ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກາວບັ່ງ ແລະ ແຂວງ ລາງເຊີນ

 

2023523 LAO VIET 3

2023523 LAO VIET 4

2023523 LAO VIET 2

2023523 LAO VIET 1

 

      ວັນທີ16-17 ພຶດສະພາທີ່ຜ່ານມາ,  ສະຫາຍ ແສງເພັດ  ຮຸ່ງບຸນຍວງ,  ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກາວບັ່ງ, ໃນໂອກາດນີ້,  ສະຫາຍ ແສງເພັດ  ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ຮວ່າງ ຊວນ ແອ່ງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງກາວບັ່ງ (ເຈົ້າແຂວງ) ຊຶ່ງໃນການພົບປະຄັ້ງນີ້, ການນຳແຂວງກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງທີ່ ສະຫາຍ ເອກອັກຄະລັດຖະທູດພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກາວບັ່ງ.

 

      ໂອກາດນີ້, ສະຫາຍ  ຮວ່າງ ຊວນ ແອ່ງ, ກໍໄດ້ລາຍງານກ່ຽວກັບ  ສະພາບລວມຂອງແຂວງນັບທັງສະພາບການພັດທະນາເສດຖະກິດສັງຄົມຂອງແຂວງໃນໄລຍະຜ່ານມາ,  ແຂວງກາວບັ່ງ ເປັນແຂວງທີ່ຕັ້ງຢູ່ເຂດພູດອຍມີຊາຍແດນຕິດກັບແຂວງກວາງຊີ ສປ ຈີນ ມີພົນລະເມືອງ 5 ແສນກວ່າຄົນ,  ສ່ວນໃຫຍ່ແມ່ນຊົນເຜົ່າໄຕ ແລະ ຊົນເຜົ່ານຸ່ງກວມເອົາ 78 ສ່ວນຮ້ອຍ ບໍ່ມີຊາຍແດນຕິດກັບບັນດາແຂວງຂອງລາວ, ສະຫາຍຍັງໄດ້ລາຍງານໃຫ້ຊາບວ່າໃນໄລຍະຜ່ານມາເຖີງແມ່ນວ່າແຂວງບໍ່ມີຊາຍແດນຕິດກັບລາວແຕ່ລູກຫຼານຂອງຊາວແຂວງກາວບັ່ງກໍໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫຼືອການປະຕິວັດລາວໂດຍສະເພາະແມ່ນທະຫານອາສາສະໝັກຫວຽດນາມຊ່ວຍລາວໃນປາງສົງຄາມຕ້ານຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່, ໃນຈຳນວນທະຫານອາສາສະໝັກຊ່ວຍການປະຕິດວັດລາວໄດ້ມີລູກຫຼານຊາວແຂວງກາວບັ່ງມີຊັ້ນນາຍພົນ 8 ຄົນ ແຂວງດັ່ງກ່າວມີຄວາມມຸ່ງມາດປາດຖະໜາຢາກຮ່ວມມືກັບບັນດາແຂວງຂອງລາວ ໂດຍສະເພາະແມ່ນແຮກສ່ຽວກັບບັນດາແຂວງທີ່ມີພູມສັນຖານຄ້າຍຄືກັນ. ນອກຈາກນີ້,  ສະຫາຍເຈົ້າແຂວງຍັງໃຫ້ຄຳໝັ້ນສັນຍາວ່າໃນໄລຍະທີ່ສະຫາຍເອກອັກຄະລັດຖະທູດມາດຳລົງຕຳແໜ່ງຢູ່ ສສ ຫວຽດນາມ ຈະເປັນຂົວຕໍ່ໃນການປະສານງານ ລະຫວ່າງສອງປະເທດເວົ້າລວມ, ເວົ້າສະເພາະແມ່ນແຂວງກາວບັ່ງ ແລະ ບາງທ້ອງຖິນຂອງລາວ.

