ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ບາງກອກ ຮ່ວມງານມະຫາກຳວັດທະນາທຳອາຊຽນ ປີ 2016

BKKRharn

 

ໂດຍອີງຕາມການເຊື້ອເຊີນຂອງກະຊວງວັດທະນາທຳໄທ, ໃນວັນທີ 20-24 ເມສາ ທີ່ຜ່ານມານີ້ ສະຖານເອກອັກຄະລັດຖະທູດ ສປປ ລາວ ທີ່ບາງກອກ ໄດ້ເຂົ້າຮ່ວມງານເທດສະການຊິມອາຫານອາຊຽນ ເຊິ່ງແມ່ນສ່ວນໜື່ງຂອງງານມະຫາກຳວັດທະນາທຳອາຊຽນ ປີ 2016 ທີ່ປະເທດໄທ ເປັນເຈົ້າພາບຈັດຂຶ້ນ. ການເຂົ້າຮ່ວມງານໃນຄັ້ງນີ້, ທາງສະຖານທູດລາວ ໄດ້ນຳເອົາຜະລິດຕະພັນອາຫານລາວ ຈຳນວນ 10 ເຍື່ອງ ທີ່ລວມມີທັງອາຫານຫຼັກ ແລະ ອາຫານຫວານ ເຂົ້າຮ່ວມສາທິດ, ແຈກຈ່າຍ ແລະ ຈຳໜ່າຍ.

 

ຕະຫຼອດໄລຍະ 5 ວັນຂອງການຈັດງານນັ້ນ, ຜະລິດຕະພັນອາຫານລາວ ແມ່ນໄດ້ຮັບການນິຍົມຊົມຊອບຈາກ ຜູ້ເຂົ້າຮ່ວມງານເປັນຢ່າງດີ ເຊິ່ງສະແດງອອກໂດຍຜ່ານການຕຳນິຕິຊົມຂອງຜູ້ເຂົ້າຮ່ວມງານ ທີ່ສະແດງຄວາມຍ້ອງຍໍຊົມເຊີຍເຖິງ ສີມື ແລະ ລົດຊາດອາຫານລາວ ແລະ ນອກຈາກນັ້ນ ທາງປະເທດເຈົ້າພາບຍັງໄດ້ຍົກເອົາຮ້ານລາວເປັນຕົວແບບ ໃນການຜະລິດອາຫານພື້ນບ້ານທີ່ແທ້ຈິງຂອງຄົນລາວ ມາຮ່ວມສະແດງໃນງານນີ້ອີກດ້ວຍ. ການເຂົ້າຮ່ວມງານນັ້ນຄັ້ງນີ້ ແມ່ນເປັນໂອກາດອັນດີອັນໜື່ງໃຫ້ແກ່ສະຖານທູດ ໄດ້ປະກອບສ່ວນ ເຂົ້າໃນວຽກ ງານຕາມການເຊື້ອເຊີນຂອງປະເທດເຈົ້າພາບ; ເປັນໂອກາດດີໃຫ້ແກ່ອ້າຍເອື້ອຍນ້ອງໃນສະຖານທູດ ໄດ້ເພີ້ມຄວາມສາ ມັກຄີພາຍໃນ; ເສີມຂະຫຍາຍການຮ່ວມມືໃນບັນດາປະເທດສະມາຊິກອາຊຽນດ້ວຍກັນ ໂດຍສະເພາະກັບປະເທດເຈົ້າພາບ; ພິເສດໃນງານຄັ້ງນີ້, ສະຖານທູດລາວ ໄດ້ສົ່ງພະນັກງານຂອງຕົນເຂົ້າຮ່ວມໂດຍກົງ ແຕ່ສະຖານທູດອື່ນແມ່ນ ວ່າຈ້າງບັນດາຮ້ານອາຫານເພື່ອເປັນຕົວແທນ. ການປະກອບສ່ວນຂອງສະຖານທູດລາວໃນຄັ້ງນີ້ ໄດ້ເຮັດໃຫ້ເຈົ້າພາບມີຄວາມພໍໃຈເປັນຢ່າງຍິ່ງ ເຊິ່ງມັນໄດ້ສະແດງອອກໃນການເຂົ້າສຳພາດໃນແຕ່ລະວັນ ແລະ ການບັນຍາຍຂອງເຈົ້າພາບ ທີ່ຍາມໃດ ກໍໄດ້ຍົກຍ້ອງອາຫານພື້ນເມືອງ ແລະ ການປະກອບສ່ວນຈາກ ສປປ ລາວ.

 

ການເຂົ້າຮ່ວມງານໃນຄັ້ງນີ້ ນອກຈາກເປັນການເຜີຍແຜ່ວັດທະນາທຳລາວ ໂດຍຜ່ານການປຸງແຕ່ງອາຫານ ແລະ ແຈກຈ່າຍແຜນພັບການທ່ອງທ່ຽວລາວແລ້ວ ຍັງເປັນການສະແດງໃຫ້ນາໆປະເທດຮູ້ເຖິງເອກກະລັກ ແລະ ຮູບແບບການດຳລົງຊິວິດອັນດີງາມຂອງປະຊາຊົນລາວ ອີກດ້ວຍ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480406
ມື້ນີ້64
ມື້ວານ172
ອາທິດນີ້804
ເດືອນນີ້6637