ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ທີ່ ເຊີແນວ ສໍາເລັດການເປັນປະທານກອງປະຊຸມ ACG ຄັ້ງທີ 1

   

  

  

20240216 Lao PS to Switz

  

  

ໃນວັນທີ 16 ກຸມພາ 2024, ໂດຍອີງຕາມຮອບວຽນການເປັນປະທານຄະນະກໍາມະການອາຊຽນ-ເຊີແນວ (ASEAN Committee in Geneva (ACG)) ສົກປີ 2024, ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ທີ່ ເຊີແນວ, ສະວິດເຊີແລນ, ໄດ້ສໍາເລັດການເປັນປະທານກອງປະຊຸມ ACG ຄັ້ງທີ 1 ດ້ວຍຜົນສໍາເລັດອັນຈົບງາມ ໂດຍມີບັນດາທູດ ອາຊຽນ ແລະ ຕີມໍແລັດສະເຕ ເຂົ້າຮ່ວມຢ່າງພ້ອມພຽງ.

   

ກອງປະຊຸມ ໄດ້ພ້ອມກັນທົບທວນຄືນຜົນການຈັດຕັ້ງປະຕິບັດການຮ່ວມມືໃນໄລຍະຜ່ານມາ ແລະ ກໍານົດທິດທາງໃນຕໍ່ໜ້າ, ເຊິ່ງໃນນີ້, ສປປ ລາວ ໄດ້ແຈ້ງຫົວຂໍ້ (Theme), 9 ຂະແໜງການບູລິມະສິດ ແລະ ບັນດາກອງປະຊຸມອາຊຽນລະດັບຕ່າງໆ ໂດຍສະເພາະກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ  ຄັ້ງທີ 57 (57th AMM) ໃນເດືອນ ກໍລະກົດ 2024 ແລະ ກອງປະຊຸມສຸດຍອດຜູ້ນໍາອາຊຽນຄັ້ງທີ 44 ແລະ45 (44th ແລະ 45th ASEAN Summits) ໃນເດືອນ ຕຸລາ 2024 ພາຍໃຕ້ການເປັນປະທານ ຂອງ ສປປ ລາວ; ພິເສດ, ໄດ້ແຈ້ງຜົນສໍາເລັດ ແລະບັນດາມາດຕະການໃນການຜັນຂະຫຍາຍຜົນກອງປະຊຸມວົງແຄບລັດຖະມົນຕີຕ່າງປະເທດອາຊຽນ ທີ່ມີຂຶ້ນໃນໄລຍະວັນທີ 28-29 ມັງກອນ 2024 ທີ່ ນະຄອນຫລວງພະບາງ ລວມທັງໄດ້ແຈ້ງການແຕ່ງຕັ້ງຜູ້ຕາງໜ້າພິເສດ ຂອງປະທານອາຊຽນ ສປປ ລາວ ວ່າດ້ວຍບັນຫາ ມຽນມາ.

   

ກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມ ACG ຄັ້ງທີ 1 ແລະຢືນຢັນຈະສືບຕໍ່ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ສົກປີ 2024. ກອງປະຊຸມ ACG ຄັ້ງທີ 2 (ຄັ້ງຕໍ່ໄປ) ຈະມີຂຶ້ນໃນເດືອນ ພຶດສະພາ 2024 ທີ່ ເຊີແນວ.           

-------------------------------------------

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486961
ມື້ນີ້197
ມື້ວານ157
ອາທິດນີ້623
ເດືອນນີ້354