 

      ສະຫາຍແສງເພັດ  ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງໃນຖານສະຫາຍອ້າຍນ້ອງ ພ້ອມທັງສະແດງຄວາມຊົມເຊີຍໝາກຜົນການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາຂອງແຂວງຊຶ່ງບັນດາຜົນສຳເລັດດັ່ງກ່າວກໍໄດ້ສະແດງໃຫ້ເຫັນເຖິງການວາງແນວທາງທີ່ຖຶກຕ້ອງ, ຄວາມສາມາດໃນການຊີ້ນຳ-ນຳພາຂອງອົງຄະນະພັກ, ອຳນາດການປົກຄອງ ແລະການເປັນຈຸດໜຶ່ງໃຈດຽວຂອງປະຊາຊົນແຂວງກາງບັ່ງ.

 

      ພ້ອມນັ້ນ ສະຫາຍຍັງໄດ້ຕີລາຄາສູງຕໍ່ສາຍພົວພັນສອງປະເທດ ລາວ-ຫວຽດນາມ ໂດຍສະເພາະແມ່ນແຂວງກາວບັ່ງ ຊື່ງໃນໄລຍະຜ່ານມາໄດ້ມີການປະກອບສ່ວນເຂົ້າໃນການປະຕິວັດຂອງລາວ, ສຳລັບແຜນການ ແລະ ທິດທາງຂອງແຂວງທີ່ຢາກມີການຮ່ວມມືກັບບັນດາແຂວງຂອງລາວນັ້ນ ສະຫາຍໄດ້ແນະນຳແຂວງກາວບັ່ງຊອກຫາຄູ່ຮ່ວມໂດຍສະເພາະແມ່ນແຂວງທີ່ມີພູມສັນຖານຄ້າຍຄືກັນເຊັ່ນເປັນເຂດທີ່ໝັ້ນປະຕິວັດ ຫຼື ແຂວງທີ່ມີແຫຼງທ່ອງທ່ຽວອາດຈະເປັນແຂວງຫົວພັນ ແລະ ແຂວງຫຼວງພະບາງ ຂອງ ສປປ ລາວ ເພື່ອຮ່ວມມືນຳກັນໃນອານາຄົດອັນໃກ້ນີ້.

 

      ໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກາວບັ່ງໃນຄັ້ງນີ້,  ວັນທີ 17 ພືດສະພາ ຄະນະໄດ້ພົບປະ ແລະ ເຮັດວຽກກັບສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງກາວບັ່ງ ໂດຍການເຂົ້າຮ່ວມຂອງ ສະຫາຍ ເລ ຫາຍ ຮວ່າ, ກຳມະການພັກແຂວງ, ເຈົ້າຄອງນະຄອນກາວບັ່ງ, ແຂວງກາວບັ່ງ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວແຂວງກາວບັ່ງ ມີການນຳພະແນກການຕ່າງປະເທດ, ມີປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກາວບັ່ງ, ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວຂັ້ນສູນກາງເຂົ້າຮ່ວມ.

 

