ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ປະຈຳ ສະຫະລັດອາເມລິກາ, ການາດາ ແລະ ແມັກຊິໂກ ສະເຫລີມສະຫລອງບຸນປີໃໝ່ລາວ ພສ 2559

 

AMpeemai

 

ໃນວັນທີ 30 ເມສາ 2016, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະລັດອາເມລິກາ, ການາດາ ແລະ ແມັກຊິໂກ ໄດ້ຈັດພິທີສະເຫລີມສະຫລອງບຸນປີໃໝ່ລາວ ພສ 2559, ທີ່ ສະຖານທູດລາວ ທີ່ນະຄອນຫລວງ ວໍຊິງຕັນ, ດີຊີ ໂດຍໄດ້ເຊື້ອເຊີນພີ່ນ້ອງຄົນເຊື້ອຊາດລາວ ຈາກບັນດາລັດຕ່າງໆໃນ ສະຫະລັດອາເມຣິກາ ແລະ ຈາກການາດາ ແລະ ບັນດາແຂກຈໍານວນໜຶ່ງ ຈາກກະຊວງການຕ່າງປະເທດ ສະຫະລັດອາເມລິກາ, ຈາກລັດຖະສະພາ, ກະຊວງທີ່ກ່ຽວຂ້ອງຕ່າງໆ, ບັນດານັກການທູດຈາກປະເທດອາຊຽນ ແລະ ນັກທຸລະກິດຈໍານວນໜຶ່ງ ເຂົ້າຮ່ວມປະມານ 600 ກວ່າຄົນ.

 

ໃນໂອກາດສະເຫລີມສະຫລອງບຸນປີໃໝ່ລາວຄັ້ງນີ້, ທາງສະຖານເອກອັກຄະລັດຖະທູດໄດ້ຈັດກິດຈະກຳດັ່ງນີ້:

 

-       ໃນວັນທີ 28 ​ເມສາ 2559, ໄດ້ຕັ້ງກອງບຸນ ແລະ ເຄື່ອງຖວາຍສັງຂະທານ ແລະ ໃນຕອນເຊົ້າຂອງວັນທີ 29 ເມສາ ໄດ້ຈັດພິທີທຳບຸນຕັກບາດ, ຖວາຍ​​ເພນແລະ ຖວາຍເຄື່ອງສັງຄະທານແດ່ພະສົງ 9 ອົງ ຕາມປະເພນີທາງພະພຸດທະສາດສະໜາ;

 

- ໃນວັນທີ 30 ເມສາ, ສະຖານເອກອັກຄະລັດຖະທູດເຮົາ ໄດ້ຖືໂອກາດສຳຄັນດັ່ງກ່າວນີ້ ຈັດແຂ່ງຂັນກິລາຕີກ໊ອບມິດຕະພາບ ເພື່ອຊີງຂັນລາງວັນຂອງສະຖານເອກອັກຄະລັດຖະທູດ ສປປ ລາວ ແລະ ສໍາຄັນແມ່ນເພື່ອເປັນການສ້າງຄວາມສາມັກຄີ, ຮັກແພງ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນໃຫ້ສູງຂຶ້ນກວ່າເກົ່າ. ການແຂ່ງຂັນຄັ້ງນີ້ໄດ້ມີນັກກິລາຄົນເຊື້ອຊາດລາວ ຈາກຫລາຍລັດໃນອາເມລິກາ ແລະ ການາດາເຂົ້າຮ່ວມ. ໃນຕອນແລງຂອງວັນດຽວກັນ ກໍ່ໄດ້ມີພິທີຈັດງານລ້ຽງສັງສັນ, ເຊິ່ງໃນໂອກາດງານສໍາຄັນດັ່ງກ່າວນີ້​​​ ທ່ານເອກ​ອັກຄະ​ລັດຖະທູດ ໄມ ໄຊຍະວົງສ໌ ໄດ້ໃຫ້ກຽດຂຶ້ນກ່າວເປີດພິທີ ພ້ອມທັງແຈ້ງຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາຕະຫລອດໄລຍະ 40 ປີ ຜ່ານມາ ແລະ ເຫດການຕ່າງໆທີ່ສໍາຄັນ ແລະ ພົ້ນເດັ່ນ ທີ່ເກີດຂຶ້ນຢູ່ ສປປ ລາວ ໃນປີ 2015-2016 ໂດຍສະເພາະການສະເຫລີມສະຫລອງວັນຊາດເຮົາ ແລະ ການເປັນປະທານອາຊຽນ 2016, ເຊິ່ງ ສປປ ລາວ ຈະໄດ້ຮັບກຽດຕ້ອນຮັບການເດີນທາງໄປຢ້ຽມຢາມຢ່າງເປັນທາງການ ພ້ອມທັງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງຕ່າງໆ ຂອງປະທານາທິບໍດີ ບາຣັກ ໂອບາມາ. ພ້ອມດຽວກັນນີ້ ທ່ານທູດ ກໍໄດ້ຖືໂອກາດສະແດງຄວາມຂອບໃຈ ແລະ ອວຍໄຊໃຫ້ພອນແກ່ແຂກທີ່ມາຮ່ວມງານ, ເຊິ່ງເຮັດໃຫ້ພີ່ນ້ອງຄົນເຊື້ອຊາດລາວ ພາກັນສະແດງຄວາມດີອົກດີໃຈຕໍ່ຄໍາອວຍພອນ ແລະ ຜົນສໍາເລັດໃນການພັດທະນາຂອງປະເທດ ທີ່ເປັນຖິ່ນກໍາເນີດຂອງຕົນ. ພາຍຫລັງທີ່ເປີດພິທີຢ່າງ​ເປັນ​ທາງ​ການ​ແລ້ວ, ກໍ​ໄດ້ມີ​ການສະ​ແດງສິລະປະວັນນະຄະດີທີ ່ເປັນເອກະລັກຂອງຊາດລາວເຮົາ ໂດຍມີການປະກອບສ່ວນຈາກບັນດາຄະນະສີລະປະຄົນເຊື້ອຊາດລາວເຮົາຈາກລັດຕ່າງໆ ອັນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​​ ​ແລະ​ ໄດ້ຮັບການຍ້ອງຍໍ​ຊົມ​ເຊີຍ​ ຈາກ​ບັນດາແຂກທີ່ມາຮ່ວມ​ງານຢ່າງ​ກວ້າງຂວາງ. ຫລັງຈາກນັ້ນກໍໄດ້ສືບຕໍ່ຮັບປະທານອາຫານຄໍ່າ ແລະ ມ່ວນຊື່ນຕາມຮີດຄອງປະເພນີຂອງຊາດລາວເຮົາ ອັນໄດ້ເຮັດໃຫ້ບັນດາແຂກທີ່ມາຮ່ວມງານ ມີຄວາມມ່ວນຊື່ນ ແລະ ເພິ່ງພໍໃຈຕໍ່ການສະຫລອງປີໃໝ່ລາວເຮົາໃນປີນີ້. ພິທີສະເຫລີມສະຫລອງປີໃໝ່ລາວປີນີ້ ແມ່ນເຕັມໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484701
ມື້ນີ້12
ມື້ວານ205
ອາທິດນີ້1139
ເດືອນນີ້4006