ໃນວັນທີ 1 ມິຖຸນາ 2022 ທີ່ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫວິງຝຸກ, ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ຟ້າມ ຮວ່າງ ແອງ, ຮອງເລຂາພັກແຂວງຜູ້ປະຈໍາການ, ປະທານສະຫະພັນບັນ ດາອົງການຈັດຕັ້ງມິດຕະພາບແຂວງຫວິງຝຸກ ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງທີ່ສະຫາຍເອກອັກຄະລັດຖະທູດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ, ພົບປະ ແລະ ເຂົ້າຮ່ວມກິດຈະກໍາຈຳນວນໜຶ່ງ ເພື່ອເປັນການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດ ນາມ ປີ 2022 ຄື: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ. ສະຫາຍ ຟ້າມ ຮວ່າງ ແອງ ໄດ້ແຈ້ງໃຫ້ຊາບຮູ້ວ່າ: ແຂວງຫວິງຝູ່ໄດ້ແບ່ງອອກເປັນ 2 ແຂວງຄື: ແຂວງຫວິງຝຸກ ແລະ ແຂວງຝູ່ທໍ້.
ວັນທີ 29 ພຶດສະພາ 2022, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕ້ອນຮັບ ສະຫາຍ ມາຍ ຊວນ ເຈື່ອງ, ຜູ້ອຳນວຍການມະຫາວິທະຍາໄລສ້າງຄູງແຂວງຖາຍຫງວຽນພ້ອມດ້ວຍຄະນະທີ່ມາຢ້ຽມຢາມ ແລະ ຮ່ວມກິດຈະກຳກິລາພົບປະສັງສັນກັບສະຖານທູດລາວ
ໃນຕອນເຊົ້າ ຂອງວັນທີ 30 ພຶດສະພາ 2022, ຢູ່ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ຂອງໜ່ວຍພັກສະຖານທູດລາວ ປະຈຳ ສສ ຫວຽດນາມ, ໂດຍການເປັນປະທານຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເລຂາຄະນະພັກຮາກຖານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ. ເຂົ້າຮ່ວມພິທີໃນຄັ້ງນີ້ ມີ: ຄະນະພັກຮາກຖານ, ຄະນະຫນ່ວຍພັກ, ສະມາຊິກພັກ, ພະນັກງານຂອງສະຖານທູດ ແລະ ຕາງໜ້າໜ່ວຍພັກອົງການຜູ້ຕາງໜ້າ ປ້ອງກັນຄວາມສະຫງົບ ແລະ ໜ່ວຍພັກນັກສຶກສາ ຈຳນວນ 12 ໜ່ວຍພັກ ລວມທັງໝົດຈຳນວນ 36 ສະຫາຍ ຍິງ 05 ສະຫາຍ.