      ໃນການພົບປະຄັ້ງນີ້ ສະມາຄົມມິດຕະພາບຫວຽດນາມ-ລາວແຂວງກາວບັ່ງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການສ້າງຕັ້ງສະມາຄົມ ເລີ່ມສ້າງຕັ້ງມາແຕ່ປີ 2013 ມີສະມາຊິກທັງໝົດ 150 ຄົນ ໃນໄລຍະຜ່ານມາໄດ້ຮັບຫຼຽນໄຊ ແລະການຍ້ອງຍໍຈາກລາວຫຼາຍສະຫາຍ ເຊັ່ນ: ຫຼຽນໄຊອິດສະຫຼະ 44 ສະຫາຍ,  ຫຼຽນໄຊຊະນະເລີດ 81 ສະຫາຍ, ຫຼຽນໄຊພິລິອາດຫານຕ້ານຈັກກະພັດຝຣັ່ງ 5 ສະຫາຍ, ຫຼຽນໄຊພິລະອາດຫານຕ້ານ ອາເມລິກາ 71 ສະຫາຍ ແລະ ມີ  ຊ່ຽວຊານບັນດາຂະແໜງການຊ່ວຍລາວ 19 ສະຫາຍ.  ພ້ອມດຽວກັນນັ້ນ ສະຫາຍ ດາມ ວັນ ແອງ, ອະດີດຮອງເລຂາພັກແຂວງ,  ອາດີດ ປະທານສະພາປະຊາຊົນແຂວງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກາວບັ່ງ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງສາຍພົວພັນມິດຕະພາບ ຫວຽດນາມ-ລາວ ນັບແຕ່ສະໄໝດຶກດຳບັນສືບທອດມາຮອດປັດຈຸບັນໂດຍມີປະທານໂຮຈີມິນ ຜູ້ຍິ່ງໃຫຍ່,  ປະທານ ໄກສອນ  ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກເປັນຜູ້ລິເລີ່ມ. ເພື່ອເຮັດໃຫ້ສາຍພົວພັນດັ່ງກ່າວ  ໄດ້ມີຄວາມໝາຍເລິກເຊີ່ງ ແລະ ເຮັດໃຫ້ປະຊາຊົນທັງສອງປະເທດ ໄດ້ຮັບຮູ້ກ່ຽວກັບສາຍພົວພັນຂອງແຂວງກາວບັ່ງ ກັບ ສປປ ລາວ ເລີກເຊີ່ງກວ່າເກົ່ານັ້ນ, ມາຮອດປີ  2022, ສະມາຄົມມິດຕະພາບ ຫວຽດນາມ-ລາວແຂວງກາວບັ່ງ ຈຶ່ງໄດ້ຂຽນປື້ມ ໃນຫົວຂໍ້  “ລູກຫຼານຊາວແຂວງກາວບັງຊ່ວຍການປະຕິວັດລາວ“.  ມາຮອດປັດຈຸບັນແມ່ນກະກຽມພິມຈໍາໜ່າຍ, ພ້ອມດຽວກັນນັ້ນສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງກາວບັ່ງ ໄດ້ສະເໜີໃຫ້ສະຖານທູດເປັນຂົວຕໍ່ໃນການປະສານງານ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ສະມາຄົມພ້ອມທັງຄະນະປະສານງານອາດີດທະຫານອາສາສະໝັກ ແລະ ຊ່ຽວຊານຊ່ວຍການປະຕິວັດລາວ  ໄດ້ໄປແລກປ່ຽນ ແລະ ຢ້ຽມຢາມ ສປປ ລາວ, ສະເໜີຂໍຄວາມຮ່ວມມືກັບບາງແຂວງເພື່ອແຮກສ່ຽວນຳກັນ, ສະເໜີໃຫ້ສະຖານທູດຊ່ວຍແປປື້ມທີ່ທາງສະມາຄົມກຳລັງຮຽບຮຽງ  ເພື່ອພິມເປັນສອງພາສາທັງລາວ ແລະ ຫວຽດ.

 

      ໂອກາດນີ້, ສະຫາຍ ແສງເພັດ  ຮຸ່ງບຸນຍວງ,  ເອກອັກຄະລັກຖະທູດ ໄດ້ຕີລາສູງຕໍ່ການນຳແຂວງກໍຄືບັນດາອົງການຈັດຕັ້ງມິດຕະພາບແຂວງກາວບັ່ງ  ໄດ້ເອົາໃຈໃສ່ຄົ້ນຄວ້າໃນການເພີ່ມພູນສາຍພົວພັນມິດຕະພາບ ລາວ-ຫວຽດນາມເປັນຂໍ້ມູນທີ່ດີໃຫ້ແກ່ປະຊາຊົນສອງຊາດໂດຍສະເພາະແມ່ນຄົນຮຸ່ນໜຸ່ມໄດ້ສຶກສາຄົ້ນຄວ້າຮຽນຮູ້ປະຫວັດສາຍພົວພັນລາວ-ຫວຽດນາມໃຫ້ເລິກເຊີ່ງກວ່າເກົ່າ, ພ້ອມກັນນັ້ນ  ສະຫາຍເອກອັກຄະລັດຖະທູດ  ຍັງໄດ້ຢືນຢັນວ່າຈະຮັບເອົາຄຳສະເໜີຂອງສະມາຄົມໄປພິຈາລະນາ  ເພື່ອໃຫ້ບັນລຸຕາມການສະເໜີຂອງສະມາຄົມ.

