ໃນວັນທີ 21 ເມສາ 2023, ກົມສົນທິສັນຍາ ແລະ ກົດໝາຍ ຮ່ວມກັບ ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ການສ້າງສົນທິສັນຍາລະດັບ ລັດ ແລະ ລັດຖະບານ ລະຫວ່າງ ສປປ ລາວ ແລະ ຕ່າງປະເທດ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ເທບຖາວອນ ແສງມະນີ, ຮັກສາການແທນຫົວໜ້າກົມ ສົນທິສັນຍາ ແລະ ກົດໝາຍ ແລະ ທ່ານ ອຳມະລາ ແສນຈົງຮັກ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໂດຍມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ (ຍິງ 22 ທ່ານ).
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ສະມາຊິກຊາວໜຸ່ມຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ແລະ ຈາກກະຊວງ ແລະ ຂະແໜງການອັອມຂ້າງສູນກາງ ເປັນຕົ້ນ ຫ້ອງວ່າການສຳນັກ ງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ການຂົນສົ່ງ, ກະຊວງແຜນການ ແລະ ການລົງທຶນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ທີ່ປະຕິບັດວຽກງານ ກ່ຽວກັບ ການສ້າງສົນທິສັນຍາ ແລະ ສັນຍາສາກົນ ໄດ້ແລກປ່ຽນຄໍາຄິດເຫັນ, ປະສົບການ ແລະ ບົດຮຽນໃນການປະຕິບັດວຽກງານຕົວຈິງ, ພ້ອມທັງເປັນການພັດທະນາຄວາມຮູ້ຄວາມສາມາດທາງດ້ານວິຊາການ ເນັ້ນໃສ່ການສ້າງຄວາມເຂັ້ມແຂງເຂົ້າໃນວຽກງານ 4 ບຸກ ຂອງຊາວໜຸ່ມ ທີ່ຕິດພັນກັບວຽກງານວິຊາສະເພາະ ໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເທື່ອລະກ້າວ. ນອກຈາກນັ້ນ, ກອງປະຊຸມແລກປ່ຽນຄັ້ງນີ້ ຍັງຈະເປັນການເກັບກຳສັງລວມຂໍ້ມູນທີ່ສຳຄັນ ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເພື່ອເປັນບ່ອນອີງໃນການປັບປຸງກົນໄກການປະຕິບັດວຽກງານການສ້າງສົນທິສັນ ຍາ ແລະ ສັນຍາສາກົນ ກັບ ຕ່າງປະເທດ ໃນອະນາຄົດ ໃຫ້ມີຄວາມວ່ອງໄວ, ຮັບປະກັນເນື້ອໃນ ແລະ ຖືກຕ້ອງສອດຄ່ອງຕາມຂັ້ນຕອນລະບຽບການພາຍໃນຂອງ ສປປ ລາວ ແລະ ຫຼັກການທົ່ວໄປຂອງສາກົນ.
ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງໄດ້ມີໂອກາດແລກ ປ່ຽນຄໍາຄິດເຫັນ ກ່ຽວກັບຂອດການຈັດຕັ້ງປະຕິບັດຂອງອົງການສະເໜີ ແລະ ອົງການພິຈາລະນາອະນຸມັດການສ້າງສົນທິສັນຍາ ຕາມຂັ້ນຕອນການສ້າງສົນທິສັນຍາ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ທີ່ມີຜົນສັກສິດນັບແຕ່ປີ 2017 ເປັນຕົ້ນມາ.