ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສ ເກົາຫຼີ

 

 

EB Korean

 

    ໃນຕອນບ່າຍວັນທີ 12 ພຶດສະພາ 2023 ທີ່ ສຳນັກງານປະທານາ ທິບໍດີ (MND Convention Yongsan) ນະຄອນ ຫຼວງເຊອູນ ສ ເກົາຫຼີ ທ່ານ ສົງການ ຫຼວງມຸນິນທອນ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ຢຸນ ຊັອກ ຢອນ (Yoon Suk Yeol) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ (ສ ເກົາຫຼີ) ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສ ເກົາຫຼີ.

 

     ໃນໂອກາດດັ່ງກ່າວ ທ່ານ ສົງການ ຫຼວງມຸນິນທອນ ໄດ້ນໍາເອົາຄວາມ ຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນ ປະເສີດ ຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ຢຸນ ຊັອກ ຢອນ ປະທານາທິບໍດີ ແຫ່ງ ສ.ເກົາຫລີ ລັດຖະບານ ແລະ ປະຊາຊົນ ສ ເກົາຫຼີ ເພື່ອນມິດທຸກຖ້ວນໜ້າ.

 

     ໂອກາດນີ້ ທ່ານ ເອກອັກຄະ ລັດຖະທູດ ສົງການ ຫຼວງມຸນິນທອນ ໄດ້ເຊື້ອເຊີນ ພະນະທ່ານ ຢຸນ ຊັອກ ຢອນ ຢ້ຽມ ຢາມ ສປປ ລາວ ທີ່ຈະເປັນ ເຈົ້າພາບຈັດກອງປະຊຸມສຸດ ຍອດອາຊຽນ ໃນປີ 2024 ເຊິ່ງກົງກັບປີສະເຫຼີມສະຫຼອງການຮ່ວມມືອາຊຽນ-ເກົາຫຼີ (ASEAN- ROK) ຄົບຮອບ 35 ປີ ພ້ອມດຽວກັນນີ້ ທ່ານທູດກໍໄດ້ສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ພ້ອມທັງໄດ້ຕີລາ ຄາສູງຕໍ່ ຜົນສຳເລັດຂອງການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວລາທີສາກົນ ພ້ອມທັງການຊ່ວຍເຫຼືອທີ່ມີຄຸນຄ່າຈາກລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວໃນໄລຍະຜ່ານມາ.

 

     ທ່ານ ສົງການ ຫຼວງມຸນິນທອນ ຍັງໄດ້ ສະແດງຄວາມຂອບ ໃຈຕໍ່ຄຳເວົ້າອັນຈົບງາມຂອງພະນະທ່ານປະທານາທິບໍດີ ທີ່ມີຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ສອງ ປະເທດ ແລະ ໄດ້ອວຍພອນໃຫ້ພະນະທ່ານປະທານາທິບໍດີ ຈົ່ງມີພາລະນາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ ວຽກງານອັນມີກຽດ ແລະ ສູງສົ່ງຂອງພະນະທ່ານ ໃນການ ນໍາພາປະເທດຊາດ ແລະ ປະຊາຊົນ ສ.ເກົາຫຼີ ໄປສູ່ ຄວາມ ຈະເລີນຮຸ່ງເຮືອງ.

 

     ໂອກາດນີ້ ທ່ານ ຢຸນ ຊັອກ ຢອນ ໄດ້ສະແດງຄວາມຊົມ ເຊີຍຕໍ່ ທ່ານ ສົງການ ຫຼວງມຸນິນທອນ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາ ດຳລົງຕຳແຫນ່ງເປັນເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນ ສຳເລັດໃນການປະຕິບັດຫນ້າທີ່ວຽກງານການທູດຂອງຕົນຢູ່ ສ ເກົາຫຼີ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480452
ມື້ນີ້110
ມື້ວານ172
ອາທິດນີ້850
ເດືອນນີ້6683