ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ເຂົ້າຮ່ວມງານສານສາຍສຳພັນວັດທະນາທຳໄທຊົງດຳ

 

ThaiZD11 ThaiZD22

 

ໃນຕອນ​ແລງ​ຂອງວັນ​ທີ 7 ພຶດສະພາ 2016 ​ທີ່​ຜ່ານ​ມານີ້, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດ ແລະ ທ່ານ ບຸນສີ ວົງບົວສີ, ກົງສູນໃຫ່ຍ ແຫ່ງ ສປປ ລາວ ປະຈຳຂອນແກ່ນ ພ້ອມດ້ວຍ ອ້າຍເອື້ອຍນ້ອງສະຖານທູດລາວທີ່ບາງກອກຈຳນວນໜື່ງ ໄດ້ໃຫ້​ກຽດ​ເຂົ້າຮ່ວມ​ງານ​ສານສຳພັນວັດທະນາທຳປະເພນີ ໄທຊົງດຳ ຫຼື ໄທດຳ ປະຈຳປີ 2016 ຊຶ່ງຈັດຂຶ້ນເປັນຄັ້ງທີສອງ ໂດຍມູນນິທິໄທຊົງດຳ ແລະ ສະມາຄົມໄທດຳແຫ່ງປະເທດໄທ ຮ່ວມກັບສະຖາບັນວິໄຈພາສາ ແລະ ວັດທະນາທຳເອເຊຍ ຂອງມະຫາວິທະຍາໄລມະຫິດົນ ທີ່ ມະຫາວິທະຍາ ໄລມະຫິດົນ, ວິທະຍາເຂດສາລາຍາ, ຈັງຫວັດນະຄອນປະຖົມ.

 

ຄະນະສະ​ຖານທູດ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສະໄຫວ ເພັດລຸນ, ປະ​ທານ​ສະ​ມາ​ຄົມ​ໄທດຳ​ແຫ່ງ​ປະ​ເທດ​ໄທ ຕະຫລອດຮອດພໍ່ແມ່ປະຊາຊົນຄົນໄທເຊື້ອສາຍໄທດຳ ທີ່ເຂົ້າ​ຮ່ວມ​ງານ​ຢ່າງ​ຫຼວງ​ຫຼາຍ.

 

ໂອກາດນີ້ ທ່ານ ຫລີ ບຸນຄໍ້າ ໄດ້ໃຫ້ກຽດມີຄວາມເຫັນຕໍ່ພິທີຄັ້ງນີ້ ໂດຍ​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການຕ້ອນຮັບອັນອົບອຸ່ນ, ສະແດງຄວາມຊົມເຊີຍຕໍ່ຄະນະຈັດງານ ແລະ​ ຕີລາ​ຄາ​ສູງ​ການ​ເຕົ້າ​ໂຮມ​ຄວາມ​ສາ​ມາ​ຄີ​ຊ່ວຍ​ເຫຼືອ​ກັນ​ຂອງ​ຄົນ​ເຊື້ອ​ສາຍໄທດຳ​ ທີ່​ມີ​ຕົ້ນ​ກຳ​ເນີດ​ສືບ​ສາຍ​ເຜົ່າ​ພັນ​ຈາກ​ປະ​ເທດ​ລາວ, ຊົມ​ເຊີຍ​ການ​ອະ​ນຸ​ລັກ ແລະ ສົ່ງ​ເສີມ​ວັດ​ທະ​ນະ​ທຳ​ຮີດ​ຄອງ​ປະ​ເພ​ນີ​ຂອງຊາວ​ໄທດຳ​ເອົາ​ໄວ້​ໄດ້​ເປັນ​ຢ່າງ​ດີ, ຍັງ​ບໍ່​ລືມ​ບັນ​ພະ​ບຸ​ລຸດ​ຕົ້ນ​ກຳ​ເນີດ, ຫວັງ​ວ່າ​ສິ່ງ​ດີ​ງາມ​ເຫຼົ່າ​ນີ້​ ຈະ​ໄດ້​ຮັບ​ການ​ສົ່ງ​ເສີມ​ໃຫ້​ແຜ່​ຂະ​ຫຍາຍ​ໄປ​ເຊັ່ນ​ລູກ​ເຊັ່ນ​ຫລານ​ສືບ​ຕໍ່​ໄປ.

 

ໃນງານດັ່ງ​ກ່າວ ​ໂຄ​ສົກ​ເວ​ທີ ແລະ ຜູ້​ເຂົ້າ​ຮ່ວມ​ສ່ວນ​ຫຼາຍ​ ແມ່ນ​ເວົ້າ​ພາ​ສາ​ສຳ​ນຽງ​ໄທດຳ, ມີ​ການ​ສະ​ແດງ​ສິ​ລະ​ປະຂອງ​ພີ່ນ້ອງຄົນໄທເຊື້ອໄທດຳຈາກຈັງຫວັດ (ແຂວງ) ຕ່າງໆຢ່າງມ່ວນຊື່ນ, ເຊິ່ງ​ສ່ອງ​ແສງ​ເຖິງ​ການ​ອະ​ນຸ​ລັກ​ການ​ນຸ່ງ​ຖື, ການ​ຟ້ອນ-ຮ້ອງ​ລຳ​ແບບ​ໄທ​ດຳທີ່ອ່ອນ​ຊ້ອຍ​ງົດ​ງາມ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484514
ມື້ນີ້30
ມື້ວານ188
ອາທິດນີ້952
ເດືອນນີ້3819