ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການສະຫລອງບຸນປີໃໝ່ລາວ ພສ 2559 ທີ່ ໂຕກຽວ

em japan cn1  em japan cn2

ໃນທາມກາງບັນຍາກາດທີ່ປວງຊົນລາວທັງຊາດ ພວມເບີກບານມວນຊື່ນ ສະເຫຼີມສະຫລອງ ປີໃໝ່ລາວ ພສ 2559, ສະຖານທູດລາວ ທີ່ໂຕກຽວ, ປະເທດຍີ່ປຸ່ນ, ກໍ່ບໍ່ໄດ້ປະຮີດໃຫ້ໝອງ ບໍ່ໄດ້ປະຄອງໃຫ້ເສົ້າ, ໄດ້ພ້ອມພາກັນຈັດງານສະຫລອງບຸນປີໃໝ່ລາວຂື້ນ ໃນວັນທີ 17 ເມສາ 2015 ຢູ່ໃນໃຈກາງນະຄອນຫລວງໂຕກຽວ, ເມືອງມີນາໂຕກຶ ເຊິ່ງເປັນບ່ອນທີ່ ທຸງຊາດລາວປີວສະບັດຢູ່ເທີງປາຍເສົາ, ໂດຍມີຜູ້ຄົນ 400 ກ່ວາຄົນ ຫລັ່ງໄຫລ່ເຂົ້າມາຮ່ວມງານຢ່າງຄັບຄາໜາແໜ້ນ ເຊິ່ງໃນນັ້ນ ມີທັງພີ່ນ້ອງຊາວລາວ ຢູ່ປະເທດຍີ່ປຸ່ນ, ນັກສຶກສາລາວ ແລະ ຊາວຍີ່ປຸ່ນ.

ງານສະເຫລີມສະຫລອງປີໃໝ່ລາວປີນີ້ ໄດ້ປະກອບດ້ວຍ ພິທີທາງສາດສະໜາ ນຳພາພິທີໂດຍ ມີພະອາຈານລາວ 03 ອົງ, ຕໍ່ໄປດ້ວຍພິທີຕັກບາດຢາດນໍ້າ ແລະ ບາສີສູ່ຂວັນຕາມຮີດຄອງປະເພນີ ແລະ ຫລັງຈາກນັ້ນ ໄດ້ມີການດຳເນີນພິທີສະຫລອງຢ່າງເປັນທາງການ. ໃນພິທີທາງການ, ທ່ານ ເຄນທອງ ນວນທະສິງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ ໄດ້ກ່າວຄຳເຫັນອວຍພອນຕໍ່ ແຂກທີ່ເຂົ້າຮ່ວມງານ ໂດຍຍົກໃຫ້ເຫັນເຖີງ ຜົນສຳເລັດ ແລະ ໄຊຊະນະ ຂອງ ສປປ ລາວ ໃນໄລຍະ 40 ປີ ທີ່ຜ່ານມາ, ເຊິ່ງໄຊຊະນະດັ່ງກ່າວໄດ້ເຕັມໄປດ້ວຍຄວາມເອກອ້າງທະນົງໃຈຂອງຄົນລາວ ທັງຢູ່ພາຍໃນ ແລະ ນອກປະເທດ ທີ່ໄດ້ເຫັນປະເທດລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ຄືດັ່ງຄຳເວົ້າຂອງພະນະທ່ານປະເທດປະເທດກ່າວຕໍ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ X ວ່າ: “ນັບແຕ່ເກີດເປັນຊາດລາວຂື້ນມາ ບໍ່ມີຍຸກໃດ ແລະ ບໍ່ມີສະໄໝໃດ ທີ່ປະເທດລາວ ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງ ຄືກັນກັບໃນທຸກມື້ນີ້”, ເຊິ່ງໄດ້ເຮັດໃຫ້ປະຊາຊົນລາວ ມີຄວາມສົມບູນພູນສຸກ ແລະ ລະດັບຊິວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງໃຫ້ດີຂື້ນເປັນກ້າວໆ ຈາກລາຍໄດ້ສະເລ່ຍຕໍ່ຫົວຄົນ ພຽງແຕ່ $75 ໂດລາ ໃນປີ 1975 ຂື້ນມາເປັນ $1,996 ໃນປີ 2015.

