ ອິນທະບັນດິດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ສົມເດັດ ເຊັກຄ໌ ມິຊໍລ໌ ອາລ ອາມັດ ອາລ ຈາເບີ ອາລ ຊາບາ (His Highness Sheikh Mishal Al Ahmad Al Jaber Al Sabah), ຮອງກະສັດ, ອົງມົງກຸດຣາດຊະກຸມມານ ແຫ່ງລັດກູເວດ (The Deputy Emir, Crown Prince of the State of Kuwait) ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາລັດກູເວດ ໂດຍມີສໍານັກງານຕັ້ງຢູ່ນະຄອນກູເວດ, ລັດກູເວດ.

 

          ໃນໂອກາດອັນສໍາຄັນນີ້, ອົງມົງກຸດຣາດຊະກຸມມານແຫ່ງລັດກູເວດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ບຸນ ອິນທະບັນດິດ ທີ່ໄດ້ຖືກແຕ່ງຕັ້ງມາເປັນເອກອັກຄະລັດຖະທູດຄົນໃໝ່ແຫ່ງ ສປປ ລາວ ເພື່ອປະຕິບັດໜ້າທີ່ອັນສົມກຽດ ແລະ ສູງສົ່ງດັ່ງກ່າວ ພ້ອມທັງອວຍພອນໃຫ້ໄດ້ຮັບຜົນສໍາເລັດໃນການເຄື່ອນໄຫວວຽກງານການທູດຂອງຕົນທຸກປະການຢູ່ປະເທດກູເວດ. ພ້ອມດຽວກັນນີ້, ອົງມົງກຸດຣາດຊະກຸມມານ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຈາກສົມເດັດອາເມຍ ເຊັກຄ໌ ນາວາຟ ອາລ ອາມັດ ອາລ ຈາເບີ ອາລ ຊາບາ, ກະສັດ ແຫ່ງລັດກູເວດ ໄປຍັງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວອີກດ້ວຍ. ຫລັງຈາກນັ້ນ, ອົງມົງກຸດຣາດຊະກຸມມານ ຍັງໄດ້ເວົ້າເຖິງສາຍພົວພັນມິດຕະພາບລະຫວ່າງ ລັດກູເວດ ແລະ ສປປ ລາວທີ່ໄດ້ຮັບການພັດທະນາຫລາຍຂຶ້ນເປັນກ້າວໆ​ໃນຊຸມປີທີ່ຜ່ານມາ ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ.

 

          ທ່ານ ບຸນ ອິນທະບັນດິດ, ເອກອັກຄະລັດຖະທູດໄດ້ກ່າວສະແດງຂອບໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງທີ່ສົມເດັດອາເມຍເຫັນດີຮັບເອົາການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາກູເວດ ແລະ ກ່າວວ່າໃນນາມຕາງໜ້າລັດຖະບານລາວ, ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແລ້ວ ລະຫວ່າງ ສອງປະເທດ ນັບແຕ່ສ້າງຕັ້ງສາຍພົວພັນການທູດນຳກັນ 2008 ໄດ້ຮັບການເສີມຂະຫຍາຍເປັນປົກກະຕິ ແລະ ຂໍສະແດງຄວາມຮູ້ບຸນຄົນຕໍ່ສົມເດັດອາເມຍກໍຄືລັດຖະບານ ແລະ ປະຊາຊົນກູເວດ ໃຫ້ການສະໜັບສະໜູນຊ່ວຍເຫລືອອັນລ້ຳຄ່າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ທ່ານທູດຍັງໄດ້ກ່າວວ່າ ໃນໄລຍະປະຕິບັດໜ້າທີ່ການທູດຢູ່ກູເວດ, ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສູດ ເພື່ອສືບຕໍ່ປະກອບສ່ວນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແລ້ວນັ້ນ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມກັນນັ້ນ, ທ່ານທູດ ໄດ້ຖືໂອກາດນີ້ ສົ່ງຄຳອວຍພອນ ແລະ ຢ້ຽມຢາມຢ່າງອົບອຸ່ນຈາກປະທານປະເທດ ສປປ ລາວ ເຖິງສົມເດັດອາເມຍ ເຊັກຄ໌ ນາວາຟ ອາລ ອາມັດ ອາລ ຈາເບີ ອາລ ຊາບາ, ກະສັດແຫ່ງລັດກູເວດ ແລະ ສະມາຊິກລາດຊະວົງອາລຊາບາ ຈົ່ງມີພະລານາໄມສົມບູນ ແລະ ຄວາມຜາສຸກເພື່ອສືບຕໍ່ນໍາພາປະເທດກູເວດທີ່ອຸດົມຮັ່ງມີທາງດ້ານນໍ້າມັນນັ້ນໄປສູ່ຄວາມຈະເລີນຮຸ່ງເຮືອງ ກ້າວໜ້າຕະຫລອດໄປ ເພື່ອປະກອບສ່ວນເຂົ້າໃນຄວາມວັດຖະນະຖາວອນ ແລະ ສັນຕິສຸກ ຂອງຂົງເຂດ ແລະ ຂອງໂລກ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485744
ມື້ນີ້43
ມື້ວານ206
ອາທິດນີ້780
ເດືອນນີ້5049