ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສາທາລະນະລັດ ເຊັກ”

ໃນວັນທີ 16 ກຸມພາ 2016, ທີ່ ທຳນຽບປະທານາທິບໍດີ ແຫ່ງ ນະຄອນຫຼວງ ປຣາກ, ສາທາລະນະລັດ ເຊັກ, ທ່ານ ສີທົງ ຈິດໂຍທິນ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ Milos Zeman, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຊັກ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ເຊັກ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງແບກແລງ, ສາທາລະນະລັດ ສະຫະພັນ ເຢຍລະມັນ.


ໃນການພົບປະໂອ້ລົມພາຍຫຼັງພິທີຍື່ນສານ, ທ່ານປະທານາທິບໍດີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທູດລາວຄົນໃໝ່ ແລະ ອວຍພອນໃຫ້ປະສົບຜົນສຳເລັດທຸກປະການໃນການປະຕິບັດໜ້າທີ່ການທູດຂອງຕົນ.
ທູດເຮົາໄດ້ສແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕອບຮັບ ແລະ ອະນຸຍາດໃຫ້ເຂົ້າຍື່ນສານໃນຄັ້ງນີ້ ແລະ ຂອບໃຈຕໍ່ຄຳອວຍພອນພ້ອມທັງໄດ້ຢືນຢັນວ່າ ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ເພື່ອສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍ່ຄື ປະຊາຊົນສອງຊາດ ລາວ ແລະ ເຊັກ ທີ່ເຄີຍມີມູນເຊື້ອທີ່ດີແລ້ວນັ້ນ ໃຫ້ມີບາດກ້າວອັນໃໝ່ທັງໃນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ລວມທັງການທ່ອງທ່ຽວ. ພ້ອມກັນນັ້ນ ທູດເຮົາກໍ່ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໃຊອັນປະເສີດຂອງພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ, ຊຶ່ງເພິ່ນກໍ່ໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳອວຍພອນ ເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ສປປ ລາວ ເຊັ່ນດຽວກັນ.
ໃນໂອກາດດັ່ງກ່າວ, ທູດເຮົາຍັງໄດ້ແຈ້ງໃຫ້ເພິ່ນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງລາວ ໂດຍສັງເຂບ ແລະ ທັງການເຄື່ອນໄຫວວຽກງານການຕ່າງປະເທດທີ່ພົ້ນເດັ່ນຂອງ ສປປ ລາວ ແລະ ບົດບາດຂອງລາວໃນອາຊຽນ, ຊຶ່ງໄດ້ຮັບໜ້າທີ່ເປັນປະທານອາຊຽນໃນປີ 2016 ນີ້.
ພາຍຫຼັງການຍື່ນສານ, ໃນມື້ຕໍ່ມາ ທູດເຮົາໄດ້ເຂົ້າພົບປະສອງຝ່າຍກັບ Mr. MarekLibricky, ຫົວໜ້າກົມອາຊີ-ປາຊີຟິກ ແລະ ພົບກັບ Mr. MiloslavStasek, ຫົວໜ້າກົມການທູດ-ເສດຖະກິດ (Economic Diplomacy Department). ທັງສອງຝ່າຍ ໄດ້ຕີລາຄາ ກ່ຽວກັບການພົວພັນຮ່ວມມືຜ່ານມາ ແລະ ປຶກສາຫາລືເຖິງຄວາມເປັນໄປໄດ້ໃນການສົ່ງເສີມການຮ່ວມມືດ້ານຕ່າງໆໃນຕໍ່ໜ້າ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484741
ມື້ນີ້52
ມື້ວານ205
ອາທິດນີ້1179
ເດືອນນີ້4046