ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ປະຈໍາປີ ພ.ສ 2566

 

Lao newyear 2566 1

Lao newyear 2566 2

 

ຕອນຄ່ຳຂອງວັນທີ່ 11 ​ເມສາ 2023, ​ ທີ່ ເຂດວິນລ່າ ໂຮ່ເຕີຍ, ເມືອງ ເຕີຍໂຮ່, ນະຄອນຫຼວງຮ່າໂນ້ຍ ສະຖານ​ເອກ​ອັກຄະ​ລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ​ໄດ້ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ປະຈໍາປີ ພ.ສ 2566.

 

ເຂົ້າຮ່ວມພິທີບາສີສູ່ຂວັນມີບັນດາສະຫາຍການນຳພັກ-​ລັດຫວຽດນາມ​ຄື: ສະຫາຍ ນາງ ​ເຈືອງ  ທິ ມາຍ (TrươngThị Mai), ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ. ສະຫາຍ ​ເຈີ​ນ ​ແທງ ​ເໝີ​ນ (Trn Thanh Mn), ກໍາມະການກົມການເມືອງ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ສສ ຫວຽດນາມ. ສະຫາຍນາງຫວໍ ທິ ​ແອ້ງ ຊວນ (Võ Thị Ánh Xuân), ກໍາມະການສູນກາງພັກ, ຮອງປະທານປະເທດ ສສ ຫວຽດນາມ. ສະຫາຍ Trần Lưu Quang, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ. ພ້ອມ​ດ້ວຍ​ບັນດາ​ກຳມະການ​ສູນ​ກາງພັກ​ຈຳນວນ​ໜຶ່ງ, ຜູ້ຕາງໜ້າ​ບັນດາ​ກະຊວງ, ບັນດາ​ກົມ​ກອງ​ທັງ​ສູນ​ກາງ ​ແລະ ທ້ອງ​ຖິນ, ມີ​ຕາງໜ້າ​ຄະນະ​ປະສານ​ງານ​ຊ່ຽວຊານ​ທະຫານ​ອາສາ​ສະໝັກ​ຊ່ວຍ​ລາວ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

 

​ສະຖານທູດນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ​ແລະ ພະນັກງານ, ຫ້ອງການ​ຜູ້ຕາງໜ້າປ້ອງ​ກັນ​ຄວາມ​ສະຫ​ງົບ, ຫ້ອງການ​ຜູ້ຕາງໜ້າ​ການບິນ​ລາວ​ສາຂາ​ຮ່າ​ໂນ້ຍ, ນັກ​ສຶກສາລາ​ວທີ່​ກຳລັງ​ສຶກສາ​ຢູ່ ສສ ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ ​ແລະ ມ່ວນ​ຊື່ນ.

 

     ໃນ​ບົດ​ປາ​ໄສ​ຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ບາງ​ຕອນ​​ໄດ້​ກ່າວ​ວ່າ: ​ໃນ​ການຈັດ​ງານ​ປີ​ໃໝ່​ປີ ພສ. 2566 ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ມາ​ດຳລົງ​ຕຳ​ແໜງ​ເປັນ​ເອກ​ອັກຄະ​ລັດຖະທູດ​ຢູ່​ ສສ ຫວຽດນາມ ​ເປັນ​ໄລຍະ​ເວລາ 3 ປີ ​. ​ເພາະ​ໄລຍະ​ຜ່ານ​ມາ​ໄດ້​ເກີດ​ມີ​ການລະບາດພະຍາດ​ໂຄ​ວິດ-19 ຈຶ່ງ​ບໍ່​ສາມາດ​ຈັດ​ງານ​ສະ ​ເຫຼີ​ມສະຫຼອງ​ປີ​ໃໝ່​ລາວ​ໄດ້ ​ເຖີ່​ງ​ແນວ​ໃດ​ກໍ​ຕາມ​, ມື້​ນີ້ ພວກ​ຂ້າຮູ້ສຶກ​ເປັນ​ກຽດ ​ແລະ ຮູ້ສຶກ​ດີ​ໃຈ​ເປັນ​ຢ່າງ​ຍິ່ງທີ່​ໄດ້​ຕ້ອນຮັບ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ການ​ນຳ​ບັນດາ​ກະຊວງ, ອົງການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ບຸນປີ​ໃໝ່​ລາວ​ປີ ພສ. 2566 ດ້ວຍ​ບັນຍາກາດ​ອັນ​ສະ​ໜິດ​ສະໜົມທີ່​ເປັນ​ແຫຼ່ງ​ກຳ​ລັງ​ໃຈ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ພວກ​ຂ້າພະ​ເຈົ້າ​ທີ່​ອາ​ໄສ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​.

