ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິຕາລີ

   

  

20230309 Lao Am to Swiss

  

  

ໃນວັນທີ 9 ມີ​ນາ 2023 ທີ່ ນະຄອນຫລວງໂຣມ, ສາທາລະນະລັດ ​ອິ​ຕາ​ລີ, ທ່ານ ລັດສະໝີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ ເຊີ​ຈິ​ໂອ ມັດ​ຕາ​ແຣນ​ລາ (H.E. Mr. Sergio Mattarella), ປະທານາທິບໍດີ ແຫ່ງ ສ.   ​ອີ​ຕາລີ  ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອິ​ຕາ​ລີ, ເຊິ່ງມີສຳນັກງານຕັ້ງຢູ່ ເຊີແນວ, ປະເທດ ສະວິດສ໌.

   

ພາຍຫລັງການຍື່ນສານ, ທ່ານທູດລາວຄົນໃໝ່ໄດ້ເຂົ້າພົບປະໂອ້ລົມ ກັບພະນະທ່ານປະທານາທິບໍດີ, ເຊິ່ງໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ເຊີ​ຈິ​ໂອ ມັດ​ຕາ​ແຣນ​ລາ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ  ອີ​ຕາ​ລີ ທຸກຖ້ວນໜ້າ.

   

ໃນ​ໂອ​ກາດ​ນີ້, ທ່ານ​ທູດໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງ      ອີ​ຕາ​ລີ ໃນໄລຍະຜ່ານມາ ໂດຍສະ​ເພາະໃນ​ໄລ​ຍະ​ການ​ແຜ່​ລະ​ບາດ ຂອງພະ​ຍາດ​ໂຄວິດ-19. ພ້ອມນີ້, ຍັງໄດ້​ຕີລາຄາສູງ ຕໍ່ຜົນສໍາເລັດໃນການພົວພັນຮ່ວມມືສອງຝ່າຍ ລາວ-ອີຕາລີ ໃນໄລຍະຜ່ານມາ, ເຊິ່ງສະແດງອອກໃນການແລກປ່ຽນ-ຢ້ຽມຢາມ ຂອງ ຄະນະຜູ້ແທນລະດັບສູງຂອງທັງສອງປະເທດຢ່າງເປັນປົກກະຕິ, ການໃຫ້ການຊ່ວຍເຫລືອເພື່ອ     ການພັດທະນາ ແກ່ ສປປ ລາວ, ແລະການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບກອງປະຊຸມອາຊີ-ເອີຣົບ (ອາເຊັມ), ຂອບອາຊຽນ- ອີຢູ ແລະຂອບ ສປຊ. ນອກຈາກນີ້, ທ່ານ ທູດ​ຍັງ​ໄດ້​ແຈ້ງສະພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ ສ​ປ​ປ ລາວ ລວມ​ທັງ​ກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດແຜນພັດທະນາເສດຖະກິດ-ສັງຄົມ 2021-2025, ການຫັນປະເທດຈາກບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມຈອດ, ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ໂດຍສະເພາະການບັນລຸເປົ້າໝາຍ​ກາ​ນ​ພັດ​ທະ​ນາແບບຍືນຍົງ ສປຊ 2030 ແລະການ​ຈະ​ນ​ຳ​ເອົາ​ ສປປ ລາວ ຫລຸດ​ພົ້ນ​ອອກ​ຈາກ​ສະຖານະພາບປະເທດ​ດ້ອຍພັດທະນາໃນປີ 2026. ພິເສດ, ທ່ານທູດໄດ້ຢືນຢັນຈະສຸມທຸກຄວາມພະຍາຍາມ ເພື່ອເສີມສ້າງສາຍພົວພັນມິດ​ຕະ​ພາບ ແລະ ການຮ່ວມມືສອງຝ່າຍ ລາວ-ອິ​ຕາ​ລີ ກໍຄື ​ການ​ຮ່ວມ​ມືພາຍໃຕ້ຂອບ​ ອາເຊັມ, ອາຊຽນ-ອີຢູ ແລະ ຂອບອົງ​ການ ສປຊ ທີ່ທັງສອງປະເທດເປັນພາຄີ ໃຫ້ນັບມື້ນັບເພີ່ມທະວີ.

  

ໃນໂອກາດດັ່ງກ່າວ, ທ່ານ ປະທານາທິບໍດີ ກໍໄດ້ສະແດງຄວາມຊົມເຊີຍ ແລະ ໄດ້ຕີລາຄາສູງຕໍ່ການມາດໍາລົງ   ຕໍາແໜ່ງ ຂອງ ທ່ານເອກອັກຄະລັດຖະທູດລາວຄົນໃໝ່ ປະຈຳ ສາທາລະນະລັດ ອິ​ຕາ​ລີ, ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ຜົນສໍາເລັດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ໃນ​ໄລ​ຍະ​ຜ່ານ​ມາ ແລະອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແນ່ໃສ່ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ລາວ-ອີຕາລີໃນຕໍ່ໜ້າ.

  

ໃນໂອກາດໄປເຄື່ອນໄຫວຍື່ນສານຕາຕັ້ງໃນຄັ້ງນີ້, ທ່ານທູດລາວຄົນໃໝ່ ຍັງໄດ້ ຍັງ​ໄດ້​ພົບ​ປະ​ສອງ​ຝ່າຍກັບ​ຫົວ​ຫນ້າ​ກົມ​ອາ​ຊີ​-ໂອ​ເຊ​ອາ​ນີ ແລະ ອັງຕາກ​ຕິ​ກາ, ກະຊວງການຕ່າງປະເທດ ແລະ​ຮ່ວມ​ມື​ສາ​ກົນ ຂອງ ອິ​ຕາ​ລີ, ເຊິ່ງ​ທັງ​ສອງ​ຝ່າຍໄດ້ທົບທວນຄືນການຮ່ວມມື ລະຫວ່າງ ສ​ປ​ປ ລາວ ແລະ ສ.ອີຕາລີ ໃນໄລຍະຜ່ານມາ ແລະ ກໍານົດທິດທາງໃນຕໍ່ໜ້າ ໂດຍຈະສຸມໃສ່ຂົງເຂດການຮ່ວມມືທີ່ສອງຝ່າຍມີທ່າແຮງ ແລະເປັນບູລິມະສິດ              ເປັນຕົ້ນ: ການສຶກສາ, ວັດ​ທະ​ນະ​ທຳ,  ທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ລວມທັງການໃຫ້ການຮ່ວມມືສະໜັບສະໜູນເຊິ່ງກັນ ແລະກັນໃນຂອບຫລາຍຝ່າຍ: ອາເຊັມ, ອາຊຽນ-ອີຢູ ແລະ ຂອບ ອົງ​ການ ສປຊ.

  

ສປປ ລາວ ແລະ ສາທາລະນະລັດ ອິ​ຕາ​ລີ ໄດ້ສ້າງຕັ້ງສາຍພົວພັນການທູດນໍາ ໃນວັນທີ 07 ທັນ​ວາ 1965.

  

  

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484528
ມື້ນີ້44
ມື້ວານ188
ອາທິດນີ້966
ເດືອນນີ້3833