ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 3

pr meeting

ໃນວັນທີ 25 ກຸມພາ 2016 ນີ້, ຢູ່ທີ່ ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 3 (3/2016 CPR) ພາຍໃຕ້ການເປັນປະທານຂອງ ທ່ານ ລັດສະໝີ ແກ້ວມະນີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໂດຍມີການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນປະເທດສະມາຊິກອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບວຽກເສົາຄໍ້າການເມືອງ-ຄວາມໝັ້ນຄົງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

 ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມຄັ້ງທີ 3 ພາຍໃຕ້ການເປັນປະທານຂອງ ສປປ ລາວເຮົາ ພາຍຫລັງທີ່ໄດ້ຮັບມອບໝາຍເປັນປະທານອາຊຽນ ນັບແຕ່ເດືອນ ມັງກອນ 2016 ເປັນຕົ້ນມາ. ຈຸດປະສົງຫລັກຂອງກອງປະຊຸມຄັ້ງນີ້ ແມ່ນເລັ່ງໃສ່ກະກຽມເນື້ອໃນໃຫ້ແກ່ກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສ (SOM) ແລະ ກອງປະຊຸມວົງແຄບລັດຖະມົນຕີຕ່າງປະເທດອາຊຽນ (AMM Retreat), ເຊິ່ງຈະມີຂຶ້ນໃນວັນທີ 26-27 ກຸມພາ 2016 ທີ່ ນະຄອນຫລວງວຽງຈັນ.

ອີງຕາມປະເພນີປະຕິບັດ, ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາ ອາຊຽນ ຈະດໍາເນີນໄປ 2 ຄັ້ງຕໍ່ເດືອນ ແລະ ສ່ວນໃຫຍ່ແມ່ນຈັດຢູ່ ຈາກາກຕາ, ອິນໂດເນເຊຍ. ໃນນາມເປັນກົນໄກໜຶ່ງຂອງອາຊຽນ, ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນແມ່ນເຮັດ 4 ໜ້າທີ່ຫລັກຂອງຕົນ: ເປັນຜູ້ຊ່ວຍແກ່ກອງປະຊຸມລະດັບຫົວໜ້າເຈົ້າໜ້າທີ່ອາວຸໂສ, ລະດັບລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີຂະແໜງການກ່ຽວຂ້ອງ ແລະ ລະດັບສຸດຍອດແລ້ວ; ເຮັດໜ້າທີ່ເປັນຈຸດປະສານງານຢູ່ລະດັບພາກພື້ນກັບກອງເລຂາອາຊຽນແຫ່ງຊາດ, ກະຊວງຂະແໜງການ ຕະຫລອດຮອດທ້ອງຖິ່ນທີ່ກ່ຽວຂ້ອງຂອງແຕ່ລະປະເທດສະມາຊິກອາຊຽນ; ເພີ່ມທະວີການພົວພັນຮ່ວມມື ແລະ ລະດົມຂົນຂວາຍທຶນຮອນຊ່ວຍເຫລືອຈາກບັນດາປະເທດ ຄູ່ເຈລະຈາອາຊຽນ ແລະ ຄູ່ຮ່ວມມືພາຍນອກອື່ນ; ແລະ ລົງເລິກວຽກຕິດຕາມ-ກວດກາການຄຸ້ມຄອງ-ບໍລິຫານສໍານັກງານກອງເລຂາອາຊຽນ ທີ່ ຈາກາກຕາ, ອິນໂດເນເຊຍ.

ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ປະກອບດ້ວຍບັນດາຜູ້ຕາງໜ້າຖາວອນໃນລະດັບເອກອັກຄະລັດຖະທູດ ຈໍານວນ 10 ທ່ານ, ເຊິ່ງຖືກແຕ່ງຕັ້ງ ແລະ ເປັນຕົວແທນໃຫ້ແກ່ ແຕ່ລະປະເທະສະມາຊິກອາຊຽນ ແລະ ມີສໍານັກງານຂອງຕົນເອງຕັ້ງຢູ່ ຈາກາກຕາ, ອິນໂດເນເຊຍ.                

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485817
ມື້ນີ້116
ມື້ວານ206
ອາທິດນີ້853
ເດືອນນີ້5122