ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວເຂົ້າຮ່ວມຝຶກອົບຮົມ ທີ່ ໂຕກຽວ, ປະເທດຍີ່ປຸ່ນ

KKKJapan1

 

 ການເຮັດວຽກຮ່ວມກັນ ລະຫວ່າງ ກົມການຂ່າວ, ກະຊວງການຕ່າງປະເທດ ລາວ ແລະ ຍີ່ປຸ່ນ

 

KKKJapan2

 

 ຢ້ຽມຢາມສຳນັກຂ່າວກຽວໂດ

 

KKKJapan3

 

 ຢ້ຽມຊົມສູນປະຊຸມສາກົນ

 

KKKJapan4

 

ຢ້ຽມຢາມຫ້ອງວ່າການລັດຖະບານຍີ່ປຸ່ນ

 

ໃນລະຫວ່າງ​​ວັນ​ທີ 1-5 ມີນາ 2016, ຄະນະ​ຜູ້​ແທນຈາກ ສປປ ລາວ ​ໄດ້​ເຂົ້າ​ຮ່ວມຝຶກອົບຮົມ​ໂຄງການ​ສ້າງ​ຂີດ​ຄວາມ​ສາມາດ​ໃຫ້​ແກ່​ພະນັກງານ​ຂັ້ນ​ສູງ ກ່ຽວ​ກັບ​ວຽກ​ງານ​ການ​ຂ່າວ, ​ການ​ຄຸ້ມ​ຄອງ​ສື່ມວນ​ຊົນ ​ແລະ ການ​ສ້າງສາ​ລະ​ຄະ​ດີ, ທີ່ ​ໂຕກ​ຽວ, ປະ​ເທດ ຍີ່ປຸ່ນ. ​ໂຄງການ​ດັ່ງກ່າວ ​ໄດ້​ຮັບ​ການ​ສະໜັບສະໜູນ​ໂດຍກອງ​ທຶນ​ເຊື່ອມ​ໂຍງ​ຍີ່ປຸ່ນ-ອາຊຽນ JAIF (Japan-ASEAN Integration Fund) ​ເພື່ອ​ກຽມພ້ອມ​ໃນ​ການ​ຮັບໃຊ້ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ​ແລະ ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ໃນ​ປີ 2016 ທີ່ ສປປ ລາວ ຈະເປັນເຈົ້າພາບ. ຄະນະທີ່​​​ໄປຮ່ວມ​ຝຶກ​ອົບຮົມ​​ໃນຄັ້ງ​ນີ້​ປະກອບມີ ​ພະນັກງານ​ຈາກ​ກົມ​ການ​ຂ່າວ, ກະຊວງການຕ່າງປະເທດ, ພະນັກງານ​ກົມ​ອາ​ຊຽນ, ພະນັກງານ​ຈາກ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ແລະ ​ໂທລະພາບ​ແຫ່ງ​ຊາດ, ທ່ານ ພອນ​ທະວີ ບຸດ​ດາລາ, ຫົວໜ້າ​ກົມ​ການ​ຂ່າວ, ກະຊວງການຕ່າງປະເທດ ​ເປັນ​ຄະນະ​ນຳພາ​ໄປ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້.

 

           ໃນ​ໄລຍະ​ການ​ຝຶກ​ອົບຮົມ​, ຄະນະ​ຜູ້​ແທນ​ ໄດ້​​ເຂົ້າ​ຮ່ວມ​ສົນທະນາ​ແລກປ່ຽນ​ບົດຮຽນ​ວຽກ​ງານ​ການ​ຂ່າວ, ການ​ຄຸ້ມ​ຄອງ​ສື່ມວນ​ຊົນຕ່າງປະ​ເທດ ແລະ ການສ້າງສາລະຄະດີ ​ກັບ ກົມ​ການ​ຂ່າວ, ກະຊວງ​ການ​ຕ່າງປະ​ເທດ​​ຍີ່ປຸ່ນ; ກົມ​ປະຊາສຳພັນ, ສຳນັກງານ​ນາຍົກລັດຖະມົນຕີຍີ່ປຸ່ນ; ສໍານັກ​ຂ່າວສານ​ກຽວ​ໂດ; ສໍານັກ​ຂ່າວສານ NHK. ພ້ອມກັນນັ້ນ, ກໍຍັງໄດ້​ເຂົ້າ​ຢ້ຽມ​ຊົມ ​ແລະ ຮັບຟັງ​ວິທີ​ການ​ເຮັດ​ວຽກ​ຂອງສູນມູນ​ນິທິ​ຍີ່ປຸ່ນ (Japan Foundation); ສູນ​ຂ່າວ​​ຕ່າງປະ​ເທດ (Foreign Press Center); ສູນປະຊຸມສາກົນໂຕກຽວ (Tokyo International Forum), ສູນ​ຖ່າຍ​ທອດ​ສົດ​ສາກົນໂດຍ NHK (International Broadcasting Center)ແລະ NHK Park.

 

           ໃນ​ໂອກາດ​ນີ້, ທ່ານ ພອນ​ທະວີ ບຸດ​ດາລາ ກໍໄດ້ຕາງໜ້າ​ຄະນະສະແດງຄວາມຂອບໃຈຕໍ່ບັນ​ດາ​ພາກສ່ວນ​ຕ່າງໆຂອງ ຍີ່ປຸ່ນ ທີ່ໄດ້ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງການສະໜັບສະໜູນ, ຊ່ວຍເຫລືອ ​ແລະ ​ແລກປ່ຽນ​ບົດຮຽນ ກັບ​ຄະນະ​ຜູ້​ແທນ ສປປ ລາວ ​​ໃນ​ໄລຍະ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້ ຊຶ່ງ​ຈະ​ເປັນ​ການ​ເພີ່ມທະວີໃນການສ້າງ​ຄວາມ​ອາດ​ສາມາດ​ດ້ານ​ວຽກ​ງານ​ດັ່ງກ່າວ ​ແລະ ປະກອບສ່ວນເຂົ້າໃນການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ການ​ຮ່ວມ​ມື​ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ ​ກໍຄື​ບັນດາ​ຂະ​ແໜງ​ວຽກ​ງານ​ການ​ຂ່າວຂອງ​ສອງ​ປະ​ເທດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484493
ມື້ນີ້9
ມື້ວານ188
ອາທິດນີ້931
ເດືອນນີ້3798