ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີລົງນາມສັນຍາການສ້າງຂອບການຮ່ວມມືດ້ານການເງິນລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ຮົງກາລີ

hongaly

ໃນວັນທີ 22 ກຸມພາ 2016, ທີ່ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການສ້າງຂອບການຮ່ວມມືດ້ານການເງິນລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ຮົງກາລີ, ໂດຍ ທ່ານ ພູເຂົາ ພົມມະວົງສາ, ເອກອັກຄະລັດຖະທູດ/ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ, ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງວຽນ, ປະເທດ ໂອຕຣິດ ແລະ ຝ່າຍຮົງກາລີ ແມ່ນ ທ່ານ ດຣ. ອີສວານ ມິໂກລາ ( Dr. István Mikola ), ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ເປັນຄູ່ຮ່ວມລົງນາມ. ໃນພິທີດັ່ງກ່າວຝ່າຍລາວຍັງມີ ທ່ານ ດຣ. ພວງປາຣິສັກ ປຣະວົງວຽງຄໍາ, ລັດຖະມົນຕີຊ່ວຍວ່າການກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ສັນຍາການສ້າງຂອບການຮ່ວມມືດ້ານການເງິນ ລະຫວ່າງສອງປະເທດ ສະບັບດັ່ງກ່າວນີ້ຈະເປັນສັນຍາພື້ນຖານທີ່ສໍາຄັນໃນການສົ່ງເສີມບາດກ້າວຂະຫຍາຍການຮ່ວມມືດ້ານເສດຖະກິດຂອງທັງສອງປະເທດ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ພ້ອມດຽວກັນນັ້ນ ກໍຈະເປັນສັນຍາແມ່ບົດເພື່ອກ່າວໄປສູ່ການລົງນາມໃນສັນຍາການຊ່ວຍເຫຼືອດ້ານອື່ນໆ ເປັນຕົ້ນແມ່ນສັນຍາດ້ານເງິນກູ້, ດ້ານກະສິກໍາໃນຂົງເຂດວຽກງານລ້ຽງສັດ, ລ້ຽງປາ ແລະ ປຸງແຕ່ງເປັນຜະລິດຕະພັນສະອາດທີ່ມີຄຸນນະພາບ ແລະ ມາດຕະຖານ ຈາກປະເທດ ຮົງກາລີ ທີ່ຈະຊ່ວຍເຫຼືອ ແກ່ ສປປ ລາວ ໃນອານາຄົດອັນໃກ້ນີ້ ໃນຈໍານວນ 30 ລ້ານ ໂດລາສະຫະລັດ.

ຜົນສໍາເລັດໃນການລົງນາມເຊັນສັນຍາສ້າງຂອບການຮ່ວມມືດ້ານການເງິນດັ່ງກ່າວນີ້ ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມລະຫວ່າງ ສປປ ລາວ ແລະ ຮົງກາລີ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 12 ກັນຍາ 1962 ເປັນຕົ້ນມາ ແລະ ກໍເປັນການສ້າງໂອກາດໃຫມ່ໃຫ້ແກ່ ສປປ ລາວ ເຮົາໃນການເຂົ້າເຖີງແຫຼ່ງທຶນ ແລະ ເຕັກໂນໂລຊີ ເພື່ອການພັດທະນາຜະລິດຕະພັນກະສິກໍາດ້ານສະບຽງອາຫານແບບຄົບວົງຈອນທີ່ທັນສະໄໝເພື່ອເພີ່ມປະລິມານ ແລະ ຄຸນນະພາບຂອງຜະລິດຕະພັນລາວໃຫ້ສູງຂຶ້ນ, ສາມາດຕອບສະຫນອງໃຫ້ແກ່ຕະຫລາດພາຍໃນປະເທດໃຫ້ພຽງພໍເພື່ອຫລຸດຜ່ອນການນໍາເຂົ້າ ແລະ ສາມາດສົ່ງອອກ ພ້ອມທັງສ້າງຄວາມເຂັ້ມແຂງເພື່ອແຂ່ງຂັນດ້ານການຄ້າຢູ່ພາຍໃນກຸ່ມປະເທດປະຊາຄົມ ອາຊຽນ ຫຼື AEC ແລະ ຄູ່ຮ່ວມມືອາຊຽນອື່ນໆ. ພ້ອມດຽວກັນນັ້ນ ກໍ່ຍັງເປັນການປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ການລົບລ້າງຄວາມທຸກຍາກ ແລະ ການບັນລຸເປົ້າໝາຍສະຫະສະວັດຂອງ ສປປ ລາວ ໃນການຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480403
ມື້ນີ້61
ມື້ວານ172
ອາທິດນີ້801
ເດືອນນີ້6634