ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ສປປ ລາວ ໄດ້ຮັບເລືອກຕັ້ງເປັນສະມາຊິກ ສະພາເສດຖະກິດ-ສັງຄົມ ສປຊ ເປັນຄັ້ງທຳອິດ

 

UNLaoUNLao2

 

ອ່ານເພີ່ມເຕີມ... 

ທ່ານທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຕ້ອນຮັບ ທ່ານທູດເອຢິບ ເຂົ້າຍື່ນສານຕາຕັ້ງ

 

2022 6 10 EY VN 1

2022 6 10 EY VN 2

 

ໃນເວລາ 15:00 ໂມງ ຂອງວັນທີ 09 ມິຖຸນາ 2022, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານ ນາງ ອາມານ ອັບເດວ ຄາເດີ ເອວມໍຊີ ຊາລາມາ (AMAL ABDEL KADER ELMORSI SALAMA), ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.

 

ອ່ານເພີ່ມເຕີມ... 

ສະຖານທູດລາວຮ່ວມກັບສໍາພັນຄົນລາວທີ່ປະທດຝຣັ່ງຈັດງານສະຫຼອງບຸນປີໃໝ່ລາວ ປະຈໍາປີ ພສ 2565 ທີ່ປະເທດຝຣັ່ງ.

 

2022 6 9 LNY Paris 2

2022 6 9 LNY Paris 1

2022 6 9 LNY Paris 3

2022 6 9 LNY Paris 6

ໃນຕອນຄໍ່າຂອງວັນທີ 28 ພຶດສະພາ 2022 ທີ່ ນະຄອນຫລວງປາຣີ, ປະເທດຝຣັ່ງ, ສະຖານເອກອັກຄະລັດຖະທູດລາວ ຮ່ວມກັບ ສໍາພັນຄົນລາວທີ່ປະເທດຝຣັ່ງ ໄດ້ຈັດພິທີສະຫຼອງບຸນປີໃໝ່ລາວປະຈໍາປີ 2022 ຂື້ນຢ່າງເປັນທາງການ. ງານດັ່ງກ່າວໄດ້ມີ  ບັນດາທ່ານ ເອກອັກຄະລັດຖະທູດລາວ ທີ່ ປະຈໍາຢູ່ທະວີບ ເອິຣົບ 7 ປະເທດໃຫ້ກຽດເຂົ້າຮ່ວມ, ມີຮອງເຈົ້າເມືອງ ຊິດ-ອໍຣອງຊິດ ມີປະທານ, ບັນດາຮອງປະທານ, ພ້ອມດ້ວຍຄະນະສໍາພັນຄົນລາວແຕ່ລະຂົງເຂດ ແລະ  ພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ປະເທດ ຝຣັ່ງ ແລະ ປະເທດໃກ້ຄຽງເຂົ້າຮ່ວມ 400 ກວ່າຄົນ. ຢູ່ໃນງານ ໄດ້ພິທີບາສີສູ່ຂວັນ ແລະ ອວຍພອນປີ   ໃໝ່ເຊິ່ງກັນ ແລະ ກັນ ໃຫ້ແກ່ບັນດາແຂກທີ່ໄດ້ມາຮ່ວມ. ຫຼັງຈາກນັ້ນ, ທ່ານ ຈູມຄໍາ ຫລວງວັນ, ປະທານສໍາພັນຄົນລາວ ກໍ່ໄດ້ຂື້ນກ່າວຈຸດປະສົງຂອງການຈັດງານບຸນປີໃໝ່ ເພື່ອຮັກສາຮິດຄອງປະເພນີທີ່ເຄີຍປະຕິບັດກັນມາ  ແລະ ເພື່ອສ້າງຄວາມສາມັກຄີຮັກແພງກັບບັນດາພີ່ນ້ອງຄົນເຊື້ອຊາດລາວທົ່ວປະເທດ ຝຣັ່ງ ກໍ່ຄືໃນທົ່ວເອິຣົບ. ຫຼັງຈາກນັ້ນ ທ່ານຮອງເຈົ້າເມືອງ ຊິດ-ອໍຣອງຊິດ ກໍ່ໄດ້ຂື້ນກ່າວມີຄໍາເຫັນຕໍ່ງານບຸນປີໃໝ່ ແລະໃນຕອນທ້າຍ ທ່ານ ຄໍາອິນ ຄິດຈະເດດ, ເອກອັກຄະລັດຖະທູດລາວ ປະຈໍາປະເທດຝຣັ່ງ ກໍ່ໄດ້ມີຄໍາເຫັນ ຍ້ອງຍໍຊົມເຊີຍບັນດາຄະນະຈັດຕັ້ງຂອງສໍາພັນຄົນລາວທີ່ປະເທດຝຣັ່ງ ເຊິ່ງ ໄດ້ເອົາໃຈໃສ່ການຈັດງານບຸນດັ່ງກ່າວນີ້້ຂື້ນ ແລະຍ້ອງຍໍຊົມເຊີຍພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະ ເທດ ທີ່ຍາມໃດກໍ່ໃຫ້ຮັກສາໄວ້ຮີດປະເພນີອັນດີງາມຂອງບັນພະບູລຸດລາວເຮົາທີ່ມີມາແຕ່ດົນນານ ແລະໄດ້ຊົມເຊີຍຕໍ່ບັນດາຄົນເຊື້ອຊາດລາວທັງຫມົດ ຕໍ່ຜູ້ທີ່ມີນໍ້າໃຈເສຍສະຫຼະຮັກເຊື້ອແພງຊາດກໍ່ຄຶການປະ ກອບສ່ວນຊ່ວຍເຫຼືອ ສປປ ລາວ ໃນຫຼາຍຮູບແບບທັງທາງກົງແລະທາງອ້ອມ.

 

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485812
ມື້ນີ້111
ມື້ວານ206
ອາທິດນີ້848
ເດືອນນີ້5117