ໃນວັນທີ 29 ກຸມພາ 2016, ທ່ານ ນາງ ວັນດີ ບຸດທະສະວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ສີ ຈິນຜິີງ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ຢູ່ ຫໍສະພາປະຊາຊົນຈີນ, ທີ່ ນະຄອນຫຼວງປັກກິ່ງ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ປະຊາຊົນຈີນ. ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ສີ ຈິນຜີງ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ວັນດີ ບຸດທະສະວົງ ທີ່ໄດ້ຮັບກຽດມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ ແລະ ອວຍພອນໃຫ້ທ່ານທູດຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານ.
ທ່ານ ນາງ ວັນດີ ບຸດທະສະວົງ ໄດ້ສະແດງຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ແລະ ໄດ້ເອົາຄຳຢື້ຢາມຖາມຂ່າວຈາກ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ, ໄປຍັງທ່ານເລຂາທິການໃຫຍ່, ປະທານປະເທດ ສີ ຈິນຜີງ. ພ້ອມນີ້ ທ່ານທູດກໍໄດ້ໃຫ້ຄຳໝັ້ນສັນຍາ ຈະອອກແຮງເຄື່ອນໄຫວວຽກງານຢ່າງຕັ້ງໜ້າ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.