ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານເອກອັກຄະລັດຖະທູດລາວ ປະຈໍາ ສສ ເຢຍລະມັນ ເຂົ້າຮ່ວມກອງປະຊຸມປຶກສາຫາລື ຄັ້ງທີ I ຂອງສອງສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ເຢຍລະມັນ-ລາວ

 

2023523 MOU

 

   ໃນຕອນເຊົ້າ ຂອງວັນທີ 18 ພຶດສະພາ 2023, ທີ່ເມືອງ ຣູບປິສເຕີໂຣດ, ລັດ ນອດລາຍ ເວດສພາລາຍ, ສາທາລະນະລັດ ສະຫະພັນ ເຢຍລະມັນ. ທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ຄັ້ງທີ I ຂອງສອງສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ເຢຍລະມັນ-ລາວ ໂດຍການເປັນປະທານຮ່ວມ ຂອງ ທ່ານ ປອ. ຄຳລຽນ ພົນເສນາ, ປະທານສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ທ່ານ ຣູດວິກ ນອຍເບີ, ປະທານສະມາຄົມມິດຕະພາບ ເຢຍລະມັນ-ລາວ ໂດຍມີການເຂົ້າຮ່ວມຂອງ ທ່ານ ນາງ ແອວລີຊາແບດ ວິງເກັນເມເອີ, ສະມາຊິກລັດຖະສະພາເຢຍ​ລະ​ມັນ, ປະທານກໍາມາທິການກົດໝາຍ, ປະທານສະພາເມືອງ, ຮອງເຈົ້າເມືອງ, ຄະນະບໍລິຫານງານສະມາຄົມ​ມິດຕະພາບທັງສອງຝ່າຍ ແລະ ​ພາກສ່ວນ​ທີ່​ກ່ຽວ ຂ້ອງ​ເຂົ້າ​ຮ່ວ​ມ.

 

   ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລື ສອງຝ່າຍໄດ້ທົບທວນ ແລະ ຕີລາຄາໝາກຜົນການພົວພັນຮ່ວມມື ແລະ ການຈັດຕັ້ງປະຕິບັດກິດຈະກຳ ຂອງສອງສະມາຄົມ ໃນໄລຍະຊຸມປີຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ. ພ້ອມກັນນີ້, ຍັງໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນ ກ່ຽວກັບ ກົນໄກການຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ, ການແລກປ່ຽນຢ້ຽມຢາມເຊິ່ງກັນແລະກັນ, ສະໜັບສະໜູນຊຸກຍູ້ນັກທຸລະກິດ, ດຶງດູດການລົງທຶນ, ເຕົ້າໂຮມອະດີດນັກສຶກສາທີ່ຮຽນຈົບຈາກເຢຍລະມັນ ແລະ ການແລກປ່ຽນການໄປມາຫາສູ່ກັນ ເພື່ອສົ່ງເສີມໂຄສະນາເຜີຍແຜ່ວັດທະນາທໍາ ຂອງສອງປະເທດໃຫ້ກວ້າງຂວາງ.

 

    ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ໄດ້ກ່າວຄໍາເຫັນ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ, ພິເສດໃນປີ 2023 ນີ້ເປັນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 60 ປີ ການຮ່ວມມື ລາວ-ເຢຍລະມັນ. ພ້ອມກັນນັ້ນ, ທ່ານທູດ ໄດ້ຕາງໜ້າໃຫ້ລັດຖະບານ ສະແດງຄວາມຂອບໃຈ ປະຊາຊົນ ແລະ ລັດຖະບານ ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນການພັດ​ທະ​ນາ​ຊົນ​ນະ​ບົດ, ກໍ່ສ້າງໂຄງ​ລ່າງ​ພື້ນ​ຖານ, ອາຊີວະສຶກສາ, ອະນຸລັກສິ່ງແວດລ້ອມ, ພັດທະນາເສດຖະກິດແບບຍືນຍົງ ແລະ ສົ່ງເສີມ​ພາກທຸລະກິດ-ເອກະຊົນ, ຊຶ່ງການຊ່ວຍເຫຼືອຂອງເຢຍລະມັນ ກວມເອົາເກືອບທຸກຂະແໜງການ ລວມມູນຄ່າ​ຫຼາຍກວ່າ 572 ລ້ານເອີໂຣ  ແລະ ໄດ້ສະແດງຄວາມຊົມເຊີຍ ຕໍ່ການປະກອບສ່ວນຢ່າງຫ້າວຫັນ ຂອງທັງສອງສະມາຄົມມິດຕະພາບ ຕະຫຼອດໄລຍະຜ່ານມາ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດໃຫ້ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ.

 

    ຫຼັງຈາກນັ້ນ, ທ່ານທູດລາວ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມໃນບົດບັນທຶກຄວາມເຂົ້າ (MOU) ວ່າດ້ວຍການຮ່ວມມືລະຫວ່າງສອງສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ເຢຍລະມັນ-ລາວ ໃນໄລຍະ 5 ປີ (2023-2027) ແລະ ເຂົ້າຮ່ວມພິທີມອບຫຼຽນກາມິດຕະພາບ ແລະ ໃບຍ້ອງຍໍ ໃຫ້ແກ່ສະມາຄົມມິດຕະພາບ ເຢຍລະມັນ-ລາວ ທີ່ມີຜົນງານໃນການປະກອບສ່ວນຂົນຂວາຍທຶນຮອນ ແລະ ວັດຖຸ ມາສ້າງໂຮງຮຽນ ຢູ່ລາວ ລວມທັງປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານ ສະມາຄົມມິດຕະພາບ ລາວ-ເຢຍລະມັນ  ໄລຍະຜ່ານມາ. ການຈັດ​ກອງ​ປ​ະ​ຊຸມ​ດັ່ງ​ກ່າວ ​ຍັງ​ເປັນ​​ກິດ​ຈະ​ກຳ​ສຳ​ຄັນ​ໜື່ງມີ​ຂຶ້ນ​ໃນ​ທາມ​ກາງ​ສອງ​ປະ​ເທດສະ​ເຫລີມ​ສະຫລອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດຄົບ​ຮອບ 65 ປີ ແລະ 60 ປີການ​ຮ່ວມມື ລາວ-ເຢຍ​ລະ​ມັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480269
ມື້ນີ້99
ມື້ວານ157
ອາທິດນີ້667
ເດືອນນີ້6500