ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ທູດລາວ ຍື່ນສານຕາຕັ້ງຕໍ່ ເລຂາທິການໃຫຍ່ອົງການຝຣັງໂກໂຟນີສາກົນ

          

 

LaoAmb Francophonie

            

ໃນວັນທີ 24 ພຶດສະພາ 2022, ທ່ານ ຄຳອິນ ຄິດຈະເດດ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດຝຣັ່ງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ Louise Mushikiwabo, ເລຂາທິການໃຫຍ່ ອົງການຝຣັງໂກໂຟນີສາກົນ ເພື່ອດຳລົງຕ່ຳແຫນ່ງເປັນ ຜູ້ຕາງຫນ້າສ່ວນຕົວ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະເທດປະເທດ ແຫ່ງ ສປປ ລາວ ປະຈຳຢູ່ ອົງການຝຣັງໂກໂຟນີ ທີ່ ມີສຳນັກງານໃຫຍ່ ຕັ້້ງຢູ່ ນະຄອນຫລວງ ປາຣີ, ສາທາລະນະລັດ ຝຣັ່ງ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍືນສານຕາຕັ້ງຕໍ່ ສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ

 

 

LaoAmb Brunei1

LaoAmb Brunei

         

ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2022, ທີ່ ສຳນັກພະລາດຊະວັງອິສະຕານາ (Istana Nurul Iman) ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຮູໄນ ດາຣູຊາລາມ (His Majesty Sultan Haji Hassanal Bolkiah, Sultan and Yang Di-Pertuan of Brunei Darussalam), ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ, ໂດຍຊ່ອງໜ້າ ທ່ານ ດາໂຕະ ອິຣະວັນ (Dato Erywan), ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ II ຂອງບຣູໄນ ດາຣູຊາລາມ, ເຈົ້າໜ້າທີ່ຂອງສຳນັກງານພະລາດຊະວັງ ບຣູໄນ ດາຣູຊາລາມ ແລະ ພະນັກງານສະຖານທູດລາວ ທີ່ ບັນດາ ເສຣິ ເບກາວັນ ເຂົ້າຮ່ວມຕິດຕາມ.

 

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “50 ປີ ແຫ່ງໄຊຊະນະບັ້ນຮົບປ້ອງກັນທົ່ງໄຫຫີນ-ຊຽງຂວາງ ແລະ ບົດຮຽນປະສົບການ”

 WhatsApp Image 2022 05 24 at 43841 PM

      

        ໃນວັນທີ 20 ພຶດສະພາ 2022, ສະຫາຍ ແສງເພັດ ຮຸ່ງບຸນຍວງ ພ້ອມຄະນະ ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາ ສາດ “50 ປີ ແຫ່ງໄຊຊະນະບັ້ນຮົບປ້ອງກັນທົ່ງໄຫຫີນ-ຊຽງຂວາງ ແລະ ບົດຮຽນປະສົບການ” ຈັດໂດຍສະຖາບັນຄົ້ນຄວ້າປະຫວັດສາດກະຊວງປ້ອງກັນປະເທດຫວຽດນາມ ຮ່ວມກັບອົງຄະນະພັກ-ອຳນາດການປົກຄອງແຂວງເຫງະອານ. ໂດຍເປັນກຽດເຂົ້າຮ່ວມສະຫາຍ ພົນໂທ ເລ ຮຸຍ ວິງ, ກຳມະການສູນກາງພັກ, ກຳມະການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ທັງເປັນປະທານກອງປະຊຸມຄັ້ງນີ້; ສະຫາຍ ຖາຍ ແທງ ກຸ້ຍ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເຫງະອານ; ສະຫາຍ ຈິງ ວັນ ກວຽດ, ກຳມະການສູນກາງພັກ, ກຳມະການທະຫານສູນກາງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ສະຫາຍ ພົນຕີ ຫງວຽນ ຢວານ ແອງ, ກຳມະການສູນກາງພັກ, ກຳມະການທະຫານສູນກາງ, ຫົວໜ້າກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ບັນດາສະຫາຍທີ່ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, ສະຖາບັນຄົ້ນຄວ້າປະຫວັດສາດ, ບັນດາກົມກອງທີ່ຂຶ້ນກັບກະຊວງປ້ອງກັນປະເທດຫວຽດນາມ ແລະ ອະດີດທະຫານອາສາສະໝັກຫວຽດນາມ ທີ່ເຄີຍປະຕິບັດໜ້າທີ່ ຢູ່ ສປປ ລາວ. ນອກ ຈາກນີ້, ກໍຍັງມີຄະນະຜູ້ແທນຈາກແຂວງຊຽງຂວາງ ນຳໂດຍ ສະຫາຍ ໂມບີ ຫາດົງຢາວ, ຮອງເລຂາຜູ້ປະຈຳການຄະນະພັກແຂວງຊຽງຂວາງ ລວມທັງພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ແມ່ນເພື່ອເປັນການລະນຶກເຖິງປະຫວັດສາດຄວາມເປັນມາຂອງບັ້ນຮົບປ້ອງກັນທົ່ງໄຫຫີນ-ຊຽງຂວາງ ແຕ່ວັນທີ 21/5-15/11/1972. ບັ້ນຮົບດັ່ງກ່າວ ເປັນຂີດໝາຍສຳຄັນທາງດ້ານປະຫວັດສາດ ຊຶ່ງເປັນການປະສານສົມທົບດ້ານແນວທາງ, ຍຸດທະສາດການສູ້ຮົບ ແລະ ຮ່ວມສຳພັນສູ້ຮົບຢ່າງມີໄຊ ລະຫວ່າງກອງທັບປົດປ່ອຍປະຊາຊົນລາວ (ໃນເມື່ອກ່ອນ) ແລະ ທະຫານອາສາສະໝັກຫວຽດນາມ ທີ່ໄດ້ຄຽງບ່າຄຽງໄຫຼ່ໃນການສູ້ຮົບຕ້ານພວກຈັກກະພັດ, ເປັນການສະແດງໃຫ້ເຫັນເຖິງນໍ້າໃຈເພື່ອນມິດສະຫາຍຖານອ້າຍນ້ອງ ແລະ ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480386
ມື້ນີ້44
ມື້ວານ172
ອາທິດນີ້784
ເດືອນນີ້6617