ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີຈັດສົ່ງເຄື່ອງຊ່ວຍເຫລືອຜູ້ທີ່ປະສົບໄພໜາວ ຢູ່ບັນດາແຂວງພາກເໜືອຂອງ ສປປ ລາວ

KrEmb

 

ໃນທ້າຍເດືອນມັງກອນຜ່ານມາ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເກົາຫລີ ໄດ້ຮ່ວມກັບຫ້ອງການຕາງໜ້າການບິນລາວ ປະຈຳ ເຊອູນ, ສະມາຄົມມິດຕະພາບ ເກົາຫລີ-ລາວ ແລະ ສະມາຄົມນັກສຶກສາລາວ ທີ່ ສ.ເກົາຫລີ ໄດ້ຈັດຕັ້ງຂົນຂວາຍ ແລະ ລະດົມການບໍລິຈາກເຄື່ອງນຸ່ງຫົ່ມ ເຊິ່ງມີທັງເຄື່ອງໃໝ່ ແລະ ເຄື່ອງມືສອງ ເພື່ອຊ່ວຍເຫລືອປະຊາຊົນຜູ້ທີ່ປະສົບໄພໜາວ ຢູ່ບັນດາແຂວງພາກເໜືອຂອງ ສປປ ລາວ. ພາຍໃນ 5 ວັນ ສາມາດການລະດົມເຄື່ອງບໍລິຈາກໄດ້ທັງໝົດ 100 ແກັດ ເຊິ່ງເປັນມູນຄ່າຫລາຍໝື່ນໂດລາ. ເຄື່ອງທັງໝົດນີ້ ບໍລິສັດລັດວິສະຫະກິດການບິນລາວ ທີ່ມີຖ້ຽວບິນໂດຍກົງທຸກໆມື້ລະຫວ່າງນະຄອນຫລວງວຽງຈັນ ຫາ ນະຄອນຫລວງເຊອູນ ໄດ້ຊ່ວຍຈັດສົ່ງຈາກນະຄອນຫລວງເຊອູນ ມາຍັງນະຄອນຫລວງວຽງຈັນ ໂດຍສາຍການບິນລາວ, ເຊິ່ງຈັດເປັນ 3 ຖ້ຽວຄື : ຖ້ຽວທຳອິດໃນວັນທີ 3 ກຸມພາ ຈໍານວນ 20 ແກັດ, ຖ້ຽວທີ 2 ວັນທີ 8 ກຸມພາ ແລະ ຖ້ຽວສຸດທ້າຍໃນວັນທີ 11 ກຸມພາ ຄັ້ງລະ 40 ແກັດ ລວມທັງໝົດ 100 ແກັດ ລວມນ້ຳໜັກປະມານ 1.500 ກິໂລກຼາມ. ຈາກນັ້ນ, ສະມາຄົມມິດຕະພາບ ລາວ-ເກົາຫລີ ທີ່ນະຄອນຫລວງວຽງຈັນ ເປັນຜູ້ສືບຕໍ່ນຳເອົາເຄື່ອງນຸ່ງຫົ່ມດັ່ງກ່າວໄປແຈກຢາຍຕາມຈຸດປະສົງ ແລະ ເປົ້າໝາຍ.

 

ນັບແຕ່ 1995 ທີ່ ສປປ ລາວ ແລະ ສ.ເກົາຫລີ ໄດ້ສ້າງຕັ້ງການພົວພັນການທູດນຳກັນ, ການພົວພັນຮ່ວມມືໃນແຕ່ລະດ້ານ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ 2 ປະເທດ ສປປ ລາວ ແລະ ສ.ເກົາຫລີ ນັບມື້ໄດ້ຮັບການສົ່ງເສີມ ແລະ ພັດທະນາໃຫ້ດີຂຶ້ນ ອັນເຮັດໃຫ້ການໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດດັ່ງກ່າວ ນັບມື້ນັບເພີ່ມຫລາຍຂຶ້ນ, ມີຄວາມເຂົ້າອົກເຂົ້າໃຈ ແລະ ມີຄວາມໃກ້ຊິດຕິດແທດກັນຍິ່ງໆຂຶ້ນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484560
ມື້ນີ້76
ມື້ວານ188
ອາທິດນີ້998
ເດືອນນີ້3865