 

ພ້ອມດຽວ​ກັນ​ນັ້ນ, ​ສະຫາຍ​ເອກ​ອັກຄະ​ລັດຖະທູດ​ຍັງ​ກ່າວ​ຕື່ມ​ວ່າ: ​​ປີ 2022 ຜ່ານ​ມາ ເຖິງວ່າສະພາບການພາກພື້ນ ແລະ ສາກົນ ພວມມີການຜັນແປໄປຢ່າງສັບສົນ ແລະ ໄວວາ, ສະພາບການຢູ່ແຕ່ລະປະເທດຂອງພວກເຮົາ ກໍມີຄວາມຫຍຸ້ງຍາກບໍ່ໜ້ອຍ ໂດຍສະເພາະແມ່ນການລະບາດຂອງເຊື້ອພະຍາດໂຄວິດ-19, ແຕ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດພວກເຮົາ ຍັງໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ທັງລວງກວ້າງ ແລະ ລວງເລິກ ແລະ ມີປະສິດທິຜົນ, ພິ​ເສດ​ໄດ້​ຮ່ວມ​ຈັດ​ກິດຈະກຳ​ສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີ​ມິດຕະພາບ​ເພື່ອ​ພ້ອມ​ກັນ​ສະ​ເຫຼີ​ມສະຫຼອງ​ສອງ​ວັນ​ປະຫວັດສາດ​ຄື:ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ລາວ-​ຫວຽດນາມ​ຄົບຮອບ 60​ ປີ ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຄົບຮອບ 45 ປີດ້ວຍ​ບັນຍາກາດ​ຟົດ​ຟື້ນ ​ແລະ ປະສົບ​ຜົນສຳ​ເລັດ​ຢ່າງ​ງົດ​ງາມ.

 

ຕາງໜ້າການນໍາພັກ, ລັດ ສະພາ​ແຫ່ງ​ຊາດ ແລະ ປະຊາຊົນຫວຽດນາມ, ສະຫາຍ ​ເຈີ​ນ ​ແທງ ​ເໝີ​ນ (Trn Thanh Mn), ກໍາມະການກົມການເມືອງ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ສສ ຫວຽດນາມ ​ໄດ້​ຝາກ​ຄຳ​ອວຍພອນ​ອັນ​ປະ​ເສີດ​ຜ່ານ​ສະຫາຍ​ເອກ​ອັກຄະ​ລັດຖະທູດ​ໄປ​ຍັງ​ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ລາວ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ລາວ​ພສ. 2566 ນີ້ ສະຫາຍສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສອງ​​​ໃສ່ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ໂດຍມີ​ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ, ​ເປັນ​ຜູ້ນຳ​ພາ ພັກ, ລັດຖະບານ ​ແລະ ປະຊາຊົນລາວ ​ຈະ​ສືບ​ຕໍ່​ບັນລຸ​ໄດ້​ໄຊຊະນະ​ໃໝ່ ​ແລະ ​ໃຫຍ່​ຫຼວງ​ກວ່າ​​ເກົ່າ. ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ​ຄັ້ງ​ທີ 9 ສຳ​ເລັດ​ຜົນຢ່າງ​ຈົບງາມ, ສ້າງ​ປະ​ເທດ ສປປ ລາວ​ ໃຫ້​ຮັ່ງມີ ​ແລະ ​ເຂັ້ມ​ແຂງ ບົດບາດ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນນັບ​ມື້​ສູງ​ເດັ່ນ​ຂື້ນ.

 

ຄະນະຜູ້ແທນຮ່ວມງານໄດ້ຮັບຊົມລາຍການ​ສະແດງສິລະ​ປະ​ສະ​ເຫຼີ​ມສະຫຼອງ​ບຸນປີ​ໃໝ່​ລາວ ພສ. 2566 ​ເຊັ່ນ: ບົດ​ຟ້ອນສົ່ງ​ພອນ​ປີ​ໃໝ່, ບົດຟ້ອນຈໍາປາເມືອງລາວ ​ແລະ ບົດ​ເພງ​ຈຳນວນ​ໜຶ່ງ​ຈາກ​ນັກ​ສຶກສາລາ​ວຈາກ​ມະຫາວິທະຍາ​ໄລ​ວັດທະນະທຳ​ສີ​ລະ​ປະ​ກອງທັບ, ສະ​ຖາ​ບັນ​ສັນຕິ​ບານ ​ແລະ ຮ່ວມ​ພິທີ​ບາສີສູ່ຂວັນ​, ຟ້ອນ​ລຳວົງ​ລາວ ຕາມ​ຮີດຄອງ​ປະ​ເພນີ​ລາວ​ເຮົາ​ທີ່​ປະຕິບັດ​ກັນ​ມາ​ຕາມ​ຮິດ​ເກົ່າ​ຄອງ​ເດີມເປັນ​ການ​ອານຸລັກ​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພ​ນີລາວ​ທີ່​ໄດ້​ສືບ​ທອດ​ມາ​ແຕ່​ຍາວ​ນານ​.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480300
ມື້ນີ້130
ມື້ວານ157
ອາທິດນີ້698
ເດືອນນີ້6531