 

ນອກຈາກນັ້ນ, ຄະນະກໍໄດ້ໄປຢ້ຽມຢາມຄອບຄົວລູກຫຼານຂອງທ່ານ  ພົນຈັດຕະວາ  ຈູເຟືອງເດີ່ຍ, ອາດີດຫົວໜ້າຄະນະທະຫານອາສາສະໝັກຊ່ວຍລາວໃນປີ 1981-1988.

 

      ໃນວັນທີ 18 ພຶດສະພາ ຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງລາງເຊີນ, ໃນການພົບປະ ແລະ ຕ້ອນຮັບໃນຄັ້ງນີ້  ສະຫາຍ  ນາງ ດ່ວານ ທູ ຮ່າ,  ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງລາງເຊີນ  ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງໃນການເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ງແຂວງລາງເຊີນຂອງຄະນະ ສະຫາຍ ຮອງເຈົ້າແຂວງໄດ້ລາຍງານໃຫ້ຊາບວ່າ ແຂວງເປັນແຂວງນ້ອຍມີພົນລະເມືອງໜ້ອຍ, ຊົນເຜົ່າໄຕ ແລະ ນຸ່ງກວມ 75% ຂອງພົນລະເມືອງຂອງແຂວງ  ພ້ອມກັນນັ້ນກໍໄດ້ລາຍງານສະພາບເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາໃຫ້ຄະນະຊາບ.

 

      ສະຫາຍ ແສງເພັດ ຮຸ່ງບຸນຍວງ, ໄດ້ລາຍງານສະພາບການສະເຫຼີມສະຫຼອງປີສາມັກຄີມິດຕະພາບລະຫວ່າງສອງປະເທດ ລາວ-ຫວຽດນາມ ປີ 2022 ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບຄົບຮອບ 45 ປີ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນ ແລະ ການຈະເລີນເຕີບໂຕທາງດ້ານເສດຖະກິດຂອງແຂວງລາງເຊີນໃນໄລຍະຜ່ານມາ  ໂດຍສະເພາະແມ່ນການເກັບລາຍຮັບຈາກການນຳເຂົ້າ-ສົ່ງອອກຢູ່ດ່ານສາກົນມິດຕະພາບຂອງແຂວງ  ພາຍຫຼັງສາມາດຄວບຄຸມໂຄວິດ-19 ແລະ ເປີດດ່ານໄປມາຫາສູ່ກັນລະຫວ່າງບັນດາປະເທດ, ຫວັງວ່າໃນອານາຄົດແຂວງລາງເຊີນ  ຈະນັບມື້ໄດ້ຮັບລາຍໄດ້ສູງກວ່າເກົ່າ. ພ້ອມດຽວກັນນັ້ນ ສະຫາຍ ເອກອັກຄະລັດຖະທູດ ຍັງຫວັງຢ່າງຍິ່ງວ່າໃນອະນາຄົດແຂວງລາງເຊີນຈະເປີດໂອກາດໃຫ້ສິນຄ້າລາວໄດ້ເຂົ້າມາສູ່ຕະຫຼາດຂອງແຂວງລາງເຊີນ ແລະ ມີຄວາມເຊື່ອໝັ້ນວ່າໃນອານາຄົດລະຫວ່າງແຂວງລາງເຊິນ ແລະ ບາງແຂວງຂອງລາວຈະໄດ້ມີການແຮກສ່ຽວນຳກັນເພື່ອພ້ອມກັນແລກປ່ຽນບົດຮຽນ, ປະສົບການໃນການຄຸ້ມຄອງບໍລິຫານລັດ-ຄຸ້ມຄອງສັງຄົມໂດຍສະເພາະການຄຸ້ມຄອງດ່ານສາກົນທີ່ທາງແຂວງລາງເຊິນມີບົດຮຽນສູງ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484556
ມື້ນີ້72
ມື້ວານ188
ອາທິດນີ້994
ເດືອນນີ້3861