ການພົວພັນລາວ-ຍີ່ປຸ່ນ ທາງດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທືນ ແລະ ການທ່ອງທ່ຽວ ກໍ່ໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ. ໃນດ້ານການເມືອງ, ຜູ້ນຳຂອງສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມ ແລະ ພົບປະກັນເປັນປະຈຳ, ເຊິ່ງໃນໂອກາດການສະເຫລີມສະຫລອງ 60 ປີ ແຫ່ງການສ້າງຕັ້ງສາຍພົວການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນປີ 2015 ຜ່ານມາ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ຊິນໂຊະ ອາເບະ, ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ພົບປະສຸດຍອດ 3 ຄັ້ງ ແລະ ການພົວພັນຮ່ວມມື ລາວ-ຍີ່ປຸ່ນ ຖືກຍົກລະດັບ ຈາກການຮ່ວມມືຮອບດ້ານ ຂື້ນເປັນການພົວພັນ “ຄູ່ຮ່ວມມືຍຸດທະສາດ” ນຳກັນ. ສ່ວນທາງດ້ານເສດຖະກິດ, ລັດຖະບານຍີ່ປຸ່ນ ໄດ້ສືບຕໍ່ໃຫ້ການຊ່ວຍເຫລືອຫລ້າ ເພື່ອການພັດທະນາ ແກ່ ສປປ ລາວ ໃນລະດັບປະມານ $100 ລ້ານໂດລາ ຕໍ່ປີ, ຈຳນວນບໍລິສັດຂອງຍີ່ປຸ່ນ ເຂົ້າມາລົງທຶນ ຢູ່ ລາວ ໄດ້ເພີ່ມຂື້ນ ຈາກ 17 ບໍລິສັດ ໃນປີ 2012 ຂື້ນເປັນ 130 ບໍລິສັດໃນປີ 2015, ແລະ ຈຳນວນນັກທ່ອງທ່ຽວຍີ່ປຸ່ນ ເຂົ້າມາ ລາວ ໄດ້ເພີ່ມຂື້ນ ຈາກ 26 ພັນຄົນ ໃນປີ 2012 ຂື້ນເປັນ 50 ພັນຄົນ ໃນປີ 2015.

ພ້ອມດຽວກັນນັ້ນ, ທ່ານທູດ ເຄນທອງ ນວນທະສິງ ກໍ່ຖືໂອກາດນີ້ ແຈ້ງການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2016, ເຊິ່ງເປັນປີທຳອິດຂອງການສ້າງຕັ້ງປະຊາຄົມເສດຖະກິດອາຊຽນ. ໃນນັ້ນ, ທ່ານທູດ ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດຂອງກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ-ອາເມລິກາ ທີ່ຊານນີແລນ, ລັດກາລີໂຟເນຍ, ສະຫະລັດອາເມລິກາ, ໃນວັນທີ 15-16 ກຸມພາ 2016 ຜ່ານມາ, ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ແລະ ປະທານາທິບໍດີ ບາຣາກ ໂອບາມາ ຂອງ ສະຫະ ລັດອາເມລິກາ. ໃນຖານະການເປັນປະທານອາຊຽນ ປີນີ້, ສປປ ລາວ ໄດ້ຮັບກຽດຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດທີ່ປີ່ນອ້ອມອື່ນໆ ທີ່ນະຄອນຫລວງວຽງຈັນ ໃນເດືອນ ກັນຍາ 2016 ທີ່ຈະມາເຖີງນີ້, ເຊິ່ງ ກອງປະຊຸມສຸດຍອດຄັ້ງນີ້ ຈະມີຜູ້ນຳສູງສຸດຂອງບັນດາປະເທດອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາອາຊຽນ ເຂົ້າຮ່ວມ ໃນນັ້ນລັດຖະບານອາເມລິກາກໍ່ໄດ້ອອກຖະແຫລງການປະກາດແລ້ວວ່າ ປະທານນາທິບໍດີ ສະຫະລັດອາເມລິກາ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ຢູ່ທີ່ ນະຄອນຫລວງວຽງຈັນ.

ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງການສະຫລອງບຸນປີໃໝ່ລາວ ພສ 2559 ຢູ່ທີ່ສະຖານທູດ, ທ່ານທູດ ເຄນທອງ ນວນທະສິງ ໄດ້ກ່າວຄຳອວຍພອນໄຊອັນປະເສີດ ໄປຍັງພະນັກງານສະຖານທູດ, ພີ່ນ້ອງຊາວລາວທີ່ປະເທດຍີ່ປຸ່ນ, ນັກສຶກສາລາວທີ່ຮຽນຢູ່ຍີ່ປຸ່ນ ແລະ ແຂກຍີ່ປຸ່ນທັງໝົດທີ່ເຂົ້າຮ່ວມງານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກອັນສົມຫວັງ ແລະ ປະສົບຜົນສຳເລັດ ໃນໜ້າທີ່ການງານຂອງຕົນ ຕະຫລອດປີໃໝ່ລາວ ພສ 2559.

ງານສະຫລອງປີໃໝ່ລາວ ທີ່ໂຕກຽວ ປີນີ້ ໄດ້ດໍາເນີນໄປໃນບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ເບີກບານມ່ວນຊື່ນ ຕາມປະເພນີອັນດີງາມຂອງລາວ ແລະ ປິດລົງດ້ວຍຜົນສໍາເລັດອັນຈົບງາມ, ເຊິ່ງໄດ້ເຕົ້າໂຮມເອົາພີ່ນ້ອງຊາວລາວ, ນັກສືກສາລາວ ແລະ ເພື່ອນມິດຄົນຍີ່ປຸ່ນ ໄດ້ຢ່າງກ້ວາງຂວາງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485753
ມື້ນີ້52
ມື້ວານ206
ອາທິດນີ້789
ເດືອນນີ້5058