ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າອວຍພອນຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 93 ປີ

  

  

20230201 Lao AM to VN 1

20230201 Lao AM to VN 2

  

  

ວັນທີ 01 ກຸມພາ 2023 ທີ່ ຄະນະພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ​ຄະນະພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ເນື່ອງໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ ຄົບຮອບ 93 ປີ (3/2/1930 – 3/2/2023) ​ໂດຍ​ໄດ້​ຮັບການຕ້ອນຮັບຈາກສະຫາຍ ນາງ ຫງວຽນ ທິ ຮວ່າງ ເວິນ, ຮອງຫົວໜ້າຜູ້ປະຈໍາຄະນະພົວພັນຕ່າງປະເທດສູນກາງພັກກອມ​ມູນິດ​ຫວຽດນາມ.  

  

​ໃນ​​ໂອກາດ​ນີ້ ສະຫາຍ ນາງ ຫງວຽນ ທິ ຮວ່າງ ເວິນ, ຮອງຫົວໜ້າຜູ້ປະຈໍາຄະນະພົວພັນຕ່າງປະເທດສູນກາງພັກກອມ​ມູນິດ​ຫວຽດນາມ ໄດ້ກ່າວສະແດງຄວາມຂອບ​ໃຈ ​ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ​ທີ່ໄດ້​ນຳພາ​ຄະນະ​ ມາ​ອວຍພອນ​ວັນສ້າງ ຕັ້ງພັກກອມມູນິດຫວຽດນາມ​ຄົບຮອບ 93 ປີ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມສະໜິດສະໜົມຢ່າງໃກ້ຊິດຖານສະຫາຍອ້າຍນ້ອງ ໃນຄອບຄົວດຽວກັນຂອງສອງປະເທດ ແລະ ທັງເປັນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ​ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ,  ສອງລັດ ແລະ ປະຊາຊົນຂອງສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

​ ​    

ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ​ກໍໄດ້ກ່າວສະແດງຄວາມຊົມ​ເຊີຍ ແລະ ຕີ​ລາຄາ​ສູງ​ຕໍ່​ຜົນງານ​ອັນ​ໃຫຍ່​ຫຼວງ, ຮອບດ້ານ, ​ເລິກ​ເຊິ່ງທີ່​ຕະຫລອດໄລຍະ 93 ປີ ຜ່ານມາ, ພັກກອມມູນິດຫວຽດນາມ ໄດ້ນຳພາປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດ ເພື່ອຍາດເອົາເອກະລາດແຫ່ງຊາດໃນຫຼາຍທົດສະວັດ ແລະ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ທ້ອນໂຮມປະເທດຊາດ ໃນວັນທີ 30 ເມສາ 1975 ຢ່າງສະຫງ່າອົງອາດ, ພັກກອມມູນິດຫວຽດນາມສືບຕໍ່ນຳພາປະຊາຊົນ ທັງຊາດ ດຳເນີນສອງພາລະກິດ ຄື: ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ.

     

ພ້ອມ​ນັ້ນ, ສະຫາຍ​ເອກ​ອັກຄະ​ລັດຖະທູດ ກໍຍັງໄດ້​ອວຍພອນ​ໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ທີ່ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ຫວຽດນາມ ກໍຄືບັນດາຮຸ່ນການນຳຕ່າງໆ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ ແລະ ຮັກສາໄວ້ ໃຫ້ຮຸ່ນຄົນຕໍ່ໄປສືບຕໍ່ຖະນຸຖະໜອມ​ໃຫ້ນັບມື້ຈົ່ງຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນ ຕະຫລອດໄປ. 

 

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404063
ມື້ນີ້1
ມື້ວານ264
ອາທິດນີ້474
ເດືອນນີ້6103