ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 7

 

asean meeting l1  asean meeting l2

 

 

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 7 ( 7/2016 CPR Meeting )ໄດ້​ຈັດ​ຂື້ນໃນວັນທີ 5 ພຶດສະພາ 2016, ທີ່ ໂຮງແຮມຫຼວງພະບາງວິວ, ແຂວງຫຼວງພະບາງ ພາຍໃຕ້ການເປນປະທານຂອງ ທ່ານ ລັດສະໝີ ແກ້ວມະນີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອາຊຽນ ໂດຍມີການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນປະເທດສະມາຊິກອາຊຽນ, ຮອງເລຂາທິການໃຫຍ່ອາຊຽນຮັບຜິດຊອບວຽກເສົາຄໍ້າການເມືອງ-ຄວາມໝັ້ນຄົງ, ພະນັກງານການທູດຈາກບັນດາປະເທດສະມາຊິກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຫລັກຂອງກອງປະຊຸມຄັ້ງທີ 7 ປະຈຳປີ 2016 ນີ້ ແມ່ນເລັ່ງ​ໃສ່ສືບຕໍ່ປຶກສາຫາລືບັນດາໜ້າວຽກປົກ​ກະ​ຕິ ຂອງຄະນະກຳມະການຜູ້ຕາງໜ້າຖາວອນ ແລະ ກະກຽມເນື້ອໃນໃຫ້ແກ່ບັນດາກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສອາ​ຊຽນ (ASEAN SOM), ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາ​ຊຽນບວກສາມ (APT SOM), ກອງປະຊຸມລະດັບເຈົ້າໜ້າທີອາວຸໂສກອງປະຊຸມສຸດຍອດາອາຊີຕາເວັນອອກ (EAS SOM) ແລະ ກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສເວທີປຶກສາຫາລືພາກພື້ນອາຊຽນ (ARF SOM), ເຊິ່ງຈະມີຂຶ້ນໃນລະຫວ່າງວັນທີ 6-8 ພຶດສະພາ 2016 ທີ່ ເມືອງຫຼວງພະບາງ. ​ນອກ​ຈາກ​ນີ້, ພາຍ​ຫລັງ​ສຳ​ເລັດ​ກອງ​ປະ​ຊຸມ​ຂອງ​ຕົນ, ຄະ​ນະ​ກຳ​ມະ​ການ​ຜູ້​ຕາງ​ຫນ້າ​ຖາ​ວອນ​ຈະ​ໄດ້​ສືບ​ຕໍ່ຈັດ​ກອງ​ປະ​ຊຸມ​ເຈ​ລະ​ຈາ ກັບ ຣັດ​ເຊຍ, ເຊິ່່ງໄດ້ສຸມໃສ່​ການ​ຮ່າງ 2 ເອ​ກະ​ສານ​ສຳ​ຄັນ ທີ່ຈະ​ຮັບ​ຮອງ​ເອົາຢູ່​ໃນກອງ​ປະ​ຊຸມ​ສຸດຍອດ ​ສະ​ເຫລີມ​ສະ​ຫລອງ​ການ​ພົວ​ພັນຮ່ວມມື ອາຊຽນ-ຣັດເຊຍ​ ຄົບ​ຮອບ 20 ປີ ທີ່​ຈະ​ຈັດ​ຂື້ນ​ໃນ​ວັນ​ທີ 19-20 ພຶດ​ສະ​ພາ ​ທີ່ ໂຊ​ຈິ, ຣັດ​ເຊຍ​ ຄື: (1) ຮ່າງ​ຖະ​ແຫລງ​ການໂຊ​ຈິ ວ່າ​ດ້ວຍ ​ການ​ສະ​ເຫລີມ​ສະ​ຫລອງ​ການ​ພົວ​ພັນ ອາ​ຊຽນ-ຣັດ​ເຊຍ ຄົບ​ຮອບ 20 ປີ; ແລະ (2) ແຜນ​ປະ​ຕິ​ບັດ​ງານ ອາ​ຊຽນ-ຣັດ​ເຊຍ ສະບັບໃໝ່ ສຳລັບໄລຍະປີ 2016-2020.

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈຳອາຊຽນ ຈັດຂຶ້ນ ສອງຄັ້ງຕໍ່ເດືອນ ແລະ ຄັ້ງຕໍ່ໄປ (8/2016) ຈະຈັດຂຶ້ນໃນວັນທີ 26 ພຶດສະພາ 2016​ ທີ່ ຈາກາກຕາ, ປະເທດອິນໂດເນເຊຍ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484385
ມື້ນີ້89
ມື້ວານ273
ອາທິດນີ້823
ເດືອນນີ້3690