ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ເຂົ້າຮ່ວມກອງປະຊຸມສິດທິມະນຸດຂອງອາຊຽນ

d phoukhong m

ກອງ​ປະຊຸມ ຄັ້ງ​ທີ 21 ຂອງ ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າ​ດ້ວຍ ສິດທິ​ມະນຸດ ໄດ້ມີຂຶ້ນໃນ​ວັນ​ທີ 5-9 ​ເມສາ 2016 ທີ່ ກອງ​ເລຂາ​ອາ​ຊຽນ,​ ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ພູ​ໂຂງ ສີ​ສຸລາ​ດ, ປະທານ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າ​ດ້ວຍ ສິດທິ​ມະນຸດ, ຫົວໜ້າກົມ​ສົນທິສັນຍາ ​ແລະ ກົດໝາຍ, ກະຊວງການ​ຕ່າງປະ​ເທດ. ​​ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ແຜນກິດຈະກຳບູລິມະສິດ ສຳລັບປີ 2016 ຂອງຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າ​ດ້ວຍ ສິດທິ​ມະນຸດ, ຮ່າງບົດລາຍງານການ​ເຄື່ອນ​ໄຫວປະຈຳປີ 2016 ແລະ ແຜນກິດຈະກໍາບູລິມະສິດ ສໍາລັບ​ສົກປີ 2017. ໃນ​ລະຫວ່າງ​ກອງ​ປະຊຸມ, ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າ​ດ້ວຍ ສິດທິ​ມະນຸດ ​ໄດ້​ພົບປະ​ປະຈຳ​ປີ ກັບ ​ເລຂາທິການ​ໃຫຍ່​ອາ​ຊຽນ ​​ແລະ ຄະນະກຳມະການຜູ້ຕາງໜ້າອາຊຽນ (CPR) ເພື່ອ​ເພີ່ມ​ທະວີ​ການ​ປະສານ​ງານ​ໃນ​ການ​ປະຕິບັດ​ພາລະ​ບົດບາດ​ໃນ​ການ​ສົ່ງ​ເສີມ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ​ ຢູ່​ ອາ​ຊຽນ ບົນພື້ນຖານເງື່ອນ​ໄຂຂອງ​ພາກ​ພື້ນ ​ແລະ ຂອງ​ແຕ່ລະ​ປະ​ເທດສະ​ມາ​ຊິກ​ອາ​ຊຽນ.

ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າ​ດ້ວຍ ສິດທິ​ມະນຸດ ຍັງ​ໄດ້​ພົບ​ປະ​ກັບ ​ເອກ​ອັກຄະ​ລັດຖະທູດ ອາ​ເມຣິກາ ​ແລະ ​ເອກ​ອັກຄະ​ລັດຖະທູດ ສະຫະພາບ ​ເອີຣົບ ປະຈຳ ອາ​ຊຽນ ​ເພື່ອ​ສືບ​ຕໍ່​ເສີມ​ສ້າງ​ຄວາມ​ເຂົ້າ​ອົກເຂົ້າ​ໃຈ ກ່ຽວກັບ ການ​ປະຕິບັດ​ສິດທິ​ມະນຸດ ​ແລະ ການ​ຮ່ວມ​ມື​ກັນ​ໃນ​ວຽກ​ງານສິດທິ​ມະ​ນຸດ ລະຫວ່າງ ອາຊຽນ-ອາ​ເມຣິກາ ​ແລະ ລະຫວ່າງ ອາ​ຊຽນ-ສະຫະພາບ ​ເອີຣົ​ບ.

ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າ​ດ້ວຍ ສິດທິ​ມະນຸດ ​ແມ່ນ​ອົງການຫຼັກດ້ານ​ສິດທິ​ມະນຸດ​ຂອງອາຊຽນ, ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ມາດຕາ 14 ຂອງ​ກົ​ດບັດ​ອາ​ຊຽນ ​ເຊິ່ງ​ເອກະສານ​ພາລະ​ບົດບາດ (TOR) ຂອງຄະນະ​ກຳມາ​ທິການ​ດັ່ງກ່າວ ​ຖືກ​ຮັບຮອງ​ໂດຍ​ລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊຽນ ​ໃນ​ປີ 2009. ປະ​ເທດ​ສະມາຊິກ​ອາ​ຊຽນ ​ແຕ່ງ​ຕັ້ງ​ຜູ້ຕາງໜ້າຂອງ​ຕົນ​ໃນ​ວາລະ 3 ປີ ​ແລະ ສາມາດ​ຕໍ່​​ໄດ້ 1 ສະ​ໄໝ. ​ໃນ​ປີ 2016, ມີ​ຜູ້ຕາງໜ້າ 8 ປະ​ເທດສະມາຊິກ​ອາ​ຊຽນ ​ໄດ້​ປ່ຽນ​ແທນ​ຜູ້ຕາງໜ້າຂອງ​ປະ​ເທດ​ເຫຼົ່ານັ້ນ ທີ່​ໄດ້​ສິ້ນ​ສຸດ​ວາລະ​ຂອງ​ຕົນ, ສປປ ລາວ ​ເຮັດໜ້າທີ່​ເປັນ​ປະທານຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າ​ດ້ວຍ ສິດທິ​ມະນຸດ ​ໃນ​ໄລຍະ​ທີ່ ສປປ ລາວ ​ເປັນ​ປະທານ​ອາ​ຊຽນ ​ໃນ​ປີ 2016.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480274
ມື້ນີ້104
ມື້ວານ157
ອາທິດນີ້672
ເດືອນນີ້6505